ທຣຳອວດ ການກວດຮ່າງກາຍປະຈຳປີ ຜ່ານໄປດ້ວຍດີໄຮ້ທີ່ຕິ

Must read

ໂດນັລ ທຣຳ ໂພດຂໍ້ຄວາມຢືນຢັນວ່າ ການກວດຮ່າງກາຍປະຈຳປີຜ່ານໄປດ້ວຍດີ ໃນຂະນະທີ່ຫຼາຍຝ່າຍກຳລັງຈ້ອງເບິ່ງເລື່ອງສຸຂະພາບຂອງລາວ ຊຶ່ງສະແດງອາການຜິດປົກກະຕິຫຼາຍຢ່າງໃນຊ່ວງທີ່ຜ່ານມາ.

ໃນວັນທີ 26 ພ.ພ. 2026 ໂດນັລ ທຣຳ ປະທານາທິບໍດີສະຫະລັດ ເປີດເຜີຍວ່າ ການເຂົ້າຮັບການກວດຮ່າງກາຍປະຈຳປີຂອງຕົນນັ້ນ ຜ່ານໄປດ້ວຍດີ “ໄຮ້ທີ່ຕິ” ໃນຂະນະທີ່ປະເດັນດ້ານສຸຂະພາບຂອງລາວ ຊຶ່ງກຳລັງຈະມີອາຍຸຄົບ 80 ປີໃນເດືອນໜ້າ ກຳລັງຖືກຈ້ອງເບິ່ງຢ່າງຫຼວງຫຼາຍ.

ການກວດຮ່າງກາຍໃນຄັ້ງນີ້ນັບເປັນຄັ້ງທີ 3 ຂອງທຣຳ ນັບຕັ້ງແຕ່ກັບເຂົ້າມາຮັບຕຳແໜ່ງໃນທຳນຽບຂາວໃນປີກ່ອນ ແລະ ເກີດຂຶ້ນທ່າມກາງກະແສການຄາດເດົາທີ່ເພີ່ມຂຶ້ນກ່ຽວກັບສຸຂະພາບຂອງລາວ ລວມທັງຮອຍຟົກຊ້ຳທີ່ປາກົດຢູ່ໃນມື ແລະ ອາການງ່ວງນອນຢ່າງເຫັນໄດ້ຊັດໃນລະຫວ່າງການປະຊຸມ.

“ທຸກຢ່າງຜ່ານການກວດເຊັກຢ່າງສົມບູນແບບໄຮ້ທີ່ຕິ” ທຣຳ ໂພດຂໍ້ຄວາມຜ່ານ Truth Social ໃນລະຫວ່າງນັ່ງລົດເດີນທາງກັບມາຍັງທຳນຽບຂາວຈາກໂຮງໝໍທະຫານ ວໍລເຕີ ຣີດ ໃກ້ກຸງວໍຊິງຕັນ ດີ.ຊີ.

ທັງນີ້ ໂດນັລ ທຣຳ ເປັນປະທານາທິບໍດີທີ່ມີອາຍຸຫຼາຍທີ່ສຸດໃນປະຫວັດສາດທີ່ເຂົ້າພິທີສາບານຕົນຮັບຕຳແໜ່ງ ໂດຍມັກຈະອອກມາໂອ້ອວດເລື້ອຍໆ ກ່ຽວກັບຄວາມແຂງແຮງທາງຮ່າງກາຍ ແລະ ສະຕິປັນຍາຂອງລາວ ເມື່ອປຽບທຽບກັບ ໂຈ ໄບເດັນ ອະດີດປະທານາທິບໍດີຈາກພັກເດໂມແຄຣດ ທີ່ສຸຂະພາບທີ່ຍ່ຳແຍ່ເປັນສາເຫດໃຫ້ຕ້ອງຖອນຕົວຈາກການລົງສະໝັກເລືອກຕັ້ງຄັ້ງລ່າສຸດ.

ລາວກ່າວໃນຫ້ອງເຮັດວຽກຮູບໄຂ່ຂອງທຳນຽບຂາວໃນຊ່ວງຕົ້ນເດືອນທີ່ຜ່ານມາວ່າ “ຜົມຍັງຮູ້ສຶກຄືເດີມກັບ 50 ປີທີ່ຜ່ານມາ ບໍ່ມີຜິດ” ເຖິງວ່າລາວຈະນິຍົມທານອາຫານຟາດຟູດ ສະເຕັກ ແລະ ດື່ມ ໄດເອດ ໂຄ້ກ ພ້ອມກ່າວເສີມຢ່າງຕິດຕະລົກວ່າ “ບາງທີຟາດຟູດອາດຈະເປັນສິ່ງທີ່ດີກໍ່ໄດ້”.

ແຕ່ທຣຳ ປະເຊີນກັບສຽງວິພາກວິຈານມາຢ່າງຍາວນານ ກ່ຽວກັບຄວາມໂປ່ງໃສໃນເລື່ອງຂໍ້ມູນສຸຂະພາບຂອງລາວ ໂດຍໃນປີທີ່ຜ່ານມາ ທຣຳ ໄດ້ເຂົ້າຮັບການກວດຮ່າງກາຍ 2 ຄັ້ງ ຄືການກວດຕາມກຳນົດໃນເດືອນເມສາ ແລະ ການເດີນທາງໄປໂຮງໝໍໂດຍບໍ່ມີການປະກາດລ່ວງໜ້າໃນເດືອນຕຸລາ ທຳໃຫ້ເກີດຂ່າວລືຕ່າງໆ ກ່ຽວກັບສຸຂະພາບຂອງລາວ.


ໃນລຶດູຮ້ອນປີກ່ອນ ທຳນຽບຂາວເປີດເຜີຍວ່າ ທຣຳ ໄດ້ຮັບການກວດປະເມີນອາການຂາບວມ ແລະ ໄດ້ຮັບການວິນິດໄສວ່າເປັນໂຣກຫຼອດເລືອດດຳສ່ວນປາຍຊຳເຮື້ອ ຊຶ່ງເປັນພາວະທີ່ພົບໄດ້ທົ່ວໄປ ໂດຍເກີດຈາກລີ້ນຫົວໃຈໃນຫຼອດເລືອດດຳເຮັດວຽກຜິດປົກກະຕິ ສົ່ງຜົນໃຫ້ເລືອດໄປສະສົມຈົນທຳໃຫ້ເກີດອາການບວມ, ເປັນຕະຄໍລິວ ແລະ ເກີດການປ່ຽນແປງຂອງຜິວໜັງ.

ການເປີດເຜີຍຂໍ້ມູນດັ່ງກ່າວເກີດຂຶ້ນຫຼັງຈາກມີຜູ້ພົບເຫັນວ່າ ທຣຳ ມີອາການຂໍ້ຕີນບວມຢູ່ເລື້ອຍໆ.

ນັບຕັ້ງແຕ່ກັບເຂົ້າມາຮັບຕຳແໜ່ງໃນທຳນຽບຂາວໃນປີ 2025 ທຣຳ ມັກປາກົດໂຕພ້ອມກັບຮອຍຟົກຊ້ຳທີ່ມືຂວາ ຊຶ່ງມັກຈະຖືກປິດໄວ້ດ້ວຍເຄື່ອງສຳອາງ ແຕ່ທາງທຳນຽບຂາວຊີ້ແຈງວ່າ ຮອຍດັ່ງກ່າວເກີດຈາກການທີ່ລາວຮັບປະທານຢາ ແອດສະໄພຣິນ ຊຶ່ງເປັນສ່ວນໜຶ່ງຂອງແນວທາງດູແລສຸຂະພາບລະບົບຫົວໃຈ ແລະ ຫຼອດເລືອດ “ຕາມມາດຕະຖານ”.

ຂ່າວຈາກ: cna

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article