ຈັບກຸມກຸ່ມຄົນທີ່ລັກລອບຂຸດຄົ້ນ ແຮ່ຄໍາ-ໄມ້ ຢູ່ 2 ເມືອງຂອງແຂວງ ສະຫວັນນະເຂດ

Must read

ຄະນະສະເພາະກິດແຂວງສະຫວັນນະເຂດໄດ້ລົງກວດລ້າງກຸມກຸ່ມຄົນທີ່ລັກລອບຂຸດຄົ້ນ ແຮ່ຄໍາ-ໄມ້ໂດຍບໍ່ໄດ້ຮັບອະນຸຍາດ ເມື່ອມໍ່ໆມານີ້ ຢູ່ 8 ຈຸດ ຄື: ເຂດເມືອງເຊໂປນ ຈຳນວນ 5 ຈຸດ ແລະ ເມືອງ ພີນ 3 ຈຸດ ພ້ອມກັກຕົວຜູ້ກະທໍາຜິດ ແລະ ຢຶດຂອງກາງມາດໍາເນີນຄະດີ.

8 ຈຸດດັ່ງກ່າວລວມມີຈຸດທີ 01: ເຂດບ້ານສອງແຄ (ສົບມີ້) ເມືອງເຊໂປນ ຜ່ານການເຂົ້າກວດກາ ພົບເຫັນກຸ່ມຄົນກຳລັງເຄື່ອນໄຫວຂຸດຄົ້ນໂດຍຜິດກົດໝາຍ, ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວຜູ້ກະທຳຜິດ ແລະ ຢຶດຂອງກາງ ດັ່ງນີ້: ກັກຕົວຜູ້ຖືກຫາທັງໝົດ 8 ຄົນ (ສັນຊາດຫວຽດນາມ 4 ຄົນ ແລະ ສັນຊາດລາວ 4 ຄົນ), ຈຸດທີ 2: ຢູ່ຈຸດເຮືອນພັກພະນັກງານບ້ານໂພນໄຮ່ພົບຖັງນ້ຳມັນສີຟ້າ (ບັນຈຸນ້ຳມັນກາຊວນເຕັມ) 6 ຖັງ, ພ້ອມອຸປະກອນໃນການຂຸດຄົ້ນທັງໝົດ ແລະ ໜັງສືຜ່ານແດນ (Passport) ຄົນຫວຽດນາມ 16 ຫົວ, ໂທລະສັບມືຖື 10 ໜ່ວຍ, ພາຫະນະ: ລົດກະບະ 4 ປະຕູ ຍີ່ຫໍ້ Ford ທະບຽນ 47B-181.25 ຈຳນວນ 1 ຄັນ ແລະ ລົດກະບະ 4 ––ປະຕູຍີ່ຫໍ້ Mitsubishi (ສີດຳ) ທະບຽນ 81C-256.76 ຈຳນວນ 1 ຄັນ. ການຄຸ້ມຄອງຂອງກາງ ປະຈຸບັນໄດ້ນຳມາຮັກສາໄວ້ຢູ່ກອງບັນຊາການ ປກສ ເມືອງເຊໂປນ. ຈຸດທີ 3: ເຂດບ້ານສອງແຄ (ສົບມີ້)  ເມືອງເຊໂປນ ກັກຕົວຜູ້ຖືກຫາ: 1 ຄົນ (ສັນຊາດລາວ) ຂອງກາງຄະດີທີ່ຢຶດໄດ້: ຫີນຂຽວ ຈຳນວນ 28 ໂຕນ, ລົດກະບະ 4 ປະຕູ ຍີ່ຫໍ້ Ford Ranger (ສີຂາວ) ທະບຽນ ກນ 5252 ສະຫວັນນະເຂດ 1 ຄັນ, ກ້ອງວົງຈອນປິດ (ສີຂາວ) 2 ໜ່ວຍ ຂອງກາງແມ່ນນຳມາຮັກສາໄວ້ຢູ່ກອງບັນຊາການ ປກສ ເມືອງເຊໂປນ.ຈຸດທີ 4: ເຂດບ້ານຫ້ວຍຈັງ, ເມືອງເຊໂປນກັກຕົວຜູ້ຖືກຫາ: 2 ຄົນ (ສັນຊາດຫວຽດນາມ) ຂອງກາງຄະດີທີ່ຢຶດໄດ້: ລົດຈົກ ຍີ່ຫໍ້ Kobelco SK200 (ສີຂຽວ) 2 ຄັນ, ລົດບັນທຸກ 10 ລໍ້ ຍີ່ຫໍ້ CNHTC (ສີຂາວ-ດຳ) ທະບຽນ ບກ 4108 ສະຫວັນນະເຂດ 1 ຄັນ, ລົດຈັກຍີ່ຫໍ້ Yamaha (ສີແດງ-ດຳ) ທະບຽນ 47-F1.053.89 ຈຳນວນ 1 ຄັນ ພ້ອມວັດຖຸອຸປະກອນທັງໝົດ, ປະຈຸບັນເຄື່ອງຂອງກາງຈຳນວນດັ່ງກ່າວ ແມ່ນຍັງຄຸ້ມກັນໄວ້ຢູ່ສະຖານທີ່ພາກສະໜາມ (ຍົກເວັ້ນຕະແກງເຫຼັກ 1 ອັນ ແມ່ນຮັກສາໄວ້ຢູ່ ປກສ ເມືອງເຊໂປນ). ຈຸດທີ 5: ເຂດບ້ານນາ (ຄຸ້ມໂມ່ງ), ກຸ່ມບ້ານຈຽງຕູບ, ເມືອງເຊໂປນຂອງກາງຄະດີທີ່ຢຶດໄດ້ (ແບ່ງເປັນ 2 ຈຸດຍ່ອຍ):

ຈຸດຍ່ອຍທີ 1: ລົດຈົກ 4 ຄັນ (ປະຈຸບັນຮັກສາໄວ້ຢູ່ຄ້າຍຄຸມຂັງພາກໃຕ້ແກ້ງຄັນ), ເຮືອຕິດເຄື່ອງຈັກ 4 ສູບ 5 ລຳ, ພ້ອມວັດຖຸອຸປະກອນທັງໝົດ,ຈຸດຍ່ອຍທີ 2: ຈັກປັ່ນໄຟຟ້າ 01 ເຄື່ອງ, ລາງໄມ້ປູດ້ວຍຜ້າພົມ 01 ລາງ, ຕະແກງເຫຼັກ 01 ອັນ, ຈັກດູດນ້ຳຂະໜາດໃຫຍ່ 01 ເຄື່ອງ, ຈັກດູດນ້ຳຂະໜາດນ້ອຍ 01 ເຄື່ອງ. ເຄື່ອງຂອງກາງທັງໝົດໃນຈຸດນີ້ ແມ່ນໄດ້ເຄື່ອນຍ້າຍ ແລະ  ເອົາມາຮັກສາໄວ້ຢູ່ຄ້າຍຄຸມຂັງພາກໃຕ້ແກ້ງຄັນ. ຈຸດທີ 6: ຈຸດບ້ານພະລອງ ເມືອງພີນ, ເຈົ້າໜ້າທີ່ໄດ້ເຂົ້າກວດ ຄົ້ນ ພື້ນທີ່ ແລະ ພົບເຫັນການຂຸດຄົ້ນແຮ່ຄຳທີ່ບໍ່ຖືກຕ້ອງ, ດັ່ງນັ້ນຈຶ່ງໄດ້ຢຶດຂອງກາງໄວ້ ພ້ອມວັດຖຸອຸປະກອນທັງໝົດ.

ຄະນະຮັບຜິດຊອບຕາມຂໍ້ຕົກລົງ ສະບັບເລກທີ 956/ຄປຂ ໄດ້ລົງເຄື່ອນໄຫວລາດຕະເວນ ແລະ ໄດ້ກວດພົບເຫັນການລັກລອບຂຸດຄົ້ນ (ຕັດ) ໄມ້ ຢູ່ເຂດບ້ານພະລອງ, ເມືອງພີນ ຊຶ່ງຕັ້ງຢູ່ຫ່າງຈາກຈຸດລັກລອບຂຸດຄົ້ນຄຳ ມຸ່ງໜ້າຂຶ້ນໄປທາງເຂດປ່າສະຫງວນແຫ່ງຊາດ ປະມານ 5 ກິໂລແມັດ. ໃນການກວດກາຕົວຈິງ ພົບເຫັນໄມ້ທີ່ຖືກຕັດ ແລະ ນຳມາຊຸກເຊື່ອງໄວ້ ຈຳນວນ 2 ລາຍການ ຄື: ໄມ້ຍາງ: ຈຳນວນ 35 ທ່ອນ, ໄມ້ຮາວ: ຈຳນວນ 1 ຕັບ. ປະຈຸບັນ, ຄະນະຮັບຜິດຊອບ 956/ຄປຂ ກຳລັງດຳເນີນການສືບສວນ-ສອບສວນ ແລະ ເກັບກຳຂໍ້ມູນນຳປະຊາຊົນ, ອຳນາດການປົກຄອງບ້ານ ເພື່ອຂະຫຍາຍຜົນຫາຕົວຜູ້ກະທຳຜິດ, ພ້ອມທັງເລັ່ງຈັດຕັ້ງການເກັບກູ້ ແລະ ເຄື່ອນຍ້າຍວັດຖຸອຸປະກອນດັ່ງກ່າວມາຮັກສາໄວ້ໃນສະຖານທີ່ປອດໄພ.ຈຸດທີ 7: ຈຸດຫ້ວຍກະສາງ, ເມືອງພີນ

ຜ່ານຕາມເສັ້ນທາງທີ່ໄປກວດກາ ຈຸດທີ່ລັກລອບຕັດໄມ້ໄດ້ພົບເຫັນຮ່ອງຮອຍການຂຸດຄົ້ນແຮ່ຄຳ ຕາມຕີນພູຊ້າງແຫ່, ຕີນພູກະໂຕນ ແລະ ສາຍຫ້ວຍກະສາງ ພົບເຫັນຮອງຮອຍການເຈາະຕີນພູເປັນຈຸດ ເປັນຜົ້ງ ເຮັດໃຫ້ດິນເຈື່ອນ ແລະ ຊຸດໂຊມເປັນບໍລິເວນກວ້າງ ເຊິ່ງມີຄວາມສ່ຽງສູງທີ່ຈະເກີດໄພພິບັດດິນຖົ່ມ ແລະ ສາຍຫ້ວຍມີການເປ່ເພ ເປັນຈຸດໜອງນໍ້າ, ໜ້າດິນຖືກຂຸດຄົ້ນເປັນບໍລິເວນກວ້າງ, ລະບົບນິເວດ ແລະ ສາຍນໍ້າທຳມະຊາດຖືກທຳລາຍ ປະຊາຊົນບໍ່ສາມາດນຳໃຊ້ເຂົ້າໃນການດຳລົງຊີວິດໃນທ້ອງຖິ່ນໄດ້. ແຕ່ຍັງພົບເຫັນຮ່ອງຮອຍການນຳໃຊ້ເຄື່ອງຈັກ ແລະ ອຸປະກອນຮ່ອນຄຳຈຳນວນໜຶ່ງ ທີ່ກຸ່ມຄົນບໍ່ດີປະລະໄວ້.ຈຸດທີ 8: ຈຸດບ້ານແກ້ງລະແທງ, ເມືອງພີນໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ເຂົ້າກວດກາພື້ນທີ່ຕົວຈິງໃນທັນທີ ແລະ ໄດ້ກວດພົບພາຫະນະ ພ້ອມດ້ວຍອຸປະກອນຂຸດຄົ້ນແຮ່ທາດ ດັ່ງນີ້: ເຮືອບັກດູດຊາຍຂະໜາດໃຫຍ່ ຈຳນວນ 1 ລຳ (ສະພາບປະຈຸບັນ ແມ່ນຢູ່ໃນຂັ້ນຕອນການປະກອບຕິດຕັ້ງ, ຍັງບໍ່ທັນສຳເລັດ ແລະ ບໍ່ທັນໄດ້ລົງມືເຄື່ອນໄຫວຂຸດຄົ້ນ). ເຮືອຈັກດູດຊາຍຂະໜາດນ້ອຍ: ຈຳນວນ 1 ລຳ, ເຊິ່ງເປັນພາຫະນະຫຼັກທີ່ກຸ່ມດັ່ງກ່າວກຳລັງນຳໃຊ້ດູດຊາຍໃນປະຈຸບັນ.ເຮືອດູດຊາຍແບບປະດິດ (ຂະໜາດນ້ອຍ): ພົບເຫັນເບື້ອງຕົ້ນຈຳນວນ 10 ກວ່າລຳ. ອຸປະກອນຮັບໃຊ້ເຄື່ອງມືທີ່ນຳໃຊ້ເຂົ້າໃນການຂຸດຄົ້ນຄຳອີກຈຳນວນໜຶ່ງ. ໃນນັ້ນ, ເຂດບ້ານສົບມີ່ (ສາຍນ້ຳເຊກອກ), ເມືອງເຊໂປນຈຸດນີ້ແມ່ນບໍລິເວນທີ່ໄດ້ຮັບຜົນກະທົບໜັກໜ່ວງທີ່ສຸດ

ຜ່ານການລົງກວດກາ ແລະ ເກັບກຳຂໍ້ມູນພື້ນທີ່ພາກສະໜາມຕົວຈິງ ຢູ່ບໍລິເວນແຄມສາຍນໍ້າເຊກອກ ບ້ານສົບມີ່ ເມືອງເຊໂປນ ເຊິ່ງເປັນພື້ນທີ່ທີ່ມີການລັກລອບຂຸດຄົ້ນແຮ່ຄຳ ພົບວ່າມີເນື້ອທີ່ໄດ້ຮັບຜົນກະທົບລວມທັງໝົດ 4.6 ເຮັກຕາ. ໃນນີ້, ມີເນື້ອທີ່ຖືກຂຸດຄົ້ນຕາມແນວລຳນ້ຳເປັນໄລຍະຍາວ 1.1 ກິໂລແມັດ, ສົ່ງຜົນໃຫ້ພື້ນທີ່ພືດພັນທຳມະຊາດຖືກທຳລາຍ 3.5 ເຮັກຕາ, ກາຍເປັນພື້ນທີ່ກອງດິນ ແລະ ດິນຖົມ 1 ເຮັກຕາ, ເກີດມີໜອງນ້ຳຈາກການຂຸດຄົ້ນ 11 ຈຸດ (ຄວາມເລິກສະເລ່ຍ 2–4 ແມັດ) ແລະ ມີປະລິມານດິນຖືກຂຸດຍ້າຍປະມານ 40,000 ຫາ 60,000 ແມັດກ້ອນ; ນອກຈາກນີ້ ຍັງໄດ້ກວດພົບຈຸດສ່ຽງທີ່ຈະເກີດການພັງທະລາຍຂອງຕາຝັ່ງຕື່ມອີກ 5 ຈຸດ.

ໃນດ້ານຜົນກະທົບຕໍ່ສິ່ງແວດລ້ອມ ພົບວ່າການກະທຳດັ່ງກ່າວໄດ້ເຮັດໃຫ້ທິດທາງການໄຫຼຂອງສາຍນ້ຳປ່ຽນແປງ, ເພີ່ມຄວາມສ່ຽງຕໍ່ການເຊາະເຈື່ອນຂອງຕາຝັ່ງ ແລະ ດິນເຈື່ອນ, ທັງທຳລາຍພືດພັນທຳມະຊາດທ້ອງຖິ່ນ (ເປັນຕົ້ນແມ່ນ ຕົ້ນໄຄ້, ຂີ້ເຫຼັກ ແລະ ກໍໄຜ່). ປະຈຸບັນ, ເຄື່ອງຂອງກາງຄະດີ ແລະ ພາຫະນະທັງໝົດທີ່ຢຶດມາໄດ້ນັ້ນ ແມ່ນໄດ້ຖືກແຍກໄປເກັບຮັກສາ ແລະ ຄຸ້ມກັນໄວ້ຢ່າງປອດໄພຢູ່ 4 ຈຸດ ຄື: ເກັບຮັກສາໄວ້ຢູ່ກອງບັນຊາການ ປກສ ເມືອງເຊໂປນ (ເຊິ່ງເປັນຈຸດຫຼັກ), ເກັບຮັກສາໄວ້ຢູ່ຄ້າຍຄຸມຂັງພາກໃຕ້ແກ້ງຄັນ, ເກັບຮັກສາໄວ້ຢູ່ກອງບັນຊາການ ປກຊ ເມືອງພີນ ແລະ ບາງສ່ວນ (ປະເພດເຄື່ອງຈັກໜັກ ແລະ ເຮືອເຫຼັກ) ແມ່ນຍັງຖືກຄຸ້ມກັນ ແລະ ຮັກສາໄວ້ຊົ່ວຄາວຢູ່ສະຖານທີ່ພາກສະໜາມ.

ທີ່ມາ: ສະຫວັນພັດທະນາ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article