ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນພຶດສະພາ 2026

Must read

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພຶດສະພາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 27 ພຶດສະພາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະ ມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າບັນດາກະ ຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ບັນດາປະທານ, ຮອງປະທານ ຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການ ລາຍງານສະພາບພົ້ນເດັ່ນ ປະຈຳເດືອນພຶດສະພາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນມິຖຸນາ 2026.

ກອງປະຊຸມ, ໄດ້ໄຂຂຶ້ນໃນທ່າມກາງບັນຍາກາດທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວບັນດາເຜົ່າກຳລັງຂຸ້ນຂ້ຽວຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ແລະ ຢູ່ໃນໄລຍະກະກຽມວຽກງານຮອບດ້ານ ເພື່ອຍົກລະດັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເປັນວາລະແຫ່ງຊາດ. ຄຽງຄູ່ກັນນັ້ນ, ກໍຢູ່ໃນທ່າມກາງທີ່ສະພາບການພາກພື້ນ ແລະ ສາກົນ ຍັງສືບຕໍ່ເຄັ່ງຮ້ອນ,ສັບສົນ ແລະ ຄາດຄະເນໄດ້ຍາກ ໂດຍສະ ເພາະ ບັນຫາຂໍ້ຂັດແຍ່ງ ຢູ່ເຂດຕາເວັນອອກກາງ ແລະ ເຂດອື່ນໆ ຊຶ່ງໄດ້ສົ່ງຜົນເຮັດໃຫ້ສະພາບເສດຖະກິດໂລກ ທີ່ມີຄວາມຫຍຸ້ງຍາກຢູ່ແລ້ວນັ້ນ ຍິ່ງຈະສືບຕໍ່ມີຜົນກະທົບເປັນວົງກວ້າງຕື່ມ ລວມເຖິງ ຢູ່ປະເທດລາວເຮົາ ໂດຍສະເພາະ ລາຄາສິນຄ້າ, ການຂົນສົ່ງ ແລະອື່ນໆ.ສະນັ້ນ ຕ້ອງມີມາດຕະການແກ້ໄຂ ທີ່ຖືກຕ້ອງ, ແທດເໝາະ ແລະ ທັນການ ເພື່ອຫຼຸດຜ່ອນຜົນກະທົບ ຕໍ່ຊີວິດການເປັນຢູ່ຂອງປະຊາ ຊົນ, ພະນັກງານ-ລັດຖະກອນ ແລະ ການພັດທະນາເສດ ຖະກິດ-ສັງຄົມ.

ກອງປະຊຸມຄັ້ງນີ້, ຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາ ລື, ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື: ລາຍງານສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນຈໍານວນໜຶ່ງ ຄື: ການປະຕິບັດວຽກຈຸດສຸມພົ້ນເດັ່ນ ປະຈໍາເດືອນພຶດສະພາ ແລະ ທິດທາງແຜນການ ປະ ຈຳເດືອນມິຖຸນາ 2026 ຂອງລັດຖະບານ ແລະ ທິດຜັນຂະຫຍາຍຜົນກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII; ສະພາບພົ້ນເດັ່ນພາກພື້ນ ແລະ ສາກົນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການເກັບກູ້ອາວຸດ ແລະ ວັດຖຸລະເບີດ ໃນໄລຍະຜ່ານມາ; ແຜນການປັບປຸງລະບົບການສຶກສາສາຍສາມັນ ຈາກ 5+4+3 ເປັນ 6+3+3 ແລະ ການສອບ ເສັງນັກຮຽນເກັ່ງທົ່ວປະເທດ; ການກະກຽມຄວາມພ້ອມ ເພື່ອເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີວິທະຍາ ສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 22 (AMSTI-22), ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຄັ້ງທີ 89 (COSTI-89) ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນລະ ຫວ່າງວັນທີ 22-26 ມິຖຸນາ 2026; (5) ສະພາບປາຕາຍ ຢູ່ນ້ຳເຊໂດນ, ເມືອງຊະນະສົມບູນ, ແຂວງຈຳປາສັກ.

ລາຍງານສະພາບລວມການບັນຈຸລັດຖະກອນ ປະຈຳປີ 2025 ແລະ ແຜນຄວາມຕ້ອງການຈໍານວນຕົວເລກລັດຖະກອນໃໝ່ (ໂກຕ້າ) ປີ 2026 ຂອງບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການຈັດຕັ້ງພັກ, ສູນກາງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການປົກ ຄອງທ້ອງຖິ່ນ; ຮ່າງກົດໝາຍ ວ່າດ້ວຍຄັງເງິນແຫ່ງລັດ; ຮ່າງກົດໝາຍ ວ່າດ້ວຍງົບປະມານແຫ່ງລັດ ( ສະບັບປັບ ປຸງ); ຮ່າງດຳລັດ ວ່າດ້ວຍການເຊົ່າ ແລະ ສຳປະທານທີ່ດິນລັດ.

ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຮຽກ ຮ້ອງມາຍັງບັນດາທ່ານສະມາຊິກລັດຖະບານ ແລະ ບັນດາທ່ານ ທີ່ເຂົ້າຮ່ວມກອງປະຊຸມ ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນ ຢ່າງເລິກເຊິ່ງ, ແທດກັບສະພາບຄວາມເປັນຈິງ ຂອງແຕ່ລະບັນຫາ ດ້ວຍການສະເໜີທັດ ສະນະ ຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ, ມີທາງອອກທີ່ຈະແຈ້ງ, ເຮັດໃຫ້ຜົນຂອງກອງປະຊຸມຄັ້ງນີ້ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ແລະ ມີປະສິດທິຜົນສູງ.

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article