ໃນວັນທີ 27 ພຶດສະພາ 2026, ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ສປປ ລາວ ໄດ້ມອບຕົວຜູ້ຖືກຫາ ຈໍານວນ 106 ຄົນ ຍິງ 51 ຄົນ ໃຫ້ເຈົ້າໜ້າທີ່ຕຳຫຼວດແຫ່ງຣາຊະອານາຈັກໄທ ຢູ່ທີ່ດ່ານສາກົນ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ແຂວງບໍລິຄໍາໄຊ ເພື່ອນໍາຕົວພວກກ່ຽວກັບໄປດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ, ໃນຂໍ້ຫາ ຫຼິ້ນການພະນັນທີ່ຕ້ອງຫ້າມ, ດຳເນີນທຸລະກິດບໍ່ຖືກຕ້ອງຕາມກົດໝາຍ ແລະ ເຮັດວຽກທີ່ບໍ່ໄດ້ຮັບອະນຸຍາດ.

ພິທີມອບ-ຮັບຕົວຜູ້ຖືກຫາໃນຄັ້ງນີ້, ຝ່າຍລາວເຊັນມອບໂດຍ ທ່ານ ພັນໂທ ສຸກສາຄອນ ພົງວິຈິດ ຫົວໜ້າຫ້ອງສັນຕິບານ ປກສ ແຂວງບໍລິຄຳໄຊ, ຝ່າຍໄທເຊັນຮັບໂດຍ ທ່ານ ພັນເອກ ຈະຕຸພອນ ເນວະມາດ ຜູ້ກຳກັບການກວດຄົນເຂົ້າ-ອອກເມືອງຈັງຫວັດບຶງການ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ, ເຊິ່ງເປັນການປະຕິບັດຕາມກົດໝາຍ ວ່າດ້ວຍການເຂົ້າ – ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ ສະບັບເລກທີ 59/ສພຊ ລົງວັນທີ 26 ທັນວາ 2014 ແລະ ອີງຕາມ ບົດບັນທຶກກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ ລະຫວ່າງ ແຂວງບໍລິຄໍາໄຊ-ຈັງຫວັດບຶງການ ຄັ້ງທີ 6 ລົງວັນທີ 16 ກຸມພາ 2023.

ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ລາຍງານໃຫ້ຮູ້ວ່າ: ຜູ້ຖືກຫາສັນຊາດໄທ ຈຳນວນດັ່ງກ່າວ ຖືກກັກຕົວໄດ້ຈາກປະຕິບັດການ ກວາດລ້າງກຸ້ມແກ້ງກະທຳຜິດກົດໝາຍ ຢູ່ແຂວງບໍລິຄຳໄຊ ເຊິ່ງເບື້້ອງຕົ້ນ ເຈົ້າໜ້າທີວິຊາສະເພາະ ໄດ້ຮັບແຫຼ່ງຂ່າວວ່າ ມີກຸ່ມແກ້ງ ທີ່ເປັນຄົນລາວ ແລະ ຄົນຕ່າງປະເທດ ຮ່ວມກັນໄດ້ນໍາເອົາອຸປະກອນມາຕິດຕັ້ງ ເພື່ອເຄື່ອນໄຫວກໍ່ການກະທໍາຜິດທາງໂທລະຄົມ ແລະ ການສື່ສານ ຫຼື ຄໍເຊັນເຕີ ແລະ ເປີດເວບພະນັນອອນລາຍ; ເວລາ 9 ໂມງ 30 ນາທີ ຂອງວັນທີ 19 ພຶດສະພາ 2026 ເຈົ້າໜ້າທີ່ ປກສ ແຂວງ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຂົ້າກວດຄົ້ນຈໍານວນ 04 ຈຸດຄື: ຫ້ອງການຫວຍພັດທະນາລາວ TF-LVE; ໂຮງແຮມແສງຮຸ່ງເຮືອງ; ໂຮງແຮມວົງເດືອນ ແລະ ເຮືອນພັກດາວນິນ.

ຜ່ານການກວດຄົ້ນຕົວຈິງຢູໂຮງແຮມວົງເດືອນ, ໂຮງແຮມແສງຮຸ່ງເຮືອງ ແມ່ນພົບເຫັນເປັນບ່ອນພັກເຊົາຂອງກຸ່ມແກ້ງດັ່ງກ່າວ, ສ່ວນອຸປະກອນປະກອບເຂົ້າໃນການກະທໍາຜິດແມ່ນພົບເຫັນຢູ່ບໍລິສັດຫວຍພັດທະນາລາວ TF-LVE ຕັ້ງຢູ່ບ້ານຫົງໄຊ ແລະ ເຮືອນພັກດາວນິນ ຕັ້ງຢູ່ ບ້ານຊະນະໄຊ ແລະ ພົບເຫັນຜູ້ຖືກຫາທັງໝົດ 106 ຄົນ, ຍິງ 51 ຄົນ; ເຈົ້າໜ້າທີ່ວິຊາສະເພາະຈຶ່ງໄດ້ກັກຕົວບຸກຄົນທີ່ພົວພັນທັງໝົດ ແລະ ຢືດອຸປະກອນທີ່ນໍາໃຊ້ເຂົ້າໃນການກະທໍາຜິດ ມີຄອມພິວເຕີຕັ້ງໂຕະ 164 ເຄື່ອງ, ຄອມພິວເຕີໂນດບຸກ 149 ເຄື່ອງ, ໂທລະສັບມືຖື 119 ເຄື່ອງ, ຫົວຄອມ 21 ໜ່ວຍ, ປິນເຕີ 03 ໜ່ວຍ ໄປດໍາເນີນການສືບສວນ-ສອບສວນຕາມຂັ້ນຕອນຂອງກົດໝາຍ.

ພວກຖືກຫາ ໄດ້ໃຫ້ຂໍ້ມູນກັບເຈົ້າໜ້າທີ່ວ່າ: ກ່ອນພວກກ່ຽວຈະມາເຮັດວຽກຢູ່ບໍລິສັດຫວຍພັດທະນາລາວ TF-LVE ນີ້ ໄດ້ເຫັນໂຄສະນາທາງເຟດບຸກ ແລະ ໄດ້ຮັບການຊັກຊວນຈາກຄົນຮູ້ຈັກ ວ່າ ບໍລິສັດ ດັ່ງກ່າວ ຕັ້ງຢູ່ເມືອງປາກຊັນ ແຂວງບໍລິຄໍາໄຊ ຕ້ອງການພະນັກງານຈໍານວນຫຼາຍ ໂດຍສະເພາະແມ່ນຕຳແໜ່ງແອັດ ໂດຍຈະໄດ້ຮັບຄ່າຈ້າງເງິນເດືອນສູງ; ຈິ່ງໄດ້ສະມັກມາເຮັດວຽກຜ່ານທາງເວບໄຊ ແລ້ວໄດ້ເດີນທາງຈາກ ປະເທດໄທ ເຂົ້າມາປະເທດລາວ ໂດຍໃຊ້ພັດສະປອດ ເຂົ້າມາເຮັດວຽກຢູ່ບໍລິສັດດັ່ງກ່າວ; ໜ້າວຽກຕົວຈິງ ແມ່ນຕັດຄິບວິດີໂອ, ໂຄສະນາຊອກຫາລູກຄ້າ, ວຽກແອັດມິນ, ຕອບແຊັດລູກຄ້າ ແລະ ວຽກບໍລິການລູກຄ້າ ໜ້າເວັບເປັນຕົ້ນ ໂດຍໄດ້ຮັບເງິນເດືອນເບື້ອງຕົ້ນຈໍານວນ 5.000.000 ກີບ (ຫ້າລ້ານກີບ) ຫາ 35.000 ບາດ (ສາມສິບຫ້າພັນບາດ) ຕໍ່ເດືອນ ກໍານົດເວລາທົດລອງວຽກ ຖ້າຜ່ານໄລຍະ 3 ເດືອນ ແມ່ນຈະໄດ້ເປັນພະນັກງານຂອງບໍລິສັດ ແລະ ຈະໄດ້ຮັບເງິນເດືອນເພີ່ມຂຶ້ນ.

ຜ່ານການສືບສວນ-ສອບສວນກວດກາບັນດາຂໍ້ມູນ, ຫຼັກຖານ, ເອກະສານຕ່າງໆຂອງເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ເຫັນວ່າ: ບໍລິສັດຫວຍ ພັດທະນາລາວ TF-LVE ແມ່ນໄດ້ຮັບອານຸຍາດດໍາເນີນທຸລະກິດໂດຍຖືກຕ້ອງຕາມລະບຽບກົດໝາຍ, ແຕ່ຕາມຄໍາໃຫ້ການຜູ້ກະທໍາຜິດໄດ້ບອກວ່າ: ການບໍລິການຫວຍຂອງບໍລິສັດດັ່ງກ່າວ ແມ່ນຍັງຢູ່ໃນຂັ້ນຕອນການຕິດຕັ້ງໂປແກມ ຍັງບໍ່ທັນສໍາເລັດ ແລະ ນໍາໃຊ້ເທື່ອ ແຕ່ໄດ້ເປີດບໍລິການເປັນທາງການ ເພື່ອເປັນສາກບັງໜ້າ ໃນການບໍລິການຫຼິ້ນການພະນັນອອນລາຍ ເຊິ່ງສະແດງອອກມີຄື: ເກມສະລອດ, ເກມບາຄະລາ, ລົງພະນັນບານທົ່ວໂລກ, ພະນັນຫວຍໄທ, ລາວ, ຫວຽດນາມ, ຮຸ້ນຈີນ, ຮຸ້ນມາເລເຊຍ ແລະ ອື່ນໆ.

ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ຄົນສັນຊາດໄທ ທີ່ໄດ້ເຄື່ອນໄຫວກະທຳຜິດໃນຄັ້ງນີ້ ພວກກ່ຽວແຕ່ລະຄົນໄດ້ຖືພາດສະປອດເຂົ້າມາລາວ ໃນນາມນັກທ່ອງທ່ຽວ ແຕ່ເຂົ້າມາແລ້ວ ພັດມາເປັນພະນັກງານຂອງບໍລິສັດຫວຍພັດທະນາລາວ TF-LVE ແລ້ວເຄື່ອນໄຫວຕົວຈິງ ບໍລິການຫຼິ້ນການພະນັນທາງອອນລາຍໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ, ພ້ອມທັງເປັນການກະທໍາຜິດກ່ຽວກັບຄວາມປອດໄພ ຄວາມເປັນລະບຽບຮຽບ ຮ້ອຍຂອງສັງຄົມ ແລະ ເປັນການກະທໍາຜິດຕໍ່ລະບຽບການຄຸ້ມຄອງເສດຖະກິດ, ການຫຼິ້ນການພະນັນທີ່ຕ້ອງຫ້າມ ແລະ ການດໍາເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ຂອງ ສປປ ລາວ.
ພາບ-ຂ່າວ: ກົມສື່ມວນຊົນ ປກສ





