CATEGORY

ຂ່າວພາຍໃນ

ທາບທາມຄໍາຕໍ່ຮ່າງດໍາລັດ ວ່າດ້ວຍການເຄື່ອນໄຫວວຽກງານສື່ມວນຊົນຢູ່ລາວ ຂອງສື່ມວນຊົນຕ່າງປະເທດ

ກະຊວງການຕ່າງປະເທດ ຈັດກອງປະຊຸມທາບທາມຄໍາເຫັນຕໍ່ຮ່າງດໍາລັດ ວ່າດ້ວຍການ ເຄື່ອນໄຫວວຽກງານສື່ມວນຊົນ ຢູ່ ສປປ ລາວ ຂອງສື່ມວນຊົນ, ສໍານັກງານຜູ້ຕາງໜ້າ ແລະ ອົງການຈັດຕັ້ງ ຕ່າງປະເທດ ສໍາລັບ ຂັ້ນສູນກາງ ຈັດຂຶ້ນໃນວັນທີ 25 ພຶດສະພາ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ພົງສະຫວັນ ສີສຸລາດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາຜູ້ຕາງໜ້າຈາກກະຊວງ,...

9 ໝູ່ບ້ານ ຂອງເມືອງໂພນທອງປະກາດເປັນບ້ານພົ້ນທຸກ ແລະ 1 ບ້ານພັດທະນາໃນວັນທີ 22 ພຶດສະພາ 2026

ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ຄະນະກໍາມະການປົກຄອງເມືອງໂພນທອງ ປະກາດຮັບຮອງ 9 ບ້ານ ເປັນບ້ານພົ້ນທຸກ ແລະ ປະກາດບ້ານວັງຊຽງ ເປັນບ້ານພັດທະນາ ໃນວັນທີ 22 ພຶດສະພາ 2026 ທີ່ບ້ານວັງຊຽງ ໂດຍມີ ທ່ານ ສຳນານ ສົນທະນີ ຮອງປະທານສະພາປະຊາຊົນແຂວງຫລວງພະບາງ, ທ່ານ ສົມວອນ...

ຜະລິດຕະພັນໂຕໂຢລາວ ປະກອບສ່ວນພັດທະນາພື້ນຖານໂຄງລ່າງໃນຕົວເມືອງ

ທ່ານ ລັງກອນ ໄຊຍະວົງ ປະທານໂຮງງານອຸດສາຫະກໍາ ໂຕໂຢລາວ ໄດ້ໃຫ້ສໍາພາດເນື່ອງໃນໂອກາດທີ່ໄດ້ນໍາເອົາຜະລິດຕະພັນຂອງໂຮງງານອຸດສາຫະກໍາໂຕໂຢລາວ ເຂົ້າຮ່ວມວາງສະແດງໃນ ກອງປະຊຸມ ຍທຂ ທົ່ວປະເທດ ປີ 2025-2026 ແລະ ແຜນພັດທະນາ 5 ປີ 2026-2030 ຂອງຂະແໜງ ຍທຂ ທີ່ຈັດຂຶ້ນໃນວັນທີ 5-6 ພຶດສະພາຜ່ານມາ ທີ່ຫໍປະຊຸມແຫ່ງຊາດ. ທ່ານ ລັງກອນ...

ຮ່ວມເປັນກຳລັງໃຈໃຫ້ທີມງານກູ້ໄພ ຈາກພີ່ນ້ອງຝັ່ງໄທ ເດີນທາງຮ່ວມພາລະກິດຊ່ວຍປະຊາຊົນ 7 ຄົນຕິດຖໍ້າ ຢູ່ເມືອງລ້ອງແຈ້ງ ແຂວງໄຊສົມບູນ

ວັນທີ 24 ພຶດສະພາ 2026 ເປັນມື້ທີ 5 ກັບພາລະກິດ ຊ່ວຍປະຊາຊົນຕິດຖໍ້າ ຢູ່ເມືອງລ້ອງແຈ້ງແຂວງໄຊສົມບູນເຫດເກີດວັນທີ 20 ພຶດສະພາ 2026 ມີປະຊາຊົນເຂົ້າຖ້ຳເພື່ອໄປຂຸດຄຳ ຈຳນວນ 7 ຄົນ ແລ້ວຕິດຢູ່ໃນຖ້ຳອອກມາບໍ່ໄດ້ ຍ້ອນຝົນຕົກໜັກ ແລະ ເຮັດໃຫ້ນ້ຳຝົນໄຫລເຂົ້າຖ້ຳຈຳນວນຫລາຍ ເຮັດອອກມາບໍ່ໄດ້. ຜູ້ທີ່ຕິດຢູ່ໃນຖ້ຳດັ່ງກ່າວມີ: ປະຊາຊົນບ້ານນ້ຳຜາໃຫຍ່ 3 ຄົນ,...

ພົບປະແລກປ່ຽນ ຊາສູ່ຄວາມປອງດອງ ສົ່ງເສີມມິດຕະພາບ ລາວ-ຈີນ

ສູນວັດທະນະທຳຈີນ ປະຈຳລາວ ຈັດງານພົບປະແລກປ່ຽນ “ຊາສູ່ຄວາມປອງດອງ” (ສະແດງສິລະປະການຊົງຊາ ແລະ ຊິມຊາ) ເພື່ອໃຫ້ຊາເປັນສື່ກາງ ສົ່ງເສີມມິດຕະພາບຂອງສອງປະເທດ ລາວ-ຈີນ ເນື່ອງໃນໂອກາດ “ວັນຊາສາກົນ” ໃນວັນທີ 21 ພຶດສະພາ ນີ້, ໃນງານພົບປະໃນຄັ້ງນີ້ ໄດ້ເຊື້ອເຊີນເອົາ ຜູ້ຊ່ຽວຊານ ດ້ານສິລະປະການຊົງຊາ ຈາກແຂວງຢຸນນານ ສປ ຈີນ ມາດໍາເນີນການສະແດງສິລະປະການຊົງຊາອັນປານີດ,...

ຫ້ອງວ່າການສຳນັກງານປະທານປະເທດ ປາຖະກະຖາ 2 ວັນ ປະຫວັດສາດ

ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດຕັ້ງປາຖະກະຖາ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 67 ປີ (18/5/1959-18/5/2026) ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີ (24/5/1960-24/5/2026) ຂຶ້ນໃນວັນທີ 21 ພຶດສະພານີ້ ທີີ່ຫ້ອງປະຊຸມ ຫສປທ...

ຕຳຫລວດລາວນຳສົ່ງຜູ້ຖືກຫາສັນຊາດໄທລັກລອບເປີດເວບພະນັນອອນລາຍ 100 ກວ່າຄົນ ໃຫ້ທາງການໄທ ນໍາໄປດໍາເນີນຄະດີຕາມລະບຽບກົດໝາຍ

ໃນວັນທີ 22 ພຶດສະພາ 2026, ໂດຍປະຕິບັດລະບຽບກົດໝາຍ ແລະ ກົນໄກການຮ່ວມມືວຽກງານຕໍາຫຼວດ ລະຫວ່າງສອງປະເທດ; ກົມຕໍາຫຼວດຄຸ້ມຄອງຄົນຕ່າງປະເທດ ກົມໃຫຍ່ສັນຕິບານ ໄດ້ປະສານສົມທົບກັບ ກົມພົວພັນຕ່າງປະເທດ ຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ແລະ ສະຖານທູດຣາຊະອານາຈັກໄທ ປະຈໍາລາວ ມອບ-ຮັບ ຕົວຜູ້ຖືກຫາສັນຊາດໄທ ທີ່ລັກລອບເປີດເວບຫຼິ້ນການພະນັນທາງອອນລາຍ ຈໍານວນ 102 ຄົນ ຍິງ...

ຕິດຕັ້ງໜ່ວຍຕັດໄຟ ເພື່ອບຳລຸງຮັກສາຕາຂ່າຍໄຟຟ້າໃຫ້ມີຄວາມສະຖຽນລະພາບ

ວັນທີ 22 ພຶດສະພາ 2025 ສາຂານະຄອນຫຼວງວຽງຈັນ ລົງປະຕິບັດວຽກງານ ຕິດຕັ້ງໜ່ວຍຕັດໄຟປະເພດ RCS ຈຳນວນ 02 ຈຸດ ທີ່ບ້ານ ຈັນສະຫວ່າງ ຄຸ້ມ 194 , ບ້ານວຽງຄຳ ຮ່ອມ 17 ເມືອງ ສີໂຄດຕະບອງນະຄອນຫຼວງວຽງຈັນ ເພື່ອບຳລຸງຮັກສາ ລະບົບຈຳໜ່າຍໄຟຟ້າໃຫ້ມີຄວາມສະຖຽນລະພາບ ທ່ານພົບເຫັນຕົ້ນໄມ້ຫັກທັບລະບົບສາຍຕາຂ່າຍໄຟຟ້າ,ໄຟຟ້າຊ໊ອດ,ໄຟຟ້າໄໝ້ ຫຼື...

ລັດຖະບານໄທ ມອບທຶນການສຶກສາລະດັບປະລິນຍາໂທ 22 ທຶນ ໃຫ້ແກ່ພະນັກງານ-ລັດຖະກອນ ສປປ ລາວ ປະຈຳປີ 2026

ໃນວັນທີ 15 ພຶດສະພາ 2026 ທີ່ຜ່ານມາ, ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ຈັດພິທີມອບທຶນການສຶກສາລັດຖະບານໄທ ລະດັບປະລິນຍາໂທ ປະຈຳປີການສຶກສາ 2026 ໃຫ້ແກ່ພະນັກງານ-ລັດຖະກອນ ສປປ ລາວ ຈຳນວນ 22 ທຶນ ພາຍໃຕ້ແຜນການຮ່ວມມືເພື່ອການພັດທະນາ ໄທ-ສປປ ລາວ ສາຂາການພັດທະນາຊັບພະຍາກອນມະນຸດ ຜ່ານກົມການຮ່ວມມືລະຫວ່າງປະເທດ...

ຊາຍໜຸ່ມໃສ່ຊຸດທະຫານແອບອ້າງເປັນເຈົ້າໜ້າທີ່ ເຄີຍກໍ່ເຫດປຸ້ນຊັບມາແລ້ວຫຼາຍຄັ້ງ

ວັນທີ 20 ພຶດສະພາ 2026, ປກສ ນະຄອນຫຼວງວຽງຈັນ ລາຍງານວ່າ: ເຈົ້າໜ້າທີ່ໄດ້ນຳຕົວຊາຍໜຸ່ມອ້າງວ່າເປັນເຈົ້າທີ່ ໃສ່ຊຸດທະຫານ ຖືກພົນລະເມືອງດີຈັບຕົວໄດ້ ໃນຂະນະກໍ່ເຫດໃຊ້ປືນຢາງ ຈີ້ເພື່ອຫວັງຊີງຊັບຂອງ ປະຊາຊົນ ຢູ່ບ້ານໂພນຕ້ອງ ເມືອງຈັນທະບູລີ ນະຄອນວຽງຈັນ ໃນວັນທີ 16 ພຶດສະພາ 2026 ເວລາ 22:30 ນາທີ ມາດຳເນີນການສອບສວນ. ຜ່ານການສອບສວນ...

ຂ່າວລ່າສຸດ