ທ່ານ ລັງກອນ ໄຊຍະວົງ ປະທານໂຮງງານອຸດສາຫະກໍາ ໂຕໂຢລາວ ໄດ້ໃຫ້ສໍາພາດເນື່ອງໃນໂອກາດທີ່ໄດ້ນໍາເອົາຜະລິດຕະພັນຂອງໂຮງງານອຸດສາຫະກໍາໂຕໂຢລາວ ເຂົ້າຮ່ວມວາງສະແດງໃນ ກອງປະຊຸມ ຍທຂ ທົ່ວປະເທດ ປີ 2025-2026 ແລະ ແຜນພັດທະນາ 5 ປີ 2026-2030 ຂອງຂະແໜງ ຍທຂ ທີ່ຈັດຂຶ້ນໃນວັນທີ 5-6 ພຶດສະພາຜ່ານມາ ທີ່ຫໍປະຊຸມແຫ່ງຊາດ.

ທ່ານ ລັງກອນ ໄຊຍະວົງ ໄດ້ໃຫ້ຮູ້ວ່າ: ພາຍຫຼັງເຂົ້າຮ່ວມກອງປະຊຸມເຫັນວ່າ ພັກ- ລັດຖະບານ ເວົ້າລວມ ເວົ້າສະເພາະກໍຄື ກະຊວງ ຍທຂ ໄດ້ມີຄວາມເອົາໃຈໃສ່ ພັດທະນາໂຄງລ່າງພື້ນຖານ ຂອງ ສປປ ລາວ ມີການຕັດສິນໃຈສູງໃນການລົງທຶນມະຫາສານ ໃນການພັດທະນາໂຄງລ່າງພື້ນຖານເພື່ອໃຫ້ປະຊາຊົນລາວເຮົາທັງຊາດໄດ້ກິນດີຢູດີ. ພິເສດປີນີ້ເພິ່ນເວົ້າເຖິງການແກ້ໄຂຄວາມທຸກຍາກ ໂດຍສະເພາະການພັດທະນາຊົນນະບົດ ແມ່ນເລັ່ງໃສ່ຖະໜົນຫົນທາງ ແລະ ພື້ນຖານໂຄງລ່າງຕ່າງໆໄປສູ່ຊົນນະບົດ ເພື່ອສະດວກໃນການທໍາມາຄ້າຂາຍຫາຢູ່ຫາກິນ ຂອງປະຊາຊົນ. ຄຽງຄູ່ກັນນັ້ນ ເພິ່ນໄດ້ເອົາໃຈໃສ່ຫຼາຍປັດໄຈເປັນຕົ້ນແມ່ນການພັດທະນາພື້ນຖານໂຄງລ່າງໃນຕົວເມືອງ ໃນນາມໂຮງງານອຸດສາຫະກໍາທໍ່ໂຕໂຢ ກໍໄດ້ພັດທະນາສິນຄ້າຫຼາກຫຼາຍຜະລິດຕະພັນທີ່ມາໃຊ້ໃນຂະ ແໜງການປິ່ນອ້ອມ ເປັນຕົ້ນແມ່ນ: ຂະແໜງການທີ 1 ແມ່ນຜະລິດຕະພັນທໍ່ເອັສດີພີອີ (HDPE PIPE) ຊຶ່ງສາມາດຜະລິດໄດ້ຂະໜາດ 1,200 ມິນລີແມັດ ສາມາດທົດແທນທໍ່ເຫຼັກທໍ່ຂາງທີ່ລໍາລຽງນໍ້າ ມາຮັບໃຊ້ສັງຄົມ ຊຶ່ງເປັນທໍ່ທີ່ສະອາດ ລາຄາຖືກກວ່າທໍ່ເຫຼັກ ຫຼື ທໍ່ຂາງ ແລະ ເປັນຜະລິດຕະພັນພາຍໃນຂອງພວກເຮົາ, ທີ່ມີຄວາມສະອາດ ນໍ້າສາມາດດື່ມໄດ້, ນອກຈາກນັ້ນ ເຮົາກໍສາມາດຜະລິດທໍ່ລະບາຍນໍ້າຂັງໃນຕົວເມືອງ, ທໍ່ລະບາຍນໍ້າເປື້ອນ, ມີລະບົບບໍາບັດນໍ້າເປື້ອນຈາກຄົວເຮືອນ, ນໍ້າເປື້ອນຈາກຕົວເມືອງ ແລະ ຊຸມຊົນ, ເປັນເຕັກໂນໂລຊີໃໝ່ທີ່ພວກເຮົາຜະລິດອອກມາ.

ນອກນັ້ນ, ພວກເຮົາຍັງມີລະບົບຜະລິດນໍ້າປະປາແບບຄອມແພັກໂມບາຍເຄື່ອນທີ່ໄດ້ ຊຶ່ງມີກໍາລັງຜະລິດ 1,000 ແມັດກ້ອນຕໍ່ມື້ຈົນຮອດ 10,000 ແມັດກ້ອນຕໍ່ມື້, ນອກຈາກນັ້ນ ພວກເຮົາຍັງຄົ້ນຄວ້າທໍ່ຫຸ້ມສາຍໄຟ, ສາຍໂທລະຄົມ ເພື່ອມາຊ່ວຍຂະແໜງການ ໃນການພັດທະນາຕົວເມືອງ ແລະ ແກ້ໄຂບັນຫາສາຍໄຟ, ສາຍໂທລະຄົມທີ່ບໍ່ງາມ ແລະ ບົດບັງທັດສະນີຍະພາບໃນຕົວເມືອງນະຄອນຫຼວງວຽງຈັນ ກໍຄືເທສະບານໃນຂອບເຂດທົ່ວປະເທດ. ພ້ອມນັ້ນ ກໍຊ່ວຍແກ້ໄຂບັນຫາ ອັກຄີໄຟທີ່ອາດຈະເກີດຂຶ້ນໃນໄລຍະການໃຊ້ງານ.

ທ່ານໃຫ້ຮູ້ຕື່ມວ່າ: ຜົນງານຂອງໂຮງງານທີ່ປະກອບສ່ວນໃນການພັດທະນາພື້ນຖານໂຄງລ່າງຮ່ວມກັບ ບໍລິສັດ ຊຶ່ງເລີ່ມມາແຕ່ ປີ 2004-2005 ພວກເຮົາມີຫຼາຍໂຄງການສືບທອດມາຮອດປັດຈຸບັນ ແລະ ຫວ່າງບໍ່ດົນມານີ້ ກໍໄດ້ມີໂຄງການລະບາຍນໍ້າ ແລະ ບໍາບັດນໍ້າເປື້ອນໃນນະຄອນຫຼວງວຽງຈັນ ຊຶ່ງໄດ້ຮັບທຶນຈາກປະເທດຮັງກາລີ ຊຶ່ງໂຮງງານພວກເຮົາກໍໄດ້ສະໜອງວັດສະດຸອຸປະກອນຮ່ວມກັບໂຄງການດັ່ງກ່າວເຮັດໃຫ້ວຽກຂອງໂຄງການແລ້ວທັນແຜນການ ຊຶ່ງເປັນສິ່ງທີ່ພວກເຮົາພູມໃຈ ທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາພື້ນຖານໂຄງລ່າງໃນການຂະຫຍາຍຕົວເມືອງ.
ໂດຍ: ບຸນຕອມ





