ຫ້ອງວ່າການສຳນັກງານປະທານປະເທດ ປາຖະກະຖາ 2 ວັນ ປະຫວັດສາດ

Must read

ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດຕັ້ງປາຖະກະຖາ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 67 ປີ (18/5/1959-18/5/2026) ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີ (24/5/1960-24/5/2026) ຂຶ້ນໃນວັນທີ 21 ພຶດສະພານີ້ ທີີ່ຫ້ອງປະຊຸມ ຫສປທ ຊຶ່ງມີ ສະຫາຍ ນາງ ຟອງສະມຸດ ອັ່ນລາວັນ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ມີຄະນະພັກ, ຄະນະກົມ, ສະມາຊິກພັກ, ພະນັກງານ-ລັດຖະກອນ ທົ່ວຫ້ອງການສຳນັກງານ ປະທານປະເທດ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.

ໃນພິທີ, ສະຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາຄະນະບໍລິຫານງາພັກ ປະທານ ສະຫະ ພັນນັກຮົບແຫ່ງຊາດລາວ ໄດ້ຂຶ້ຶນປາຖະກະຖາ 2 ວັນປະຫວັດສາດ ຊຶ່ງໄດ້ຍົກໃຫ້ເຫັນສະພາບການປິດລ້ອມຂອງກອງພັນທີ 2, ການຜ່າວົງປິດລ້ອມຂອງກອງພັນທີ 2 ໃນວັນທີ 18/5-2/6/1959, ຄວາມໝາຍຄວາມສຳຄັນ ແລະ ປັດໄຈພື້ນຖານການຜ່າວົງປິດລ້ອມຂອງກອງພັນທີ 2. ໃນນັ້ນ, ໄດ້ຍົກໃຫ້ເຫັນ ສະພາບການ ແລະ ການເຄື່ອນໄຫວປະຕິວັດຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ໃນໄລຍະປີ 1957-1959, ແຜນການໂຕນຄຸກ, ການກະກຽມໂຕນຄຸກຈາກຄຸກໂພນເຄັງຂອງບັນດາຜູ້ນຳ ແລະ ສາເຫດການໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳໄປສູ່ເຂດທີ່ໝັ້ນປະຕິວັດຢ່າງປອດໄພ.

ໃນການຈັດຕັ້ງປາຖະກະຖາສອງວັນປະຫວັດສາດໃນຄັ້ງນີ້: ເພື່ອໃຫ້ບັນດາສະມາຊິກພັກ, ພະນັກ ງານ-ລັດຖະກອນ ພາຍໃນຫ້ອງວ່າການ ສຳນັກງານປະທານປະເທດ ໄດ້ມີຄວາມຮັບຮູ້ ແລະ ເຫັນໄດ້ມູນເຊື້ອ ອັນພິລະອາດຫານ ແລະ ຄວາມມະຫັດສະຈັນ ອັນສະຫຼາດສ່ອງໃສຂອງການນຳຂອງພັກເຮົາໃນການຕໍ່ສູ່ກູ້ຊາດ.

(ຂ່າວ-ພາບ: ສຳນານ)

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article