ພິທີເຊັນສັນຍາ ວ່າດ້ວຍການຮ່ວມມືດ້ານວິຊາການ ເພື່ອເພີ່ມປະສິດທິພາບການກວດສຸຂະພາບແຮງງານ ພາຍໃນ ແລະ ຕ່າງປະເທດ ລະຫວ່າງ ກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ໂຮງໝໍສາກົນຄຳມ່ວນ ຈັດຂຶ້ນໃນວັນທີ 28 ພຶດສະພາ 2026 ທີ່ແຂວງຄຳມ່ວນ ຕາງໜ້າລົງນາມໂດຍ ທ່ານ ນາງ ບົວວັນ ປັນຍາວົງ ຮອງຫົວໜ້າກົມຄຸ້ມຄອງແຮງງານ ແລະ ທ່ານ ຖັງ ຈິນປິງ ປະທານໂຮງໝໍສາກົນຄຳມ່ວນ, ມີທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ, ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມພ້ອມດ້ວຍຕາງໜ້າຈາກບັນດາພະແນກການ, ພາກສ່ວນບໍລິສັດ ແລະ ຫົວໜ່ວຍແຮງງານ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ການລົງນາມໃນຄັ້ງນີ້, ເປັນການຮ່ວມມືລະຫວ່າງ ພາກລັດ ແລະ ພາກເອກະຊົນ ໃນການຈັດຕັ້ງປະຕິບັດວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ໂດຍສະເພາະ ການໃຫ້ບໍລິການກວດສຸຂະພາບປະຈຳປີ ຂອງຜູ້ອອກແຮງງານ ໃຫ້ເປັນໄປຕາມກົດໝາຍ, ລະບຽບການ ແລະ ຫລັກການດ້ານວິຊາການຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.

ຄວາມສຳຄັນຂອງການກວດສຸຂະພາບແຮງງານ ຊຶ່ງວຽກງານນີ້ຖືກກຳນົດໄວ້ໃນກົດໝາຍວ່າດ້ວຍແຮງງານ ແລະ ດຳລັດວ່າດ້ວຍຄວາມປອດໄພ ແລະ ສຸຂະພາບແຮງງານ. ພາກລັດມີພາລະບົດບາດໃນການສ້າງນິຕິກຳ ແລະ ຕິດຕາມຊຸກຍູ້, ຂະນະທີ່ຜູ້ໃຊ້ແຮງງານ ມີໜ້າທີ່ຮັບຜິດຊອບໂດຍກົງ ພາຍໃຕ້ກົດໝາຍ ໃນການນຳພາຜູ້ອອກແຮງງານໄປກວດສຸຂະພາບປະຈຳປີ ຫລື ກວດຕາມປັດໄຈສ່ຽງຂອງໜ້າວຽກ ເພື່ອຮັບປະກັນສຸຂະພາບທີ່ດີ ແລະ ປ້ອງກັນພະຍາດອາຊີບ.
ການຮ່ວມມືກັບ ໂຮງໝໍສາກົນຄຳມ່ວນຈະຊ່ວຍໃຫ້ພາກລັດສາມາດຕິດຕາມ ແລະ ບັນທຶກຂໍ້ມູນ, ສາມາດເກັບກຳປະຫວັດການເຮັດວຽກ ແລະ ຂໍ້ມູນສຸຂະພາບຂອງແຮງງານລາວ ແລະ ຕ່າງປະເທດ ຢູ່ ສປປ ລາວ ຢ່າງເປັນລະບົບ ນັບຕັ້ງແຕ່ມື້ເຂົ້າເຮັດວຽກ. ໃຊ້ເປັນບ່ອນອີງໃນການວິເຄາະຫາສາເຫດການເຈັບປ່ວຍ ຫລື ເສຍຊີວິດ ແລະ ຢັ້ງຢືນການເປັນພະຍາດອາຊີບ, ຫັນເປັນຂໍ້ມູນພື້ນຖານໃຫ້ແກ່ພາກລັດ ວາງນະໂຍບາຍການປິ່ນປົວ ແລະ ການຊົດເຊີຍຕ່າງໆ ທີ່ເປັນຄວາມຮັບຜິດຊອບຂອງຜູ້ໃຊ້ແຮງງານ ຫລື ກອງທຶນປະກັນສັງຄົມ
ແຫລ່ງຂ່າວຈາກ: ແຂວງຄຳມ່ວນ





