ພາບບາງສ່ວນຂອງຜູ້ທີ່ກຳລັງປະຕິບັດພາລະກິດຄົ້ນຫາຊ່ວຍເຫລືອຄົນຕິດຢູ່ໃນຖ້ຳ ບ້ານພັນໄຊ ເມືອງລ່ອງແຈ້ງ ແຂວງໄຊສົມບູນ ທີ່ທຸກຄົນຍົກໃຫ້ເປັນ “ ຮີໂຣ ” ນອກຈາກທີມກູ້ໄພລາວ-ໄທ-ຜູ້ຊ່ຽວຊານທາງນ້ຳຈາກປະເທດຟິນແລນ ແລ້ວຍັງມີອີກຫລາຍຄົນ ແລະ ຫລາຍພາກສ່ວນທັງພາກລັດ, ເອກະຊົນ, ປະຊົນຊົນໃນພື້ນທີ່ ແລະ ສັງຄົມທີ່ຮ່ວມກັນປະກອບສ່ວນໃນດ້ານຕ່າງໆ.
ປັດຈຸບັນ, ຄົ້ນພົບແລ້ວ 5 ຄົນ ກຳລັງລໍຖ້າການລຳລຽງຊ່ວຍເຫລືອນຳອອກຈາກຖ້ຳ ແລະ ຍັງສືບຕໍ່ຄົ້ນຫາເພີ່ມອີກ 2 ຄົນ.














