ຈັບຕົວໄດ້ແລ້ວ ໂຈນໃຊ້ປືນຈີ້ປຸ້ນເອົາລົດຈັກ 2 ພໍ່ລູກ ຢູ່ໜອງສະໂນຄຳ

Must read

ເຫດເກີດປຸ້ນຈີ້ເອົາລົດຈັກ 2 ພໍ່ລູກເກີດຂຶ້ນໃນຕອນເຊົ້າວັນທີ 25 ພຶດສະພາ 2026 ເວລາ 06:16 ນາທີ ໂຈນເພດຊາຍ 2 ຄົນໃຊ້ປືນຈີ້ປຸ້ນເອົາລົດ 2 ພໍ່ລູກ ທີ່ຈອດລົດຢູ່ແຄມທາງຮ່ອມ2 ບ້ານໜອງສະໂນຄຳ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ.

ຫລ້າສຸດ, ວັນທີ 27 ພຶດສະພາ 2026 ເຈົ້າໜ້າທີ່ສາມາດຈັບຕົວໄດ້ແລ້ວທັງສອງຄົນ ພ້ອມຂອງກາງປືນສັ້ນ 2 ກະບອກ ແລະ ລູກປືນ 48 ລູກ. ປັດຈຸບັນ ຍັງຢູ່ໃນຂັ້ນຕອນສືບສວນ-ສອບສວນ ເພື່ອປະກອບສຳນວນຄະດີລົງໂທດຕາມລະບຽບກົດໝາຍ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article