
ຂປລ. ພາລະກິດການຄົ້ນຫາ ຜູ້ປະສົບໄພ 7 ຄົນ ທີ່ຕິດຢູ່ໃນຖໍ້າ ຢູ່ບ້ານພັນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ຮອດຕອນແລງ ຂອງວັນທີ 27 ພຶດສະພາ 2026 ນີ້, ທີມກູ້ໄພ ສາມາດ ຄົ້ນພົບ ຜູ້ປະສົບໄພແລ້ວ 5 ຄົນ, ທັງໝົດປອດໄພ ແລະ ຍັງ 2 ຄົນ ຍັງບໍ່ພົບເຫັນເທື່ອ ຍັງຈະສືບຕໍ່ເລັ່ງຄົ້ນຫາ. ໃນເບື້ອງຕົ້ນ ໄດ້ດຳເນີນການລຳລຽງ ແລະ ສົ່ງສະບຽງອາຫານ ແລະ ຢາ ເຂົ້າໄປບຳລຸງ ທັງ 5 ຄົນ ກ່ອນຈະນຳຕົວອອກມາຈາກຖ້ຳ ແລະ ຈະສືບຕໍ່ຄົ້ນຫາ ອີກ 2 ຄົນຕໍ່ໄປ.ສຳລັບ ລາຍຊື່ຜູ້ປະສົບໄພທັງ 5 ຄົນ ປະກອບມີ: ທ້າວ ຄຳຫລ້າ ຢູ່ບ້ານ ພັນໄຊ, ທ້າວ ມືດ ຢູ່ບ້ານ ນ້ຳຜາໃຫຍ່, ທ້າວອີ ຢູ່ບ້ານ ດວງພັນໄຊ, ທ້າວ ອິ່ງ ຢູ່ບ້ານ ພັນໄຊ ແລະ ທ້າວ ແລ່ນ ຢູ່ບ້ານພັນໄຊ.


ຂໍ້ມູນ-ພາບ: ສະມາຄົມອາສາເພື່ອປະຊາຊົນ





