ກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກສູນກາງສະຫະພັນແມ່ຍິງລາວ (ສສຍລ) ຄັ້ງທີ V ໄດ້ຈັດຂຶ້ນໃນວັນທີ 29 ພຶດສະພານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານ ຂອງສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ກຳມະການສູນກາງພັກ ເລຂາຄະນະພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ແລະ ເປັນກຽດເຂົ້າຮ່ວມຂອງສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ປະທານສະພາທິດສະດີສູນກາງພັກ, ພ້ອມດ້ວຍບັນດາສະມາຊິກພັກ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ສະມາຊິກພັກ, ຄະນະພັກໄດ້ສຸມໃສ່ປະຕິບັດຕາມຄໍາສັ່ງ ແລະ ຄໍາແນະນໍາຂອງຂັ້ນເທິງກ່ຽວກັບການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ; ອັນສໍາຄັນແມ່ນໄດ້ສຳເລັດການດຳເນີນກອງປະຊຸມໃຫຍ່ໜ່ວຍພັັກຮາກຖານທັງໝົດ 10 ໜ່ວຍພັກ ແລະ ກອງປະຊຸມໃຫຍ່ອົງການຈັດຕັ້ງມະຫາຊົນຂອງ ສູນກາງສະຫະພັນແມ່ຍິງລາວ; ໄດ້ສໍາເລັດຮ່າງລາຍງານການເມືອງ, ຮ່າງແຜນພັດທະນາຂອງສູນກາງສະຫະພັນແມ່ຍິງລາວໄລຍະ 5 ປີ ແລະ ບົດສໍາຫຼວດການນໍາພາລວມ ໂດຍໄດ້ຈັດກອງປະຊຸມຄົ້ນຄວ້າ, ປະກອບຄໍາເຫັນຢ່າງກວ້າງຂວາງ, ທາບທາມ ແລະ ປັບປຸງຕາມຄໍາເຫັນຂອງສະມາຊິກພັກ ພາຍໃນອົງຄະນະພັກສູນກາງສະຫະພັນແມ່ຍິງລາວ; ໄດ້ດຳເນີນຊີວິດການເມືອງທ້າຍສະໄໝຂອງຄະນະບໍລິຫານງານພັກສະໄໝທີ IV, ສໍາຫຼວດກວດກາ-ຕີລາຄາການນໍາພາ-ຊີ້ນໍາລວມຂອງອົງຄະນະພັກ ແລະ ຕີລາຄາຄວາມຮັບຜິດຊອບການເມືອງຂອງບຸກຄົນຄະນະບໍລິຫານງານພັກ; ພ້ອມກັນນັ້ນ ຍັງໄດ້ສໍາເລັດການທາບທາມບຸກຄະລາກອນ ເພື່ອເລືອກເຟັ້ນເອົາເປົ້າໝາຍສະໝັກເຂົ້າເປັນຄະນະບໍລິຫານງານພັກຊຸດ ໃໝ່ຈໍານວນ 2 ຄັ້ງ ຊຶ່ງໄດ້ດຳເນີນມາໂດຍບັນຍາກາດແຫ່ງຄວາມສາມັກຄີເປັນເອກະພາບ, ມີປະຊາທິປະໄຕ, ມີວິໄນ ແລະ ມີຄວາມຮັບຜິດຊອບສູງ ແລະ ຜ່ານການກະກຽມຢ່າງຕັ້ງໜ້າ, ພາຍໃຕ້ການນໍາພາ-ຊີ້ນໍາຢ່າງໃກ້ຊິດ ຂອງກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ແລະ ການເຮັດວຽກຮ່ວມກັບຄະນະຊຸກຍູ້ຕິດຕາມການກະກຽມດຳເນີນກອງປະຊຸມໃຫຍ່, ອົງຄະນະພັກສູນກາງສະຫະພັນແມ່ຍິງລາວ ຈຶ່ງມີເງື່ອນໄຂຄວາມພ້ອມທຸກປະການ ແລະ ໄດ້ຮັບອະນຸມັດໃຫ້ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ V ຢ່າງເປັນທາງການ ແລະ ກອງປະຊຸມໃຫຍ່ອົງຄະນະພັກສູນກາງສະຫະພັນແມ່ຍິງລາວໃນຄັ້ງນີ້ຈະໄດ້ຄົ້ນຄວ້າ, ປະກອບຄໍາເຫັນ, ຮັບຮອງເອົາລາຍງານການເມືອງ ແລະ ແຜນພັດທະນາຂອງສູນກາງສະຫະພັນແມ່ຍິງລາວໄລຍະ 5 ປີ (2026-2030) ເພື່ອສືບຕໍ່ນຳພາ-ຊີ້ນຳ ຈັດຕັ້ງປະຕິບັດໜ້າທີ່ການເມືອງ, ພາລະບົດບາດໜ້ທີ່ວຽກງານຂອງສູນກາງສະຫະພັນແມ່ຍິງລາວໃຫ້ປະສົບຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ; ຜູ້ແທນກອງປະຊຸມໃຫຍ່ຈະໄດ້ຄົ້ນຄວ້າປະກອບຄໍາເຫັນຕໍ່ບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກສະ ໄໝທີ IV ເພື່ອເຫັນໄດ້ໝາກຜົນແຫ່ງການນໍາພາ-ຊີ້ນໍາ ທັງດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການນໍາພາ-ຊີ້ນໍາ ຕົວຈິງໃນໄລຍະຜ່ານມາ. ພ້ອມກັນນັ້ນ, ຜູ້ແທນສົມບູນຈະໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານພັກສູນກາງສະຫະພັນແມ່ຍິງລາວສະໄໝທີ V ເພື່ອສືບຕໍ່ນຳພາ-ຊີ້ນໍາ ເສີມຂະຫຍາຍ ດ້ານດີ, ຜົນສໍາເລັດ ແລະ ສືບຕໍ່ຄົ້ນຄວ້າປັບປຸງ ແບບແຜນການນໍາພາ-ຊີ້ນໍາ ແລະ ວິທີເຮັດວຽກ ຮັບປະກັນໃຫ້ວຽກງານມີປະສິດທິພາບ-ປະສິດທິຜົນກວ່າເກົ່າ.

ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ໄດ້ກ່າວຕື່ມວ່າ: ພາຍຫຼັງສໍາເລັດກອງປະຊຸມໃຫຍ່ສະມາຊິກພັກ ຂອງອົງຄະນະພັກສູນກາງສະຫະພັນແມ່ຍິງລາວ ຄັ້ງທີ IV ໃນປີ 2022, ຄະນະບໍລິຫານງານພັກ ສູນກາງສະຫະພັນແມ່ຍິງລາວ ໄດ້ນໍາພາ-ຊີ້ນໍາ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ສະມາຊິກພັກຂອງຕົນຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວ ທົ່ວປະເທດຄັ້ງທີ VIII ແລະ ການຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, 2 ວາລະແຫ່ງຊາດ ໂດຍການສຶກສາອົບຮົມ ການເມືອງ-ແນວຄິດ, ເຕົ້າໂຮມຄວາມສາມັກຄີ ແລະ ສ້າງຄວາມເຂັ້ມແຂງໃຫ້ສະມາຊິກພັກ-ພະນັກງານ ສູນກາງສະຫະພັນແມ່ຍິງລາວ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮັບຜິດຊອບສູງ ແລະ ເປັນເຈົ້າການປະຕິບັດໜ້າທີ່ການເມືອງ ໃນການເປັນຕົວແທນປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງສະມາຊິກແມ່ຍິງ, ແມ່ຍິງລາວບັນດາເຜົ່າ, ນໍາພາຈັດຕັ້ງປະຕິບັດ 10 ແຜນງານ, 65 ໂຄງການ, 3 ແຜນດໍາເນີນແຫ່ງຊາດ ກ່ຽວກັບຄວາມສະເໝີພາບຍິງ-ຊາຍ, ແມ່ ແລະ ເດັກ ແລະ ການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ; ປຸກລະດົມແມ່ຍິງໃຫ້ພັດທະນາຕົນເອງ ຕາມຂໍ້ແຂ່ງຂັນ 3 ດີ ແລະ ສ້າງຄວາມເຂັ້ມແຂງໃຫ້ພະນັກງານເພດຍິງ ເພື່ອມີມາດຕະຖານເງື່ອນໄຂຄົບຖ້ວນ ເປັນພະນັກງານນໍາພາ-ຄຸ້ມຄອງສືບທອດປ່ຽນແທນຕາມນະໂຍບາຍຂອງພັກ ແລະ ຄວາມຮຽກຮ້ອງຕ້ອງການຕົວຈິງຂອງວຽກງານ; ປຸກລະດົມແມ່ຍິງເອົາໃຈໃສ່ຍົກລະດັບຊີວິດການເປັນຢູ່ຂອງຕົນ, ອະນຸລັກຮັກສາມູນເຊື້ອອັນດີງາມຂອງຊາດ, ຂອງແມ່ຍິງລາວ ແລະ ຕັ້ງໜ້າ

ເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ແລະ ສະມາຊິກພັກ, ຄະນະພັກໄດ້ສຸມໃສ່ປະຕິບັດຕາມຄໍາສັ່ງ ແລະ ຄໍາແນະນໍາຂອງຂັ້ນເທິງກ່ຽວກັບການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ; ອັນສໍາຄັນແມ່ນໄດ້ສຳເລັດການດຳເນີນກອງປະຊຸມໃຫຍ່ໜ່ວຍພັັກຮາກຖານທັງໝົດ 10 ໜ່ວຍພັກ ແລະ ກອງປະຊຸມໃຫຍ່ອົງການຈັດຕັ້ງມະຫາຊົນຂອງສູນກາງສະຫະພັນແມ່ຍິງລາວ; ໄດ້ສໍາເລັດຮ່າງລາຍງານການເມືອງ, ຮ່າງແຜນພັດທະນາຂອງສູນກາງສະຫະພັນແມ່ຍິງລາວ ໄລຍະ 5 ປີ ແລະ ບົດສໍາຫຼວດການນໍາພາລວມ ໂດຍໄດ້ຈັດຕັ້ງກອງປະຊຸມຄົ້ນຄວ້າ, ປະກອບຄໍາເຫັນຢ່າງກວ້າງຂວາງ, ທາບທາມ ແລະ ປັບປຸງຕາມຄໍາເຫັນຂອງສະມາຊິກພັກ ພາຍໃນອົງຄະນະພັກສູນກາງສະຫະພັນແມ່ຍິງລາວ; ໄດ້ດຳເນີນຊີວິດການເມືອງທ້າຍສະໄໝ ຂອງຄະນະບໍລິຫານງານພັກສະໄໝທີ IV, ສໍາຫຼວດກວດກາ-ຕີລາຄາການນໍາພາ-ຊີ້ນໍາລວມຂອງອົງຄະນະພັກ ແລະ ຕີລາຄາຄວາມຮັບຜິດຊອບການເມືອງຂອງບຸກຄົນຄະນະບໍລິຫານງານພັກ; ພ້ອມກັນນັ້ນ ຍັງໄດ້ສໍາເລັດ ການທາບທາມບຸກຄະລາກອນ ເພື່ອເລືອກເຟັ້ນເອົາເປົ້າໝາຍສະໝັກເຂົ້າເປັນຄະນະບໍລິຫານງານພັກຊຸດໃໝ່ຈໍານວນ 2 ຄັ້ງ ຊຶ່ງໄດ້ດຳເນີນມາໂດຍບັນຍາກາດແຫ່ງຄວາມສາມັກຄີເປັນເອກະພາບ, ມີປະຊາທິປະໄຕ, ມີວິໄນ ແລະ ມີຄວາມຮັບຜິດຊອບສູງ.
ຂ່າວຈາກ: ປະຊາຊົນ





