ທຣຳ ບໍ່ສົນຄຳວິນິດໄສຊອງສານ ເດີນໜ້າລົງນາມຄຳສັ່ງຝ່າຍບໍລິຫານສະບັບໃໝ່ 2 ສະບັບ ຈຳກັດການໄດ້ຮັບສັນຊາດສະຫະລັດໂດຍກຳເນີດ ເພື່ອຫວັງສະກັດແມ່ຮ້າງ/ແມ່ຍິງຕ່າງຊາດເດີນທາງເຂົ້າສະຫະລັດເພື່ອເກີດລູກໃຫ້ໄດ້ຮັບສັນຊາດອາເມຣິກັນ.
ປະທານາທິບໍດີ ໂດນັນ ທຣຳ ລົງນາມຄຳສັ່ງຝ່າຍບໍລິຫານສະບັບໃໝ່ 2 ສະບັບ ເພື່ອຈຳກັດການໄດ້ຮັບສັນຊາດສະຫະລັດໂດຍກຳເນີດ ຫຼື Birthright Citizenship ໂດຍມຸ່ງເປົ້າໄປທີ່ການສະກັດປາກົດການ “Birth Tourism” ຫຼື ການທີ່ແມ່ຍິງຖືພາຊາວຕ່າງຊາດເດີນທາງເຂົ້າສະຫະລັດເພື່ອເກີດລູກໃຫ້ໄດ້ຮັບສັນຊາດອາເມຣິກັນ ແມ້ວ່າສານສູງສຸດສະຫະລັດໄດ້ມີຄຳວິນິດໄສເມື່ອບໍ່ດົນມານີ້ວ່າ ຄວາມພະຍາຍາມກ່ອນໜ້ານີ້ຂອງທຣຳ ຂັດຕໍ່ລັດຖະທຳມະນູນກໍຕາມ.
ສະຕີເຟນ ມິລເລີ ທີ່ປຶກສາທຳນຽບຂາວລະບຸວ່າ ການຍຸຕິການໃຊ້ຊ່ອງໂຫວ່ຈາກການເດີນທາງທ່ອງທ່ຽວເພື່ອເກີດລູກ ຫຼື “Birth Tourism” ຖືເປັນໜຶ່ງໃນນໂຍບາຍສຳຄັນດ້ານການຄວບຄຸມຜູ້ອົບພະຍົບຂອງລັດຖະບານທຣຳ ໂດຍຫຼັງຈາກພິທີລົງນາມໃນຫ້ອງທຳງານຮູບໄຂ່ຂອງ ໂດນັນ ທຣຳ ໃນມື້ນີ້ ການທ່ອງທ່ຽວເພື່ອເກີດລູກຈະຖືກສັ່ງຫ້າມ.
ການດຳເນີນການດັ່ງກ່າວເກີດຂຶ້ນ ຫຼັງຈາກເມື່ອວັນທີ 30 ມີຖຸນາ ສານສູງສະຫະລັດມີມະຕິບໍ່ຮັບຮອງຄຳສັ່ງຝ່າຍບໍລິຫານເດີມຂອງທຣຳ ຊຶ່ງມີເປົ້າໝາຍບໍ່ຮັບຮອງສັນຊາດຂອງເດັກທີ່ເກີດໃນສະຫະລັດ ຫາກພໍ່ແມ່ບໍ່ແມ່ນພົນລະເມືອງສະຫະລັດ ຫຼື ຜູ້ຖືໂກຼນກາດ (Green Card) ໂດຍເຫັນວ່າຂັດຕໍ່ບົດບັນຍັດຂອງລັດຖະທຳມະນູນ.
ຢ່າງໃດກໍຕາມ ລັດຖະບານທຣຳ ຢືນຢັນວ່າ ຄຳສັ່ງສະບັບໃໝ່ມີຂອບເຂດທີ່ແຄບກວ່າເດີມ ແລະ ມຸ່ງຕີຄວາມຂ້ອຍົກເວັ້ນທາງປະວັດຕິສາດຂອງຫຼັກການໃຫ້ສັນຊາດໂດຍກຳເນີດ ເພື່ອຂະຫຍາຍກຸ່ມບຸກຄົນທີ່ບໍ່ມີສິດໄດ້ຮັບສັນຊາດສະຫະລັດ.
ຄຳສັ່ງໃໝ່ຍັງຈຳກັດສິດຂອງເດັກທີ່ເກີດໃນສະຫະລັດຈາກພໍ່ແມ່ຊຶ່ງເປັນເຈົ້າໜ້າທີ່ລັດຖະບານຕ່າງປະເທດ ບໍລິບວນລວມເຖິງບຸດຂອງບຸກຄົນທີ່ຖືກຈັດຢູ່ໃນສະຖານະສັດຕູຂອງຊາດ ແລະ ອາດສົ່ງຜົນຕໍ່ຜູ້ທີ່ເກີດໃນດິນແດນໂພ້ນທະເລຂອງສະຫະລັດ ຫາກລັດຖະສະພາຜ່ານກົດໝາຍຍົກເລີກການໃຫ້ສັນຊາດອັດໂນມັດໃນພື້ນທີ່ດັ່ງກ່າວ.
ນັກກົດໝາຍຫຼາຍຝ່າຍມອງວ່າ ຄຳສັ່ງຝ່າຍບໍລິຫານຊຸດໃໝ່ນີ້ອາດຍັງມີຜົນທາງກົດໝາຍບໍ່ຊັດເຈນ ຫຼັງສານສູງສະຫະລັດເພິ່ງມີຄຳວິນິດໄສກ່ຽວກັບປະເດັນດຽວກັນ ຂະນະທີ່ອົງກອນດ້ານສິດຜູ້ອົບພະຍົບ ແລະ ສິດທິມະນຸດມອງວ່າ ເປັນຄວາມພະຍາຍາມຫຼີກລ່ຽງຄຳຕັດສິນຂອງສານ.
ສະຫະພາບເສລີພາບພົນລະເມືອງອາເມຣິກັນ (ACLU) ລະບຸວ່າ ຄຳສັ່ງດັ່ງກ່າວມີແນວໂນ້ມຖືກສານວິນິດໄສໃຫ້ເປັນໂມຄະອີກຄັ້ງ.
ດ້ານ ເດໂບຣາ ເຟຼຊເຊເກີ ອະດີດເຈົ້າໜ້າທີ່ລັດຖະບານ ໂຈ ໄບເດນ ຊຶ່ງປັດຈຸບັນທຳງານກັບອົງກອນ UnidosUS ກ່າວວ່າ ສິດໃນການໄດ້ຮັບສັນຊາດໂດຍກຳເນີດເປັນຫຼັກປະກັນຕາມລັດຖະທຳມະນູນທີ່ໃຊ້້ມາຍາວນານກວ່າ 150 ປີ ແລະ ບໍ່ແມ່ນອຳນາດທີ່ປະທານາທິບໍດີຈະປ່ຽນແປງໄດ້ຕາມຕ້ອງການ.
ຂະນະທີ່ອົງກອນ Women’s Refugee Commission ເຕືອນວ່າ ມາດຕະການດັ່ງກ່າວອາດກະທົບສິດຂອງແມ່ຍິງຕັ້ງຄັນທີ່ເດີນທາງເຂົ້າສະຫະລັດຢ່າງຖືກກົດໝາຍ ແລະ ຮຽກຮ້ອງໃຫ້ລັດຖະບານອອກແນວປະຕິບັດທີ່ສອດຄ່ອງກັບຄຳວິນິດໄສຂອງສານສູງ.
ທຣຳ ກ່າວລະຫວ່າງພິທີລົງນາມວ່າ ຄຳວິນິດໄສຂອງສານສູງເມື່ອວັນທີ 30 ມີຖຸນາ ເປັນການຕັດສິນທີ່ໜ້າເສຍດາຍຢ່າງຍິ່ງ ພ້ອມກ່າວຫາວ່າ ມີຜູ້ສ້າງທຸລະກິດຈາກການພາແມ່ຍິງຕັ້ງຄັນເດີນທາງມາເກີດລູກໃນສະຫະລັດເພື່ອໃຫ້ລູກໄດ້ຮັບສັນຊາດ.
ເຂົາລະບຸວ່າ ການໃຫ້ສັນຊາດໂດຍກຳເນີດຕາມບົດແກ້ໄຂເພີ່ມເຕີມລັດຖະທຳມະນູນສະບັບທີ 14 ເດີມມີຂຶ້ນຫຼັງສົງຄາມກາງເມືອງ ເພື່ອຄຸ້ມຄອງບຸດຂອງອະດີດທາດທີ່ໄດ້ຮັບອິດສະຫຼະພາບ ບໍ່ແມ່ນເພື່ອຮອງຮັບການເດີນທາງມາເກີດລູກຂອງຊາວຕ່າງຊາດໃນຍຸກປັດຈຸບັນ.
ຢ່າງໃດກໍຕາມ ປະທານສານສູງ ຈອນ ໂຣເບີດສ໌ ຂຽນໄວ້ໃນຄຳວິນິດໄສກ່ອນໜ້ານີ້ວ່າ ຜູ້ຮ່າງລັດຖະທຳມະນູນຕັ້ງໃຈໃຫ້ຫຼັກການດັ່ງກ່າວຄອບຄຸມບຸກຄົນທຸກຄົນທີ່ເກີດໃນສະຫະລັດ ແລະ ຢູ່ພາຍໃຊ້ອຳນາດສານຂອງປະເທດ ໂດຍລະບຸວ່າສິດຄວາມເປັນພົນລະເມືອງ ຄືສິດທີ່ຈະມີສິດທັງຫຼາຍ ແລະ ເປັນຄຳໝັ້ນທີ່ສະຫະລັດຍັງຄົງຮັກສາໄວ້ຈົນເຖິງປັດຈຸບັນ.
ທັງນີ້ ບົດບັນຍັດເລື່ອງ Citizenship Clause ໃນລັດຖະທຳມະນູນແກ້ໄຂເພີ່ມເຕີມສະບັບທີ 14 ລະບຸວ່າ “ບຸກຄົນທຸກຄົນທີ່ເກີດ ຫຼື ໄດ້ຮັບສັນຊາດໃນສະຫະລັດ ແລະ ຢູ່ພາຍໃຊ້ອຳນາດສານຂອງສະຫະລັດ ຖືເປັນພົນລະເມືອງຂອງສະຫະລັດ ແລະ ຂອງລັດທີ່ຕົນອາໄສຢູ່”





