
ຍີ່ປຸ່ນກຽມຮັບມືໄຕ້ຝຸ່ນ ດອນຟິນ (Dolphin) ເຊິ່ງກຳລັງເຄື່ອນຜ່ານປາຊີຟິກມຸ່ງໜ້າສູ່ໝູ່ເກາະໂອກິນາວະ ໂດຍກົມອຸຕຸນິຍົມວິທະຍາຍີ່ປຸ່ນລະບຸວ່າ ເປັນພະຍຸຂະໜາດໃຫຍ່ ແລະ ມີກຳລັງແຮງຫຼາຍ ພ້ອມເຕືອນປະຊາຊົນໃນພື້ນທີ່ສ່ຽງໃຫ້ກຽມຮັບມື.
ສຳນັກງານອຸຕຸນິຍົມວິທະຍາຍີ່ປຸ່ນ (JMA) ລະບຸວ່າ ພາຍຸໄຕ້ຝຸ່ນ ດອນຟິນ ເປັນພະຍຸຂະໜາດໃຫຍ່ ແລະ ມີກຳລັງແຮງຫຼາຍ ໂດຍພະຍຸໄດ້ພັດຜ່ານໝູ່ເກາະໂອກາຊາວາຣະ (Ogasawara) ຫຼື ໝູ່ເກາະໂບນິນ ເຊິ່ງເປັນພື້ນທີ່ທຳອິດຂອງຍີ່ປຸ່ນທີ່ໄດ້ຮັບອິດທິພົນເມື່ອວັນອັງຄານ. ຂະນະທີ່ສຳນັກງານອຸຕຸນິຍົມວິທະຍາຍີ່ປຸ່ນຍັງຄົງຕິດຕາມເສັ້ນທາງພະຍຸຢ່າງໃກ້ຊິດ ໂດຍຄາດວ່າໃນວັນພຸດຈະຍັງສົ່ງຜົນໃຫ້ໝູ່ເກາະໂອກາຊາວາຣະປະສົບລົມແຮງ ກ່ອນເຄື່ອນເຂົ້າໃກ້ໝູ່ເກາະໄດໂຕະ ແລະ ໝູ່ເກາະອາມາມິໃນວັນພະຫັດ, ແລະ ມີແນວໂນ້ມຂຶ້ນຝັ່ງທີ່ເກາະໂອກິນາວະໃນເຊົ້າວັນສຸກ ພ້ອມອອກປະກາດເຕືອນປະຊາຊົນໃນພື້ນທີ່ສ່ຽງໃຫ້ກຽມຮັບມືສະພາບອາກາດຮຸນແຮງ ທັງລົມກັ່ງໂຊກແຮງ, ຝົນຕົກໜັກ, ຄື້ນລົມແຮງ ຢ່າງໃກ້ຊິດ ພ້ອມທັງຄວາມເປັນໄປໄດ້ທີ່ຈະເກີດໄຟຟ້າດັບ ແລະ ການອົບພະຍົບປະຊາຊົນ.
ຂໍ້ມູນຈາກເວັບໄຊຕິດຕາມສະພາບອາກາດ Zoom Earth ລະບຸວ່າ ເມື່ອເວລາ 05:00 ໂມງ GMT ຂອງວັນອັງຄານ (4 ສິງຫາ) ໄຕ້ຝຸ່ນ ດອນຟິນ ມີຄວາມໄວລົມສູງສຸດປະມານ 185 ກິໂລແມັດຕໍ່ຊົ່ວໂມງ ຈັດຢູ່ໃນລະດັບ “ໄຕ້ຝຸ່ນກຳລັງແຮງຫຼາຍ” ຫຼັງຈາກພັດທະນາໂຕຈາກຫຍ່ອມຄວາມກົດອາກາດຕໍ່າທີ່ກໍ່ໂຕໃນມະຫາສະໝຸດປາຊີຟິກຕອນກາງເມື່ອວັນທີ 26 ກໍລະກົດ ກ່ອນທະວີກຳລັງເປັນພະຍຸໂຊນຮ້ອນ, ພະຍຸໂຊນຮ້ອນກຳລັງແຮງ, ໄຕ້ຝຸ່ນ ແລະ ເຄີຍເພີ່ມຄວາມຮຸນແຮງເຖິງລະດັບ ຊູເປີໄຕ້ຝຸ່ນ ໃນລະຫວ່າງການເຄື່ອນໂຕຂ້າມມະຫາສະໝຸດຫຼາຍພັນກິໂລແມັດ.
ເກາະໂອກິນາວະ ເຊິ່ງມີປະຊາກອນປະມານ 1.4 ລ້ານຄົນ ໄດ້ຮັບຄຳແນະນຳຈາກໜ່ວຍງານທ້ອງຖິ່ນໃຫ້ເລັ່ງເສີມຄວາມແຂງແກ່ນຂອງເຮືອນຊານ, ຫຼີກລ່ຽງພື້ນທີ່ຊາຍຝັ່ງ, ກຽມສິ່ງຂອງຈຳເປັນ ແລະ ພ້ອມອົບພະຍົບຫາກມີຄຳສັ່ງຈາກທາງການ. ຂະນະທີ່ຖ້ຽວບິນ ແລະ ເຮືອບົກ-ເຮືອບັກຫຼາຍເສັ້ນທາງອາດໄດ້ຮັບຜົນກະທົບຈາກສະພາບອາກາດທີ່ຮ້າຍແຮງ. ນອກຈາກຍີ່ປຸ່ນແລ້ວ, ພະຍຸໄຕ້ຝຸ່ນ ດອນຟິນ ຍັງຄາດວ່າຈະສົ່ງຜົນໃຫ້ພື້ນທີ່ຕອນເໜືອ ແລະ ຕາເວັນອອກຂອງໄຕ້ຫວັນ ເຜີຍຄື້ນລົມ ແລະ ຝົນຕົກໜັກ, ລົມກັ່ງໂຊກແຮງ ແລະ ຄື້ນຟອງສູງ, ສ່ວນພື້ນທີ່ຊາຍຝັ່ງທາງຕາເວັນອອກ ແລະ ຕາເວັນອອກສ່ຽງໃຕ້ຂອງຈີນກໍມີແນວໂນ້ມເກີດຝົນຕົກໜັກເຊັ່ນກັນ.
ທີ່ມາ: Aljazeera





