ແຈ້ງເຕືອນເຝົ້າລະວັງນໍ້າຖ້ວມຍື່ງ ເຂດນໍ້າຊັນ, ນໍ້າເຊບັັ້ງໄຟ ເເລະ ນໍ້າທາ ໃນລະຫວ່າງ ວັນທີ 06 ຫາ 08 ສິງຫາ 2026
ກະຊວງກະສິກຳ ແລະ ປ່າໄມ້ກົມ ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງ ອີງຕາມ ການຕິດຕາມລະດັບນ້ຳປະຈຳວັນຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ມີລາຍລະອຽດດັ່ງນີ້:
1. ນ້ຳຊັນ: ສະຖານີ ເມືອງເກົ່າ
– ວັດແທກໄດ້ 6.28 ແມັດ.
– ສະພາບລະດັບ: ນ້ຳໄດ້ຂຶ້ນໃກ້ຮອດລະດັບເຕືອນໄພ.
– ໄລຍະຫ່າງ: ຍັງອີກ 0.72 ແມັດ (ລະດັບເຕືອນໄພ 7.00 ແມັດ; ລະດັບນ້ຳຖ້ວມ 8.00 ແມັດ).
2. ນ້ຳເຊບັ້ງໄຟ: ສະຖານີ ມະຫາໄຊ:
– ວັດແທກໄດ້ 13.80 ແມັດ.
– ສະພາບ: ລະດັບນ້ຳໄດ້ຂຶ້ນໃກ້ຮອດລະດັບເຕືອນໄພ.
– ໄລຍະຫ່າງ: ຍັງອີກ 0.20 ແມັດ (ລະດັບເຕືອນໄພ 14.00 ແມັດ; ລະດັບນ້ຳຖ້ວມ 15.00 ແມັດ).
– ສະຖານີ ບົວລະພາ: (ແກ້ໄຂຈາກ ແກ້ງກົກ) ວັດແທກໄດ້ 18.28 ແມັດ.
– ສະພາບ: ລະດັບນ້ຳໄດ້ຂຶ້ນໃກ້ຮອດລະດັບເຕືອນໄພ.
– ໄລຍະຫ່າງ: ຍັງອີກ 0.72 ແມັດ (ລະດັບເຕືອນໄພ 19.00 ແມັດ;ລະດັບນ້ຳຖ້ວມ 20.00 ແມັດ).
3. ນ້ຳທາ: ສະຖານີ ນ້ຳທາ, ຫຼວງນ້ຳທາ
– ວັດແທກໄດ້ 5.93 ແມັດ.
– ສະພາບ: ລະດັບນ້ຳໄດ້ຂຶ້ນໃກ້ຮອດລະດັບເຕືອນໄພ.
– ໄລຍະຫ່າງ: ຍັງອີກ 0.07 ແມັດ (ລະດັບເຕືອນໄພ 6.00 ແມັດ; ລະດັບນ້ຳຖ້ວມ 7.00 ແມັດ).






