ວິກິດຄື້ນຄວາມຮ້ອນໃນກຸງໂຊລຂອງເກົາຫຼີໃຕ້ຄາດວ່າຈະເຖິງຈຸດພີກສຸດໃນວັນພະຫັດ (6 ສ.ຫາ.) ໂດຍຄາດກາວ່າອຸນຫະພູມໃນເມືອງຫຼວງຈະສູງເຖິງ 39 ອົງສາເຊນເຊຍສ ຂະນະທີ່ສະພາບອາກາດພາກຊີວິດຜູ້ຄົນໃນເກົາຫຼີໃຕ້ໄປແລ້ວກວ່າ 21 ຄົນ.
“ອາກາດທີ່ຮ້ອນຈັດຊະນິດທີ່ເຮົາບໍ່ເຄີຍປະສົບມາກ່ອນກຳລັງເກີດຂຶ້ນຕໍ່ເນື່ອງທຸກໆ ວັນ ຄື້ນຄວາມຮ້ອນທີ່ເຄີຍເຫັນແຕ່ໃນລາຍງານຂ່າວຕ່າງປະເທດ ຕອນນີ້ກາຍເປັນຄວາມຈິງສຳລັບພວກເຮົາແລ້ວ” ປະທານາທິບໍດີ ເກົາຫຼີໃຕ້ ກ່າວໃນການປະຊຸມຮັບມືຄື້ນຄວາມຮ້ອນໃນມື້ນີ້
ອີ ສັ່ງການໃຫ້ກະຊວງ ແລະ ອຳນາດການປົກຄອງທ້ອງຖິ່ນລະດົມທັງບຸກຄະລາກອນ ແລະ ທັບພະຍາກອນທີ່ມີຢູ່ທັງໝົດ ຈົນກວ່າຄື້ນຄວາມຮ້ອນຈະບັນເທົາລົງ ໂດຍເນັ້ນຢ້ຳເຖິງການປົກປ້ອງຊີວິດ ແລະ ຄວາມປອດໄພ, ການຄຸ້ມຄອງທີ່ເຂັ້ມງວດຫຼາຍຂຶ້ນສຳລັບກຸ່ມຄົນເປາະບາງ ແລະ ການບັງຄັບໃຊ້ມາດຕະການພັກຜ່ອນຢ່າງເຂັ້ມງວດສຳລັບຜູ້ທີ່ຕ້ອງເຮັດວຽກກາງແຈ້ງໃນຊ່ວງເວລາທີ່ຮ້ອນທີ່ສຸດ.
ອຸນຫະພູມທີ່ຄາດກາໄວ້ຈະເຮັດໃຫ້ກຸງໂຊລເຂົ້າໃກ້ສະຖິຕິສູງສຸດທີ່ 39.6 ອົງສາເຊນເຊຍສ ຊຶ່ງບັນທຶກໄວ້ໃນເດືອນ ສິງຫາ ປີ 2018 ຊຶ່ງເປັນປີຫຼ້າສຸດທີ່ເກົາຫຼີໃຕ້ປະເຊີນຄື້ນຄວາມຮ້ອນຄັ້ງຮຸນແຮງເປັນປະວັດຕິການ.
ຄຳເຕືອນດັ່ງກ່າວເກີດຂຶ້ນໃນຂະນະທີ່ກຸງໂຊລຕ້ອງປະເຊີນກັບຄ່ຳຄືນທີ່ອົບເອົ້າ ໂດຍນັກອຸຕຸນິຍົມວິທະຍາກ່າວວ່າ ອາດຈະເປັນໜຶ່ງໃນວັນທີ່ຮ້ອນທີ່ສຸດໃນປະວັດຕິສາດສະໄໝໃໝ່ຂອງເມືອງຫຼວງແຫ່ງນີ້ເລີຍກໍວ່າໄດ້.
ສຳນັກງານອຸຕຸນິຍົມວິທະຍາເກົາຫຼີ (KMA) ລາຍງານວ່າ ອຸນຫະພູມໃນບາງພື້ນທີ່ແທບບໍ່ຫຼຸດລົງຕ່ຳກວ່າ 30 ອົງສາເຊນເຊຍສໃນຊົ່ວຂ້າມຄືນ ຂະນະທີ່ສື່ຕ່າງໆ ສະແດງພາບຝູງຊົນກຳລັງຫາທີ່ຫຼົບໄພໃນລຳທານ, ຫ້າງສັບພະສິນຄ້າ ແລະ ສະຖານທີ່ປັບອາກາດອື່ນໆ.
ສະມາຄົມເບສບອນເກົາຫຼີ (KBO) ຍົກເລີກການແຂ່ງຂັນທັງ 10 ເກມທີ່ກຳນົດໄວ້ສຳລັບວັນພຸດ (5) ແລະ ວັນພະຫັດ (6) ຫຼັງຈາກມີຜູ້ຊົມບາງຄົນເປັນລົມເນື່ອງຈາກອາກາດທີ່ຮ້ອນຈັດ ແລະ ມີແຟນເບສບອນຄົນໜຶ່ງໝົດສະຕິລະຫວ່າງການແຂ່ງຂັນໃນເມືອງອິນຊອນ.
ນັກອຸຕຸນິຍົມວິທະຍາຊີ້ວ່າ ພາຍຸໄຕ້ຝຸ່ນດອນຟິນ (Dolphin) ແມ້ວ່າຈະບໍ່ໄດ້ເປັນໄພຄຸກຄາມໂດຍກົງຕໍ່ເກົາຫຼີໃຕ້ ແຕ່ກໍອາດເປັນສ່ວນໜຶ່ງທີ່ເຮັດໃຫ້ສະພາບອາກາດຮ້ອນຈັດຂຶ້ນ.
KMA ກ່າວວ່າ ດອນຟິນ ໄດ້ຊ່ວຍເສີມຄວາມແຮງຂອງລົມຕາເວັນອອກທີ່ພັດຜ່ານແນວເທືອກເຂົາຂອງຄາບສະໝຸດເກົາຫຼີ ແລະ ລົງມາສູ່ພູມິພາກຕາເວັນຕົກໃນຮູບຂອງອາກາດຮ້ອນ ແລະ ແຫ້ງ ເຮັດໃຫ້ຄວາມຮ້ອນໃນກຸງໂຊລ ແລະ ທີ່ອື່ນໆ ທະວີຄວາມຮຸນແຮງຂຶ້ນ.





