ຄວັນສີເທົາຂະໜາດມະຫາສານຈາກໄຟປ່າຢູ່ ວໍຊິງຕັນ ແຜ່ປົກຄຸມຈົນເກືອບແນມບໍ່ເຫັນສັນພູ ສະທ້ອນເຖິງຄວາມຮຸນແຮງຂອງໄຟປ່າທີ່ໄໝ້ຕໍ່ເນື່ອງມາຕັ້ງແຕ່ຊ່ວງອາທິດທີ່ຜ່ານມາ.

Must read

ພາບມຸມກວ້າງເຜີຍໃຫ້ເຫັນກຸ່ມຄວັນສີເທົາຂະໜາດມະຫາສານຈາກໄຟປ່າ ແຜ່ປົກຄຸມແນວພູເຂົາອ້ອມເມືອງສະໂປແຄນ (Spokane) ລັດວໍຊິງຕັນ ສະຫະລັດ ອາເມຣິກາ ຈົນເກືອບຈະແນມບໍ່ເຫັນສັນພູ ສະທ້ອນເຖິງຄວາມຮຸນແຮງຂອງໄຟປ່າທີ່ໄໝ້ຕໍ່ເນື່ອງມາຕັ້ງແຕ່ຊ່ວງທ້າຍອາທິດທີ່ຜ່ານມາ.

ສື່ຕ່າງປະເທດເຜີຍພາບມຸມສູງທີ່ຖ່າຍຈາກເທິງຍົນ ເຮັດໃຫ້ເຫັນພາບມຸມກວ້າງຂອງກຸ່ມຄວັນສີເທົາຂະໜາດມະຫາສານຈາກໄຟປ່າ ແຜ່ປົກຄຸມແນວພູເຂົາອ້ອມເມືອງສະໂປແຄນ ຈົນແທບມອງບໍ່ເຫັນສັນພູ. ໂດຍຫລ້າສຸດ ເຈົ້າໜ້າທີ່ມອດໄຟໄດ້ອາໄສສະພາບອາກາດທີ່ເຢັນລົງໃນຊ່ວງສອງມື້ທີ່ຜ່ານມາ ເລັ່ງສ້າງແນວກັນໄຟ ແລະ ຄວບຄຸມເພີງອ້ອມພື້ນທີ່ໄຟໄໝ້ທັງ 3 ຈຸດ, ແຕ່ສະຖານະການຍັງຄົງໜ້າເປັນຫ່ວງ ເນື່ອງຈາກພະຍາກອນອາກາດລະບຸວ່າ ຊ່ວງທ້າຍອາທິດ ອຸນຫະພູມຈະພຸ່ງສູງເກືອບ 37 ອົງສາ ພ້ອມກັບອາກາດທີ່ແຫ້ງ ແລະ ລົມແຮງ ເຊິ່ງອາດເຮັດໃຫ້ໄຟປ່າປະທຸຮຸນແຮງຂຶ້ນອີກ.

ໄຟປ່າທັງ 3 ຈຸດ ໄດ້ເຜົາທໍາລາຍອາຄານໄປແລ້ວປະມານ 850 ຫຼັງ ແລະ ເຮັດໃຫ້ປະຊາຊົນກວ່າ 67,000 ຄົນ ຕ້ອງອົບພະຍົບອອກຈາກພື້ນທີ່ ນັບຕັ້ງແຕ່ໄຟເລີ່ມລຸກໄໝ້ເມື່ອທ້າຍອາທິດທີ່ຜ່ານມາ. ແນວໃດກໍຕາມ ຍັງບໍ່ມີລາຍງານຜູ້ເສຍຊີວິດ ແຕ່ເຈົ້າໜ້າທີ່ຍັງຄົງເລັ່ງສຳຫຼວດຄວາມເສຍຫາຍ ເນື່ອງຈາກຍັງບໍ່ສາມາດປະເມິນຈຳນວນເຮືອນທີ່ຖືກໄຟໄໝ້ ຫຼື ໄດ້ຮັບຄວາມເສຍຫາຍໄດ້ທັງໝົດ. ທາງການໄດ້ອະນຸຍາດໃຫ້ຜູ້ປະສົບໄພບາງສ່ວນທະຍອຍກັບເຂົ້າເຮືອນແລ້ວ ແຕ່ຍັງບໍ່ໄດ້ເປີດເຜີຍຈຳນວນທີ່ແນ່ນອນ ຂະນະທີ່ຜູ້ປະສົບໄພອີກຈຳນວນຫຼາຍຍັງຄົງພັກອາໄສຢູ່ໃນສູນພັກເຊົາທີ່ສູນປະຊຸມເມືອງສະໂປແຄນ, ໂຮງແຮມ, ເຮືອນເຊົ່າ ຫຼື ເຮືອນຂອງຍາດພີ່ນ້ອງ ແລະ ໝູ່ເພື່ອນ ໂດຍຫຼາຍຄົນຍັງບໍ່ຮູ້ວ່າຈະໄດ້ກັບເຮືອນເມື່ອໃດ ແລະ ບໍ່ຊາບວ່າເຮືອນໄດ້ຮັບຄວາມເສຍຫາຍຫຼາຍໜ້ອຍປານໃດ.

ກ່ອນໜ້ານີ້ ເຈົ້າໜ້າທີ່ເປີດເຜີຍວ່າ ໄຟປ່າຈຸດ “ໂອນດ໌ ເທຣລສ໌” (Old Trails) ເກີດຈາກການວາງເພີງ ໂດຍຕຳຫຼວດໄດ້ຈັບກຸມ ແລະ ແຈ້ງຂໍ້ຫາວາງເພີງແກ່ຜູ້ຕ້ອງສົງໄສແລ້ວ. ສ່ວນໄຟປ່າອີກ 2 ຈຸດ ຄື “ອອກທັມນ໌ ເລນ” (Autumn Lane) ແລະ “ແຟຣ໌ວິວ” (Fairview) ມີສາເຫດມາຈາກການກະທຳຂອງມະນຸດເຊັ່ນກັນ ແຕ່ຍັງບໍ່ພົບວ່າເປັນການຈົ່ງໃຈ ແລະ ຍັງຢູ່ລະຫວ່າງການສືບສວນ-ສອບສວນ.

ທີ່ມາ: AP

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article