ເວລາປະມານ 02:30 ໂມງ ຂອງວັນທີ 2 ສິງຫາ 2026 ເກີດເຫດກົກໂພຂະໜາດໃຫຍ່ຖອນຮາກລົ້ມທັບເຮືອນປະຊາຊົນ ຢູ່ບ້ານຖ້ຳ ເມືອງທ່າແຂກ ແຂວງຄຳມ່ວນ ຫຼັງຝົນຕົກໜັກ ແລະ ລົມແຮງ.
ເບື້ອງຕົ້ນ ມີຜູ້ຢູ່ໃນເຮືອນ 4 ຄົນ ສາມາດອອກມາໄດ້ 3 ຄົນ ຂະນະທີ່ອີກ 1 ຄົນ ແມ່ນແມ່ຕູ້ອາຍຸ 83 ປີ ເສຍຊີວິດຈາກເຫດການດັ່ງກ່າວ.




ຈາກຮູບພາບພົບວ່າ ຕົ້ນໄມ້ຂະໜາດໃຫຍ່ຖືກຖອນຮາກ ແລະ ທັບເຮືອນຢ່າງຮຸນແຮງ ຂະນະທີ່ຊາວບ້ານ ແລະ ເຈົ້າໜ້າທີ່ ກຳລັງຊ່ວຍກັນເກັບກູ້ ແລະ ເຄຍພື້ນທີ່.
ທີ່ມາ: Pou VilaiVhong
ຮຽບຮຽງ: PANIN CRT





