ຄື້ນຄວາມຮ້ອນທຳລາຍສະຖິຕິທົ່ວທະວີບເອີຣົບ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍຮ້ອຍຄົນ

Must read

ຄື້ນຄວາມຮ້ອນຮຸນແຮງໄດ້ແຜ່ປົກຄຸມພື້ນທີ່ທະວີບເອີຣົບຕາເວັນຕົກ ແລະ ທະວີບເອີຣົບໃຕ້ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວຫຼາຍຮ້ອຍລາຍ ໂດຍສະເປນມີຜູ້ເສຍຊີວິດສູງສຸດກວ່າ 200 ລາຍ, ເຢຍລະມັນມີຜູ້ເສຍຊີວິດກວ່າ 20 ລາຍ (ສ່ວນໃຫຍ່ຈົມນ້ຳຂະນະຫຼິ້ນນ້ຳຄາຍຮ້ອນ), ລວມເຖິງຝຣັ່ງ ແລະ ອີຕາລີ ທີ່ຮາຍງານການເສຍຊີວິດຂອງເດັກນ້ອຍ ແລະ ຜູ້ສູງອາຍຸຈາກໂລກລົມແດດ (Heatstroke) ແລະ ພາວະຂາດນ້ຳ.ຫຼາຍປະເທດໄດ້ທຳລາຍສະຖິຕິອຸນຫະພູມສູງສຸດໃນເດືອນມິຖຸນາ ເຊັ່ນ: ກຣຸງປາຣີສ (ຝຣັ່ງ) ສູງເຖິງ 40.9 ອົງສາເຊລເຊຍ, ສະຫະລາດຊະອານາຈັກ 36.4 ອົງສາເຊລຊຽດ ແລະ ສະວິດເຊີແລນ ກໍທຳລາຍສະຖິຕິເຊັ່ນກັນ.

ນັກອຸຕຸນິຍົມວິທະຍາລະບຸວ່າ ປາກົດການນີ້ເກີດຈາກ “ໂດມຄວາມຮ້ອນ” (Heat Dome) ທີ່ປົກຄຸມທະວີບເອີຣົບເປັນເວລາດົນ ເຮັດໃຫ້ມວນອາກາດເຢັນບໍ່ສາມາດເຄື່ອນໂຕເຂົ້າມາໄດ້. ຄວາມຮ້ອນນີ້ເປັນອັນຕະລາຍຢ່າງຍິ່ງໃນເຂດເມືອງໃຫຍ່ ເນື່ອງຈາກຄອນກຣີດ ແລະ ຢາງອັສຟັລທ໌ກັກເກັບຄວາມຮ້ອນໄວ້ຕະຫຼອດທັງຄືນ.

ທາງການທົ່ວທະວີບເອີຣົບໄດ້ປະກາດເຕືອນໄພລະດັບສີແດງ, ສັ່ງປິດໂຮງຮຽນ, ຍົກເລີກຖ້ຽວລົດໄຟ ແລະ ແນະນຳໃຫ້ປະຊາຊົນຢູ່ແຕ່ໃນເຮືອນ. ເຫດການນີ້ເຮັດໃຫ້ຫວນຄຶດເຖິງວິກິດຄື້ນຄວາມຮ້ອນໃນປີ 2003 ທີ່ເຄີຍພາກຊີວິດຜູ້ຄົນໄປຫຼາຍໝື່ນຄົນ.

ທັງນີ້ ຜູ້ຊ່ຽວຊານຊີ້ວ່າ ທະວີບເອີຣົບມີຄວາມເປາະບາງເປັນພິເສດ ເພາະເຮືອນຊານສ່ວນໃຫຍ່ຖືກອອກແບບມາເພື່ອກັກເກັບຄວາມອົບອຸ່ນໃນລະດູໜາວ ແລະ ບໍ່ຄ່ອຍມີການຕິດຕັ້ງເຄື່ອງປັບອາກາດຄືກັບໃນອາເມລິກາເໜືອ ຫຼື ເອເຊຍ ເຮັດໃຫ້ປະຊາຊົນຫຼາຍລ້ານຄົນຕ້ອງເຜຊີນກັບຄວາມຮ້ອນຢ່າງທຸກທໍລະມານ ໂດຍທາງການເຕືອນວ່າຕົວເລກຜູ້ເສຍຊີວິດອາດຈະເພີ່ມສູງຂຶ້ນອີກ.

ຕາມລາຍງານຂອງ RT

ທີ່ມາ: https://giaoducthoidai.vn/nang-nong-ky-luc-tren-khap-chau-au-hang-tram-nguoi-thiet-mang-post782897.html

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article