ແຂວງຫລວງພະບາງ ກວດພົບລັກລອບຂຸດຄົ້ນຄໍາຕົກຂ້ອນ ຢູ່ເມືອງປາກອູ ແລະ ເມືອງໂພນໄຊ ກັກຕົວໄດ້ 5 ຄົນ

Must read

ໂທລະພາບ ແຂວງຫລວງພະບາງ ລາຍງານວ່: ໃນວັນທີ 10-11 ມິຖຸນາ 2026 ຄະນະຮັບຜິດຊອບ 169/ຈຂ.ຫຼບ ແຂວງຫຼວງພະບາງ ໄດ້ສົມທົບກັບອົງການປົກຄອງເມືອງໂພນໄຊ ແລະ ເມືອງປາກອູ ແຂວງຫລວງພະບາງ ລົງກວດກາ, ເກັບກໍາຂໍ້ມູນການລັກລອບຂຸດຄົ້ນຄໍາຕົກຂ້ອນ ຢູ່ຂອບເຂດບ້ານປາກວັງ ເມືອງໂພນໄຊ ແລະ ບ້ານຫາດຄໍ້ ເມືອງປາກອູ ແຂວງຫລວງພະບາງ.

– ຈຸດທີ 1: ຢູ່ບ້ານປາກວັງ ເມືອງໂພນໄຊ ຜ່ານການລົງກວດກາ ພົບລົດຈົກ 6 ຄັນ, ຕະແກງ 2 ອັນ, ຜ້າພົມ 15 ຜືນ ແລະ ອຸປະກອນທີ່ນໍາໃຊ້ເຂົ້າໃນການຂຸດຄົ້ນ ຈໍານວນໜຶ່ງ ສ່ວນກໍາມະກອນແມ່ນໄດ້ເອົາຕົວລົບໜີເຂົ້າປ່າ ຈຶ່ງບໍ່ສາມາດຮູ້ໄດ້ບໍລິສັດ. ຕໍ່ຈຸດດັ່ງກ່າວນີ້ແມ່ນທາງພະແນກກະສີກໍາ ແລະ ສິ່ງແວດລ້ອມ ແຂວງຫລວງພະບາງ ໄດ້ເຂົ້າໄປກວດກາສ້າງບົດບັນທຶກຍຶດ ແລະ ອາຍັດຊັບ ພ້ອມທັງກັກຕົວ ຫວຽດນາມ ຈໍານວນ 2 ຄົນ ກ່ອນໜ້ານີ້ແລ້ວ ແຕ່ວັນທີ10 /06/2026.

– ຈຸດທີ 2: ຢູ່ບ້ານຫາດຄໍ້ ເມືອງປາກອູ ຜ່ານການກວດກາ, ເກັບກໍາຂໍ້ມູນຕົວຈິງ ອອກຊື່ບໍລິສັດ ແອວວີດີ(LVD) ຂຸດຄົ້ນວັດສະດຸກໍ່ສ້າງ, ຫີນແຮ່-ຊາຍ ພົບລົດຈົກ 4 ຄັນ, ຕະແກງ 2 ອັນ, ຜ້າພົມ 25 ຜືນ ແລະ ອຸປະກອນທີ່ນໍາໃຊ້ເຂົ້າໃນການຂຸດຄົ້ນ ຈໍານວນໜຶ່ງ, ກັກຕົວຄົນລາວ 2 ຄົນ, ຄົນສັນຊາດຈີນ 3 ຄົນ ຄື:

1. ນາງ ຈີ້ເຮີ ອາຍຸ 41 ປີ ອາຊີບ ກໍາມະກອນ ປັດຈຸບັນຢູ່ບ້ານຫົວນາ ເມືອງນໍ້າບາກ ແຂວງຫລວງພະບາງ (ແປພາສາ).

2. ທ້າວ ຂຽວ ອາຍຸ 39 ປີ ອາຊີບ ກໍາມະກອນ ປັດຈຸບັນຢູ່ບ້ານສີເມືອງງາມ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ(ແປພາສາ).

3. ທ້າວ ຢ່າງໂປ ອາຍຸ 40 ປີ ສັນຊາດຈີນ ພັກເຊົາຢູ່ບ້ານຫາດຄໍ້ ເມືອງ ປາກອູ ແຂວງຫຼວງພະບາງ.

4. ທ້າວ ຢຽງຢັງ ອາຍຸ 40 ປີ ສັນຊາດຈີນ ພັກເຊົາຢູ່ບ້ານຫາດຄໍ້ ເມືອງ ປາກອູ ແຂວງຫຼວງພະບາງ.

5. ທ້າວ ຊູເຮີ ອາຍຸ 40 ປີ ສັນຊາດຈີນ ພັກເຊົາຢູ່ບ້ານຫາດຄໍ້ ເມືອງ ປາກອູ ແຂວງຫຼວງພະບາງ.

ຜ່ານການລົງກວດກາ ແລະ ເກັບກໍາຂໍ້ມູນ ຂອງ ຄະນະຮັບຜິດຊອບ 169/ຈຂ.ຫຼບ ແຂວງຫຼວງພະບາງ ເຫັນວ່າ: ເປັນການລັກລອບຂຸດຄົ້ນຊັບພະຍາກອນແຮ່ທາດ ໂດຍບໍ່ມີໃບອະນຸຍາດຈາກພາກສ່ວນທີ່ກ່ຽຂ້ອງ, ບໍ່ຖືກຕ້ອງຕາມກົດໝາຍກົດໝາຍ ແລະ ຂັດຕໍ່ຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ, ລົງວັນທີ 07/03/2025 ແລະ ສະບັບເລກທີ 46/ນຍ, ລົງວັນທີ 13/04/2026.

ຂ່າວ: ໜັງສືພິມລາວພັດທະນາ Laophattana News

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article