ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ເຄື່ອນໄຫວເຮັດວຽກຢູ່ແຂວງບໍ່ແກ້ວ

Must read

ໃນວັນທີ 24 ມິຖຸນາ 2026 ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ພ້ອມຄະນະ ໄດ້ເຄື່ອນ ໄຫວຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກຢູ່ແຂວງບໍ່ແກ້ວ ໃຫ້ກຽດຕ້ອນຮັບ, ໂດຍມີ ສະຫາຍ ພົຈວ ແປ້ນຄຳ ບຸດຈັນແພງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະ ພາປະຊາຊົນແຂວງບໍ່ແກ້ວ ພ້ອມດ້ວຍການນຳຂອງແຂວງ ຢ່າງອົບອຸ່ນ ທີ່ສະໜາມບິນສາກົນບໍ່ແກ້ວ

ຈາກນັ້ນ, ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ພ້ອມຄະນະໄດ້ສືບຕໍ່ພົບປະຄະນະບໍລິຫານງານພັກແຂວງ ທີ່ຫ້ອງວ່າການແຂວງບໍ່ແກ້ວ ເພື່ອຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງສູນກາງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງບໍ່ແກ້ວ, ໂດຍສະເພາະການພັດທະນາເສດຖະກິດ-ສັງຄົມ, ການປັບປຸງພື້ນຖານໂຄງລ່າງ, ວຽກງານປ້ອງກັນຊາດປ້ອງ ກັນຄວາມສະຫງົບ ແລະ ການສ້າງຕາແສງຢູ່ແຂວງບໍ່ແກ້ວໃຫ້ໄດ້ຮັບຜົນດີ.

ສະຫາຍ ພົຈວ ແປ້ນຄຳ ບຸດຈັນແພງ ໄດ້ລາຍງານການ ນໍາພາ-ຊີ້ນໍາ ແລະ ການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກແຂວງ ເຫັນວ່າໄດ້ມີຫຼາຍດ້ານທີ່ພົ້ນເດັ່ນ ສະແດງອອກໃນໄລຍະ 06 ເດືອນຜ່ານມາ: ມີຄະດີເກີດຂຶ້ນ ທັງໝົດ 270 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 352 ຄົນ ຍິງ 19 ຄົນ, ຄົນຕ່າງປະເທດ 78 ຄົນ ຍິງ 1 ຄົນ; ເລີກຮື້ກຸ່ມແກ້ງສະແກມເມີ ຈໍານວນ 11 ຄັ້ງ, ກັກຕົວຜູ້ຖືກຫາໄດ້ 949 ຄົນ ຍິງ 258 ຄົນ, ຕ່າງປະເທດ 747 ຄົນ ຍິງ 174 ຄົນ, ການພັດທະນາເສດຖະກິດຂະຫຍາຍຕົວຢູ່ໃນ ລະດັບ 5,1% ລວມຍອດຜະລິດຕະພັນພາຍໃນ GDP ສາ ມາດປະຕິບັດໄດ້ 3.946 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນໄດ້ 816 ໂດລາສະຫະລັດຕໍ່ຄົນຕໍ່ປີ, ການຈັດເກັບລາຍຮັບສາມາດປະຕິບັດໄດ້ 477,45 ຕື້ກີບ ເທົ່າກັບ 49,34%, ໄດ້ກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ 8 ເສັ້ນເທດສະບານ ປະຕິ ບັດໄດ້ 94,30%; ໂຄງການກໍ່ສ້າງເສັ້ນທາງປູຢາງສອງຊັ້ນ ເມືອງປາກທາ ຫາ ເມືອງຜາອຸດົມ ປະຕິບັດໄດ້ 53,65%; ໂຄງການກໍ່ສ້າງປູຢາງ 2 ຊັ້ນແຕ່ບ້ານຫ້ວຍຊາຍນ້ອຍ ເມືອງຫ້ວຍຊາຍ ຫາ ບ້ານຫ້ວຍແອ່ນ ເມືອງປາກທາ ປະຕິບັດໄດ້ 30,24%, ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ຕາມລໍາແມ່ນໍ້າຂອງ ທີ່ກໍາລັງຈັດຕັ້ງປະຕິບັດຢູ່ ມີ 3 ໂຄງການ, ໄດ້ປະກາດສ້າງຕັ້ງຕາແສງ ທົ່ວແຂວງບໍ່ແກ້ວ ສໍາລັດແລ້ວ ຈໍານວນ 23 ຕາແສງ, ເທົ່າກັບ 100 %.

ໂອກາດນີ້, ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ມີຄຳເຫັນຊີ້ນຳຫຼາຍບັນຫາ ໂດຍສະເພາະແມ່ນການສ້າງຮາກຖານການເມືອງໃຫ້ເຂັ້ມແຂງ, ພັດທະນາໜ່ວຍພັກໃຫ້ໜັກແໜ້ນ ແລະ ໃກ້ຊິດປະຊາຊົນ,ປ້ອງກັນ ແລະ ແກ້ໄຂບັນຫາ ສັງຄົມ ເຊັ່ນ ຢາເສບຕິດ, ການພະນັນ ແລະ ອາຊະຍາກຳ, ຮັກສາຄວາມສະຫງົບຄວບຄູ່ກັບການພັດທະນາ, ການແກ້ ໄຂຄວາມທຸກຍາກຍົກລະດັບຊີວິດປະຊາຊົນ ເປັນເປົ້າ ໝາຍຫຼັກ, ນຳໃຊ້ເຕັກໂນໂລຊີ ແລະ ເຄື່ອງຈັກທັນສະໄໝເຂົ້າສູ່ການຜະລິດ, ສົ່ງເສີມການປູກຝັງ ແລະ ລ້ຽງສັດໃຫ້ເປັນອາຊີບຍືນຍົງ, ສ້າງກຸ່ມຜະລິດສູ່ການເປັນທຸລະກິດ, ຊ່ວຍເຂົາເຈົ້າວາງແຜນການຜະລິດ ແລະ ຊອກຫາຕະຫຼາດຮອງຮັບ,ໃຫ້ເນັ້ນການປະຕິບັດຕົວຈິງບໍ່ແມ່ນເຮັດພຽງເພື່ອລາຍງານ, ກວດກາ ແລະ ປະເມີນຜົນຢ່າງສະໝ່ຳສະເໝີ, ເພື່ອພັດທະນາການເມືອງ, ສັງຄົມ, ເສດຖະກິດ ແລະ ຄວາມສະຫງົບໄປພ້ອມກັນ.

ໂອກາດດັ່ງກ່າວ, ບໍລິສັດ ຈາງຮວຍຍີນຮັບເໝົາກໍ່ສ້າງເຄຫະສະຖານຈຳກັດຜູ້ດຽວ ໄດ້ນຳເອົາຄອມພິວເຕີ ຈຳ ນວນ 69 ຊຸດ, ປິ່ນເຕີ ຈຳນວນ 23 ເຄື່ອງ ແລະ ລົດຈັກ ຈຳນວນ 23 ຄັນ ລວມມູນຄ່າ 410 ລ້ານກີບ ມາສະໜັບ ສະໜູນ ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ ເພື່ອມອບຕໍ່ໃຫ້ 23 ຕາແສງ ໃນ 5 ເມືອງແຂວງບໍ່ແກ້ວ ນຳໃຊ້ເຂົ້າໃນວຽກງານວິຊາສະເພາະ ໃຫ້ມີຄວາມສະດວກຂຶ້ນ.

ຂ່າວ:ສາຍສະໝອນ ແກ້ວວິສິດ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article