ພິທີມອບ-ຮັບລົດເກັບມ້ຽນ ແລະ ຂົນສົ່ງຂີ້ເຫຍື້ອຈຳນວນ 2 ຄັນ ລະຫວ່າງໂຄງການປັບປຸງສິ່ງແວດ ລ້ອມຕົວເມືອງ ນະຄອນ-ຫຼວງພະບາງ (Urban Environment Improvement Investment Project ຫຼື UEIIP) ກັບຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງ ນະຄອນ-ຫຼວງພະບາງ ຈັດຂຶ້ນໃນວັນທີ 23 ມິຖຸນາຜ່ານມາ, ທີ່ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງຫຼວງພະບາງ ພາຍໃຕ້ການຈັດຕັ້ງປະຕິບັດງານຂອງກະຊວງ ຍທຂ ຮ່ວມກັບ ພະແນກ ຍທຂ ແຂວງຫຼວງພະບາງ, ໂດຍມີທ່ານ ທະວີໄຊ ຄໍາມະນີ ຮອງຫົວໜ້າພະແນກ ຍທຂ ແຂວງ, ທ່ານ ນາລົງໄຊ ມີວາປະດິດ ຮອງຫົວໜ້າກົມເຄຫາ ແລະ ຜັງເມືອງ ກະຊວງ ຍທຂ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການມອບ-ຮັບໃນຄັ້ງນີ້, ແມ່ນສ່ວນໜຶ່ງຂອງແຜນງານພັດທະນາການບໍລິການດ້ານສິ່ງແວດລ້ອມຕົວເມືອງ ຂອງໂຄງການປັບປຸງສິ່ງແວດລ້ອມຕົວເມືອງ ນະຄອນ-ຫຼວງພະບາງ ຊຶ່ງມີເປົ້າໝາຍຫຼັກໃນການເພີ່ມຄວາມສາມາດ, ຍົກລະດັບປະສິດທິພາບການເກັບ ແລະ ຂົນສົ່ງຂີ້ເຫຍື້ອຈາກຊຸມຊົນ, ຕະຫຼາດ, ເຂດເສດຖະກິດ ແລະ ພື້ນທີ່ສາທາລະນະພາຍໃນຕົວເມືອງໄປກຳຈັດຢູ່ສະໜາມຂີ້ເຫຍື້ອໃຫ້ຖືກຕ້ອງຕາມຫຼັກວິຊາການ ແລະ ເຕັກນິກຮັກສາສະພາບແວດລ້ອມຕົວເມືອງ. ກ່ອນການມອບ-ຮັບ, ຄະນະກຳມະການກວດຮັບ ແລະ ຜູ້ຊ່ຽວຊານໄດ້ຮ່ວມກັນກວດກາເຕັກນິກ ແລະ ທົດສອບການນຳໃຊ້ຕົວຈິງຢ່າງລະອຽດ ເພື່ອໃຫ້ສອດຄ່ອງກັບຂໍ້ກຳນົດໃນສັນຍາທຸກປະການ. ຊຶ່ງລົດເກັບ ແລະ ຂົນສົ່ງຂີ້ເຫຍື້ອທີ່ມອບ-ຮັບຄັ້ງນີ້, ເປັນພາຫະນະທີ່ທັນສະໄໝ ຈະສາມາດປະກອບ ສ່ວນອັນສຳຄັນໃນການແກ້ໄຂບັນຫາຂີ້ເຫຍື້ອຕົກຄ້າງໃນຊຸມຊົນ, ເສີມສ້າງສຸຂະອະນາໄມດ້ານສິ່ງແວດລ້ອມ ແລະ ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນ ນະຄອນ-ຫຼວງພະບາງໃຫ້ດີຂຶ້ນ.

ສຳລັບໂຄງການປັບປຸງສິ່ງແວດລ້ອມຕົວເມືອງ ນະຄອນ-ຫຼວງພະບາງ ເປັນໂຄງການທີ່ໄດ້ຮັບການສະໜັບສະໜູນດ້ານທຶນກູ້ຢືມ ແລະ ທຶນຊ່ວຍເຫຼືອ ຈາກທະນາຄານພັດທະນາອາຊີ (ADB) ແລະ ທຶນສົມທົບຈາກລັດຖະບານລາວ ໂດຍມີຈຸດປະສົງເພື່ອປັບປຸງ ແລະ ພັດທະນາໂຄງສ້າງພື້ນຖານຕົວເມືອງ, ເສີມສ້າງຄວາມສາ ມາດໃນການບໍລິການພາກລັດ ແລະ ຍົກລະດັບການຄຸ້ມຄອງສິ່ງແວດລ້ອມຕົວເມືອງທ່ອງທ່ຽວໃຫ້ມີຄວາມຍືນຍົງ, ທັງເປັນການຮອງຮັບການຂະຫຍາຍຕົວຂອງຕົວເມືອງ ແລະ ການຫຼັ່ງໄຫຼເຂົ້າມາຂອງນັກທ່ອງທ່ຽວໃນອະນາຄົດ.
ຂ່າວ-ພາບ: ເພັດສາຄອນ ສີມມະວົງ





