ໃນວັນທີ 10 ມິຖຸນາ 2026, ເຈົ້າໜ້າທີ່ຫ້ອງຕຳຫຼວດ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຮັບລາຍງານຈາກກອງບັນຊາການ ປກສ ເມືອງ ສີໂຄດຕະບອງ, ປກສ ກຸ່ມສີຖານ ວ່າ: ມີເຫດການກຸ່ມຄົນຮ້າຍຂັບຂີ່ລົດຈັກ ມີປະມານ 8-9 ຄົນ ພວກກ່ຽວແມ່ນຂັບຂີ່ລົດເລາະຕາມເສັ້ນທາງພາຍໃນນະຄອນຫຼວງວຽງຈັນ ກໍ່ເຫດປຸ້ນເອົາລົດຈັກຂອງປະຊາຊົນຢູ່ເຂດບ້ານໜອງປາໄນ (ໜ້າຮ້ານ ບັນເທີງແຫ່ງໜຶ່ງ). ຈາກນັ້ນ, ຈຶ່ງໄດ້ລົງເກັບກຳຂໍ້ມູນ ເຫັນວ່າມີມູນຄວາມຈິງ ແທ້ ເຊິ່ງມີຜູ້ເສຍຫາຍມາໃຫ້ຂໍ້ມູນ ຕໍ່ເຈົ້າໜ້າທີ່ຢູ່ກຸ່ມສີຖານ.
ເຈົ້າໜ້າທີ່ຫ້ອງຕຳຫຼວດ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ຜູ້ເສຍຫາຍທັງສອງ ຄື: ທ້າວ ຊືນ ອາຍຸ 18 ປີ ແລະ ທ້າວ ບິນ ອາຍຸ 23 ປີ ໄດ້ໃຫ້ຂໍ້ມູນຕໍ່ເຈົ້າໜ້າທີ່ວ່າ: ທັງສອງເປັນປະຊາຊົນ ຢູ່ບ້ານ ກ້ອນລານ ເມືອງປາກແບ່ງ ແຂວງອຸດົມໄຊ ມາເຮັດວຽກເປັນກຳມະກອນກໍ່ສ້າງ ຢູ່ຕະຫຼາດຊັງຈ່ຽງ ເມືອງສີໂຄດຕະບອງ; ໃນມື້ເກີດເຫດຄື ວັນທີ 8 ມິຖຸນາ 2026, ທັງສອງຄົນໄດ້ເຮັດວຽກ ຈົນຮອດເວລາ 21 ໂມງ ຈຶ່ງໄດ້ຂັບຂີ່ລົດຈັກຍີ່ຫໍ້ຮອນດ້າເວບ 100 ສີຟ້າ-ດໍາ ບໍ່ມີປ້າຍທະບຽນ (ເປັນລົດດາວ) ອອກໄປຊື້ເຄື່ອງຢູ່ຮ້ານຂາຍເຄື່ອງຍ່ອຍ ຕັ້ງຢູ່ຂ້າງຮ້ານບັນເທີງແຫ່ງໜຶ່ງເຂດບ້ານໜອງປາໄນ, ພໍໄປຮອດ ໄດ້ຈອດລົດລໍຖ້າໝູ່ໂອນເງິນມາໃຫ້; ໃນເວລານັ້ນ ໄດ້ມີກຸ່ມໄວລຸ້ນ ຂັບຂີ່ລົດຈັກມີປະມານ 6-7 ຄັນ ແລ້ວໄດ້ມີລົດຈັກຄັນໜຶ່ງຂັບຂີ່ຊ້ອນກັນມາ 2 ຄົນ ມາຈອດໃກ້ ແລ້ວໄດ້ມີຜູ້ຊາຍຄົນໜຶ່ງໃຊ້ງ້າວຍາວປະມານ 60 ຊັງຕີແມັດມາຈີ້ ແລ້ວບອກໃຫ້ທັງສອງຄົນ ລົງຈາກລົດ, ແລ້ວທ້າວ ບິນ ແມ່ນໄດ້ລົງລົດ ຍັງແຕ່ທ້າວ ຊືນ ບໍ່ຍອມລົງເພາະ ເປັນລົດຂອງຜູ້ກ່ຽວ. ຈາກນັ້ນ, ໜຶ່ງໃນຄົນຮ້າຍ ໄດ້ໃຊ້ງ້າວຟັນ ໃສ່ກົກແຂນຂອງທ້າວ ຊືນ ແລ້ວໃຊ້ຕີນຢັນຈົນທ້າວ ຊືນ ຕົກລົງຈາກລົດ ແລ້ວພວກຄົນຮ້າຍກໍໄດ້ຂັບຂີ່ເອົາລົດຈັກຄັນດັ່ງກ່າວໄປ.

ພາຍຫຼັງເຈົ້າໜ້າທີ່ ໄດ້ຮັບຂໍ້ມູນ, ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເກັບກຳຂໍ້ມູນ ແລະ ສືບຄົ້ນຫາຕົວເປົ້າໝາຍທີ່ກໍ່ເຫດ ມາຮອດວັນທີ 11 ມິຖຸນາ 2026 ຈຶ່ງຮູ້ວ່າກຸ່ມໄວລຸ້ນທີ່ກໍ່ເຫດແມ່ນມີຊື່ແກ້ງວ່າ ຊອຍໂຈນ ແລະ ສາມາດກັກຕົວ ບຸກຄົນທີ່ຮ່ວມກັນກໍ່ເຫດໄດ້ທັງໝົດ 7 ຄົນ ຄື:
1. ທ້າວ ຄໍາໄຜ່ ຫຼື ໄຜ່ ອາຍຸ 15 ປີ ປັດຈຸບັນຢູ່ບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
2. ທ້າວ ຄູນຄໍາ ຫຼື ຄິວ ອາຍຸ 16 ປີ ປັດຈຸບັນ ຢູ່ບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
3. ທ້າວ ບີບ ຫຼື ໂອເວັ້ນ ອາຍຸ 17 ປີ ປັດຈຸ ບັນຢູ່ບ້ານຫາດກັນຊາ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ.
4. ທ້າວ ເຕົ໋າສົມຊາຍ ຫຼື ເຕົ໋າ ອາຍຸ 15 ປີ ປັດຈຸບັນຢູ່ບ້ານຫາດກັນຊາ ເມືອງ ຫາດຊາຍຟອງ, ນະຄອນຫຼວງວຽງຈັນ.
5. ທ້າວ ອຸທອນ ຫຼື ທອນ ອາຍຸ 17 ປີ ປັດຈຸບັນ ຢູ່ບ້ານຫາດກັນຊາ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ.
6. ທ້າວ ອານົນ ອາຍຸ 14 ປີ ປັດຈຸບັນຢູ່ບ້ານ ໂນນຄໍ້ເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
7. ທ້າວ ອາທິດ ຫຼື ແຄນ ອາຍຸ16 ປີ ປັດຈຸບັນຢູ່ບ້ານ ໂນນຄໍ້ເໜືອ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ.
ຜ່ານການສືບສວນ-ສອບສວນພວກກ່ຽວທັງ 7 ຄົນ ໃຫ້ການຮັບສາລະພາບວ່າ: ພວກຕົນແມ່ນມີ ຊື່ກຸ່ມວ່າ ຊອຍໂຈນ ມີສະມາຊິກທັງໝົດປະມານ 200 ຄົນ ແຕ່ລະມື້ແມ່ນຈັບກຸ່ມກັນຂັບຂີ່ລົດຈັກ 8-10 ຄັນ ເລາະຍາມກາງຄືນຢູ່ເສັ້ນທາງແຄມຂອງ, ເຂດອານຸສາວະລີ (ປະຕູໄຊ) ໃນນະຄອນຫຼວງວຽງຈັນ ພົບ ເຫັນໄວລຸ້ນຍ່າງ ຕາມແຄມທາງແມ່ນໃຊ້ມີດ, ງ້າວ, ປືນປອມຈີ້ເພື່ອປຸ້ນເອົາເງິນ, ໂທລະສັບ, ເອົາລົດຈັກ ແລະ ຊັບສິນທີ່ມີຄ່າ ເພື່ອໄປຂາຍແລ້ວເອົາເງິນໄປຊື້ນໍ້າກະທ່ອມມາປັນກັນດື່ມ.

ຕໍ່ກັບເຫດການໃນຄືນວັນທີ 8 ມິຖຸນາ 2026 ພວກກ່ຽວທັງ 7 ຄົນ ໄດ້ຂັບຂີ່ລົດຈັກເລາະຕາມເສັ້ນທາງເພື່ອກໍ່ເຫດປຸ້ນ, ຈີ້ ຄືທຸກມື້, ພໍຮາຮອດເຂດສວນເຈົ້າອານຸວົງ (ຊ້າງ 3 ຫົວ) ແມ່ນເຫັນໄວ້ລຸ້ນ 2 ຄົນ ຈຶ່ງໄດ້ແລ່ນເຂົ້າໄປຕີ ແຕ່ທັງ 2 ຄົນ ແມ່ນແລ່ນໜີກ່ອນ ພ້ອມທັງດຶກແກ້ວມາໃສ່ພວກກ່ຽວ ແຕ່ບໍ່ຖືກ. ຈາກນັ້ນ ພວກກ່ຽວຈຶ່ງແລ່ນໄລ່ແຕ່ບໍ່ທັນຈຶ່ງໄດ້ກັບຄືນມາເອົາລົດແລ້ວຂັບຂີ່ລົດເລາະຕີບຸກຄົນທີ່ຍ່າງຕາມທາງ ຈຶ່ງມາພົບເຫັນໄວລຸ້ນ 2 ຄົນ ຈອດລົດຈັກຢູ່ໜ້າຮ້ານຂາຍເຄື່ອງແຄມທາງ ຂ້າງຮ້ານບັນເທິງຢູ່ເຂດບ້ານໜອງປາໄນ ເມືອງ ສີໂຄດຕະບອງ ພວກກ່ຽວຈຶ່ງປຸ້ນເອົາລົດຂອງ 2 ຄົນນັ້ນ, ທ້າວ ຄຳໄຜ່ ຈຶ່ງໄດ້ລົງຈາກລົດຈັກໄປພ້ອມທັງຖືງ້າວໄປນໍາ ແລ້ວບອກໃຫ້ ທັງສອງຄົນສົ່ງໂທລະສັບມາ ແຕ່ຜູ້ຂັບແມ່ນ ແລ່ນໜີ ທ້າວ ຄໍາໄຜ່ ຈຶ່ງໃຊ້ງ້າວຟັນໃສ່ຜູ້ຊາຍທີ່ຍັງນັ່ງຢູ່ທ້າຍລົດຈັກນັ້ນ 1 ຄັ້ງ ແລ້ວໃຊ້ຕີນຢັນຈົນຜູ້ກ່ຽວຕົກລົງຈາກລົດຈັກ ເວລານັ້ນໝູ່ຂອງ ທ້າວ ຄໍາໄຜ່ ກໍໄດ້ພາກັນຈັບງ້າວ ແລ່ນມາໃສ່ ທັງສອງຄົນຈຶ່ງໄດ້ພາກັນແລ່ນໜີ ແລ້ວກຸ່ມຂອງທ້າວ ຄໍາໄຜ່ ກໍໄດ້ຂັບຂີ່ເອົາລົດຈັກຄັນດັ່ງກ່າວນັ້ນໄປພ້ອມ ແລ້ວທ້າວ ໄທ ແມ່ນເອົາໄປຂາຍຢູ່ໃສບໍ່ຮູ້.
ຕໍ່ກັບກຸ່ມແກ້ງດັ່ງກ່າວແມ່ນຍັງມີຈຳນວນໜຶ່ງທີ່ເອົາຕົວຫຼົບໜີ; ຄະດີດັ່ງກ່າວເຈົ້າໜ້າທີ່ກໍາລັງສືບສວນ-ສອບສວນຂະຫຍາຍຜົນຫາກຸ້ມແກ້ງພັກ ພວກທີ່ຮ່ວມກັນກໍ່ເຫດເພື່ອນໍາຕົວມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.
ຂ່າວ:ຄວາມສະຫງົບ





