CATEGORY

ບໍ່ມີໝວດໝູ່

ເກົາຫຼີໃຕ້ສະແດງແສນຍານຸພາບ ຈັດຊ້ອມຮົບຍິງຈິງຄັ້ງໃຫຍ່ ອວດອາວຸດຍຸດໂທປະກອນຕໍ່ນານາຊາດ

ກອງທັບເກົາຫຼີໃຕ້ຈັດການຊ້ອມຮົບຍິງຈິງຄັ້ງໃຫຍ່ທີ່ເມືອງໂພຊອນ ທາງພາກເໜືອຂອງປະເທດ ສະແດງຄວາມພ້ອມ ແລະ ສັກຍະພາບການປະຕິບັດການຮ່ວມຂອງກອງທັບ ທ່າມກາງສະຖານະການຄວາມໝັ້ນຄົງໃນຄາບສະໝຸດເກົາຫຼີທີ່ຍັງຄົງຕຶງຕຽງ. ການຊ້ອມຮົບຄັ້ງນີ້ໄດ້ນຳຍຸດໂທປະກອນເຂົ້າຮ່ວມຫຼາຍເຖິງ 457 ລາຍການ ຄອບຄຸມທັງກຳລັງພາກພື້ນດິນ ແລະ ທາງອາກາດ ໂດຍອາວຸດສຳຄັນທີ່ຖືກນຳມາສະແດງປະກອບດ້ວຍ ລົດຖັງຫຼັກ K2 Black Panther, ປືນໃຫຍ່ອັດຕາຈອນ K9, ເຄື່ອງຍິງຈະຫຼວດຫຼາຍລຳກ້ອງ, ເຮລີຄອບເຕີໂຈມຕີ ລວມທັງເຄື່ອງບິນຂັບໄລ່ KF-21 ຊຶ່ງເປັນເຄື່ອງບິນລົບລຸ້ນໃໝ່ທີ່ເກົາຫຼີໃຕ້ພັດທະນາຂຶ້ນເອງ. ພາຍໃນງານມີຜູ້ເຂົ້າຮ່ວມຊົມປະມານ 1,900...

ແຈ້ງການມອດໄຟ ວັນທີ 30 ເມສາ, 2, 3 ພຶດສະພາ 2026

ທີ່ມາ: ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫລວງ2

ເປີດເຜີຍຂໍ້ມູນມືປືນ ຍິງງານລ້ຽງສື່ທຳນຽບຂາວ ຕຽມຖືກໂທດຫຼາຍຂໍ້ຫາ

ເຈົ້າໜ້າທີ່ສະຫະລັດກຳລັງດຳເນີນການສືບສວນຂໍ້ເທັດຈິງໃນເຫດຄົນຮ້າຍຍິງປືນໃນງານລ້ຽງສະມາຄົມຜູ້ສື່ຂ່າວທຳນຽບຂາວເມື່ອວັນເສົາທີ່ຜ່ານມາ ໂດຍເບື້ອງຕົ້ນພົບສິ່ງທີ່ອາດເປັນແຮງຈູງໃຈ ແລະ ຄາດວ່າລາວອາດໂດນໂທດຫຼາຍຂໍ້ຫາ ເຈົ້າໜ້າທີ່ລະດັບສູງຂອງສະຫະລັດເປີດເຜີຍກັບສຳນັກຂ່າວ CBS News ວ່າ ນາຍ ໂຄລ ໂທມັດ ອາລເລນ ຜູ້ຕ້ອງສົງໄສທີ່ພະຍາຍາມກໍ່ເຫດໂຈມຕີໃນງານລ້ຽງສະມາຄົມຜູ້ສື່ຂ່າວທຳເນີຍຂາວໃນຄືນວັນເສົາ (25 ເມ.ສ. 2569) ໄດ້ທິ້ງສິ່ງທີ່ເຈົ້າໜ້າທີ່ເອີ້ນວ່າ "ຄຳແຖລງການ" (Manifesto) ເຊິ່ງລະບຸໄວ້ຢ່າງຊັດເຈນວ່າລາວຕ້ອງການພຸ່ງເປົ້າໂຈມຕີເຈົ້າໜ້າທີ່ໃນລັດຖະບານຂອງທຣຳ ທາງການລະບຸວ່າໃນເຫດການດັ່ງກ່າວ ປະທານາທິບໍດີ ໂດນາລ ທຣຳ ແລະ ສຸພາບສະຕີໝາຍເລກໜຶ່ງ...

ລາວ-ຈີນ ຈັດກິດຈະກໍາອ່ານປຶ້ມສ້າງປັນຍາຄວາມຮູ້ໃນໝູ່ຮ່ວມຫ້ອງ

ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັບສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໂດຍໄດ້ຮັບການສະໜັບສະໜູນຈາກວາລະສານຈໍາປາ ສູນການສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ແຂວງຢຸນນານ ໄດ້ຈັດກິດຈະກໍາອ່ານປຶ້ມ "ສ້າງປັນຍາຄວາມຮູ້ໃນໝູ່ຮ່ວມຫ້ອງ" ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ຂຶ້ນໃນວັນທີ 24 ເມສານີ້ ທີ່ ມຊ, ໂດຍມີ ທ່ານ ອຸ່ນຫຼ້າ ສີວັນເພັງ...

ສິງກະໂປລັ່ນບໍ່ເຈລະຈາຂໍອິຣ່ານຜ່ານຊ່ອງແຄບຮໍມຸຊ ຊີ້ມີສິດໃນການເດີນເຮືອຢູ່ແລ້ວ

ວີເວຍ ບາລາກຣິດນັນ ລັດຖະມົນຕີຕ່າງປະເທດສິງກະໂປ ໄດ້ແຖລງເມື່ອວານນີ້ (7 ເມສາ) ວ່າ ສິງກະໂປຈະບໍ່ເຈລະຈາເພື່ອຂໍຜ່ານຊ່ອງແຄບຮໍມຸຊຢ່າງປອດໄພ ເນື່ອງຈາກຫາກດຳເນີນການດັ່ງກ່າວຈະເປັນການທຳລາຍຫຼັກການພື້ນຖານຂອງກົດໝາຍລະຫວ່າງປະເທດ ໃນການຕອບຄຳຖາມໃນລັດຖະສະພາຈາກ ສ.ສ. ຟັດລີ ຟາວຊີ ວ່າ ສິງກະໂປຈະເຈລະຈາກັບອິຣ່ານ ຫຼື ພິຈາລະນາຈ່າຍຄ່າຜ່ານທາງສຳລັບເຮືອຂອງຕົນຫຼືບໍ່ນັ້ນ ດຣ. ບາລາກຣິດນັນ ໄດ້ຢືນຢັນວ່າ ການເດີນເຮືອຜ່ານຊ່ອງແຄບດັ່ງກ່າວແມ່ນ "ສິດທິ" ບໍ່ແມ່ນ "ສິດທິພິເສດ" ທ່ານກ່າວວ່າ "ມີສິດໃນການຜ່ານທາງໂດຍການເດີນເຮືອຢູ່ແລ້ວ...

ສະໜາມບິນອິຕາລີຈຳກັດການໃຊ້ນ້ຳມັນເຊື້ອໄຟອາກາດຍານ ຫຼັງວິກິດພະລັງງານໂລກ

ສື່ທ້ອງຖິ່ນຂອງອິຕາລີລາຍງານວ່າ ມາດຕະການຈຳກັດການໃຊ້ນ້ຳມັນເຊື້ອໄຟອາກາດຍານໄດ້ເລີ່ມມີຜົນບັງຄັບໃຊ້ທີ່ສະໜາມບິນໂບໂລຍຍ່າ, ສະໜາມບິນມິລານ ລິນາເຕ, ສະໜາມບິນເຕຣວິໂຊ ແລະ ສະໜາມບິນເວນີສແລ້ວ ຫຼັງຈາກປະເຊີນກັບວິກິດພະລັງງານ. ລາຍງານລະບຸວ່າ ບໍລິສັດ Air BP ສາຂາອິຕາລີ ຊຶ່ງເປັນໜຶ່ງໃນຜູ້ສະໜອງນ້ຳມັນອາກາດຍານລາຍໃຫຍ່ຂອງໂລກ ໄດ້ອອກໜັງສືແຈ້ງເຕືອນໄປຍັງສາຍການບິນ (NOTAM) ເພື່ອແຈ້ງວ່າຈະມີການຈັດສັນນ້ຳມັນເຊື້ອໄຟແບບຈຳກັດໄປຈົນເຖິງວັນທີ 9 ເມສາ ໂດຍຈະໃຫ້ຄວາມສຳຄັນໃນການເຕີມນ້ຳມັນໃຫ້ແກ່ ເທີ່ຍວບິນພະຍາບານທາງອາກາດ, ເທີ່ຍວບິນຂອງລັດ ແລະ ເທີ່ຍວບິນທີ່ໃຊ້ໄລຍະເວລາບິນຫຼາຍກວ່າ 3...

ປີສາດແດງ” ແມນເຊັດເຕີ ຢູໄນເຕັດ ບຸກໄປເສຍ ນິວຄາສເຊິນ ຢູໄນເຕັດ ທີ່ເຫຼືອ 10 ຄົນ

ການແຂ່ງຂັນບານເຕະ ພຣີເມຍລີກ ອັງກິດ ເມື່ອຄືນວັນພຸດທີ 4 ມີນາ 2026 ຄູ່ທີ່ໜ້າສົນໃຈ ນິວຄາດສ໌ ຢູໄນເຕດ ເປີດສະໜາມເຊນ ເຈມດ໌ ພາກ ຮັບການມາຢ້ຽມຢາມຂອງ "ປີສາດແດງ" ແມນ ຢູໄນເຕດ ຜົນປາກົດວ່າ ແມນເຊດເຕີ ຢູໄນເຕດ ພາດເສຍປະຕູທ້າຍເກມ ບຸກໄປແພ້ ນິວຄາສເຊິນ ທີ່ເຫຼືອ 10...

ຈີນໂຊຄວາມລ້ຳສະໄໝ ກອງທັບໜຸ່ນຍົນຮິວແມນນອຍດ໌ລັກຊີນ ງານກາລ້າກຸດຈີນ 2026

ກາຍເປັນທີ່ເວົ້າເຖິງຂ້າມຄືນ ເມື່ອກອງທັບໜຸ່ນຍົນຮິວແມນນອຍດ໌ອັດສະລິຍະກ້າວຂຶ້ນເວທີງານກາລ້າເທດສະການລະດູໃບໄມ້ຜລິປີ 2026 ຂອງຈີນ ໂຊໂຄສະໜາທັກສະທັງສິລະປະການຕໍ່ສູ້ໄປຈົນເຖິງງານເຮືອນ ຢືນຢັນຄວາມສຳເລັດຂອງອຸດສາຫະກຳໜຸ່ນຍົນ ແລະ AI ທີ່ຂະຫຍາຍຕົວຢ່າງໄວວາ ໃນຄ່ຳຄືນສະຫຼອງການເຂົ້າສູ່ປີມ້າຢ່າງຍິ່ງໃຫຍ່ ກອງທັບໜຸ່ນຍົນຮິວແມນນອຍດ໌ທີ່ຕິດຕັ້ງລະບົບປັນຍາປະດິດຂັ້ນສູງ ໄດ້ກາຍເປັນໜຶ່ງໃນກຸ່ມນັກສະແດງທີ່ສ້າງຄວາມຕື່ນຕາຕື່ນໃຈທີ່ສຸດ ໃນງານກາລ້າເທດສະການລະດູໃບໄມ້ຜລິປະຈຳປີ 2026 (Spring Festival Gala) ຂອງປະເທດຈີນ ໃນຄືນວັນຈັນທີ່ຜ່ານມາ (16 ກຸມພາ) ໂດຍສ້າງຄວາມຕົກໃຈໃຫ້ຜູ້ຊົມດ້ວຍການນຳສະເໜີທີ່ແປກໃໝ່ ແລະ ຄວາມສາມາດທາງກາຍທີ່ໜ້າຕື່ນເຕັ້ນ ງານກາລ້າຄັ້ງນີ້ຈັດໂດຍ China...

ເກົາຫຼີເໜືອຂູ່ຕອບໂຕ້ຮຸນແຮງ ຖ້າເກົາຫຼີໃຕ້ສົ່ງໂດຣນລ້ຳແດນອີກ

ຄວາມຕຶງຄຽດໃນຄາບສະໝຸດເກົາຫຼີກັບມາປະທຸອີກຄັ້ງ ຫຼັງຈາກເກົາຫຼີເໜືອອອກຄຳເຕືອນວ່າ ຈະມີການຕອບໂຕ້ຢ່າງຮຸນແຮງ ຖ້າພົບໂດຣນຈາກເກົາຫຼີໃຕ້ບິນລ້ຳເຂດແດນອີກ. ຂະນະທີ່ລັດຖະບານໂຊລກຳລັງສືບສວນຫາຄວາມຈິງ. ຄຳເຕືອນນີ້ປາກົດໃນຖະແຫຼງການຂອງ ຄິມ ໂຢໂຈງ, ນ້ອງສາວຂອງຜູ້ນຳເກົາຫຼີເໜືອ ຄິມ ຈອງອຶນ, ທີ່ເຜີຍແຜ່ໂດຍສຳນັກຂ່າວທາງການ KCNA. ນາງລະບຸວ່າ ການລະເມີດອະທິປະໄຕຂອງສາທາລະນະລັດປະຊາທິປະໄຕປະຊາຊົນເກົາຫຼີ ຈະນຳໄປສູ່ການຕອບໂຕ້ຢ່າງຮ້າຍແຮງ. ນາງກ່າວວ່າ: “ຖ້າການຍັ່ວຍຸແບບນີ້ເກີດຂຶ້ນອີກ ເກົາຫຼີເໜືອຈະຕອບໂຕ້ຢ່າງສາສົມ ແລະບໍ່ສົນໃຈວ່າຜູ້ຢູ່ເບື້ອງຫຼັງແມ່ນ, ບຸກຄົນ ຫຼື ອົງການໃດກໍຕາມ.” ເກົາຫຼີເໜືອອ້າງຍິງໂດຣນສອດແນມຕົກ ເກົາຫຼີເໜືອອ້າງວ່າ ພວກເຂົາໄດ້ຍິງຕົກໂດຣນສອດແນມເມື່ອຕົ້ນເດືອນມັງກອນ ແລະໄດ້ເຜີຍຮູບຊາກໂດຣນທີ່ຕິດຕັ້ງອຸປະກອນຖ່າຍຮູບ ພ້ອມຂໍ້ມູນບັນທຶກເປົ້າໝາຍສຳຄັນ ລວມທັ້ງເຂດແດນ. ດ້ານລັດຖະບານເກົາຫຼີໃຕ້...

ເມືອງອະເບີດີນໄດ້ຮັບແສງແດດແລ້ວ ເປັນຄັ້ງທຳອິດໃນຮອບ 21 ວັນ

ໃນທີ່ສຸດ ເມືອງອະເບີດີນ ໃນສະກັອດແລນ ກໍໄດ້ເຫັນແສງແດດອີກຄັ້ງ ຫຼັງຈາກມີເມກໜາປົກຄຸມຕໍ່ເນື່ອງນານຮອບ 21 ວັນ ແລະ ໄດ້ທຳລາຍສະຖິຕິຊ່ວງເວລາບໍ່ເຫັນແສງແດດທີ່ຍາວນານທີ່ສຸດຂອງເມືອງນີ້. ຕາມລາຍງານຂ່າວຕ່າງປະເທດ ເມືອງອະເບີດີນໄດ້ຮັບແສງແດດເປັນຄັ້ງທຳອິດໃນຮອບ 21 ວັນ ໃນວັນພະຫັດທີ່ 12 ກຸມພາ 2569 ຫຼັງຈາກກ່ອນໜ້ານີ້ ມີເມກໜາປົກຄຸມຕະຫຼອດ ທຳໃຫ້ນີ້ເປັນຊ່ວງເວລາທີ່ບໍ່ມີແສງແດດຍາວນານທີ່ສຸດນັບແຕ່ປີ 2500 ທີ່ກົມອຸຕຸນິຍົມວິທະຍາເລີ່ມບັນທຶກຂໍ້ມູນ. ແສງແດດຄັ້ງສຸດທ້າຍທີ່ສ່ອງລົງມາທີ່ນີ້ ແມ່ນວັນທີ 21 ມັງກອນ...

ຂ່າວລ່າສຸດ