CATEGORY

ຂ່າວພາຍໃນ

ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ເຄື່ອນໄຫວເຮັດວຽກຢູ່ແຂວງບໍ່ແກ້ວ

ໃນວັນທີ 24 ມິຖຸນາ 2026 ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ພ້ອມຄະນະ ໄດ້ເຄື່ອນ ໄຫວຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກຢູ່ແຂວງບໍ່ແກ້ວ ໃຫ້ກຽດຕ້ອນຮັບ, ໂດຍມີ ສະຫາຍ ພົຈວ ແປ້ນຄຳ ບຸດຈັນແພງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະ...

ນະຄອນ-ຫຼວງພະບາງ ໄດ້ຮັບລົດຂົນສົ່ງຂີ້ເຫຍື້ອ 2 ຄັນ

ພິທີມອບ-ຮັບລົດເກັບມ້ຽນ ແລະ ຂົນສົ່ງຂີ້ເຫຍື້ອຈຳນວນ 2 ຄັນ ລະຫວ່າງໂຄງການປັບປຸງສິ່ງແວດ ລ້ອມຕົວເມືອງ ນະຄອນ-ຫຼວງພະບາງ (Urban Environment Improvement Investment Project ຫຼື UEIIP) ກັບຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງ ນະຄອນ-ຫຼວງພະບາງ ຈັດຂຶ້ນໃນວັນທີ 23 ມິຖຸນາຜ່ານມາ, ທີ່ພະແນກໂຍທາທິການ ແລະ...

ລັດຖະບານຍີ່ປຸ່ນ ສະໜອງທຶນການສຶກສາໃນການພັດທະນາຊັບພະນາກອນມະນຸດ ໃຫ້ແກ່ ສປປ ລາວ ມູນຄ່າປະມານ 52 ຕຶ້ກວ່າກີບ.

ວັນທີ 22 ມິຖຸນາ 2026 ທີ່ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນ ໂຄງການສະໜອງທຶນການສຶກສາໃນການພັດທະນາຊັບພະນາກອນມະນຸດ ຈາກລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ (The Project for Human Resource Development Scholarship) ມູນຄ່າ 378 ລ້ານ ເຢນ (ປະມານ 52...

2 ປີ ສາລະວັນ ມ້າງຄະດີຢາເສບຕິດໄດ້ 285 ເລື່ອງ

ທ່ານ ພົຈວ ສີເສີດ ສອນດາລາ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງສາລະວັນ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະ 2 ປີ (2024-2025) ຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄລຍະ 2 ປີຂອງແຂວງສາລະວັນ ໃນວັນທີ 23 ມິຖຸນານີ້, ທີ່ສະໂມສອນແຂວງ ວ່າ: ໃນໄລຍະ...

ປກສ ເມືອງຫົວເມືອງ ກັກຕົວຜູ້ຂາຍຢາເສບຕິດ 4 ຄົນ ພ້ອມຂອງກາງຢາບ້າ ແລະຢາຝິ່ນ.

ໃນລະຫວ່າງກາງເດືອນ ມີຖຸນາ 2026, ກອງບັນຊາການ ປກສ ເມືອງຫົວເມືອງ ແຂວງຫົວພັນ ໄດ້ກັກຕົວຜູ້ເຄື່ອນໄຫວຄ້າ - ຂາຍຢາເສບຕິດ 4 ຄົນຄື: 1. ທ້າວ ເຢວ່າງ ອາຍຸ 29 ປີ ປະຊາຊົນ, ພ້ອມຂອງກາງຢາເສບຕິດປະເພດຢາບ້າຈຳນວນ 9 ເມັດ, 2. ທ້າວ ຊີຢີຢ່າງ ອາຍຸ...

ສະຫວັນນະເຂດ ເລັ່ງແກ້ໄຂ-ປາບປາມການລັກລອບຂຸດຄົ້ນແຮ່ຄໍາ-ປ່າໄມ້ ຢູ່4 ເມືອງ

ຂປລ. ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ແຂວງສະຫວັນນະເຂດ ເລັ່ງແກ້ໄຂ-ປາບປາມການລັກລອບຂຸດຄົ້ນແຮ່ຄໍາ-ປ່າໄມ້ ຢູ່4 ເມືອງຄື: ເມືອງພີນ, ວິລະບູລີ, ເຊໂປນ ແລະ ເມືອງນອງ, ຊຶ່ງກັກຕົວຜູ້ຖືກຫາໄດ້ 21 ຄົນ ໃນນີ້, ສັນຊາດຫວຽດນາມ 11 ຄົນ, ສັນຊາດລາວ 7 ຄົນ, ສັນຊາດມຽນມາ...

ປກສ ແຂວງຄຳມ່ວນ ຈັບຕົວແກ້ງສະແກມເມີ ໄດ້ 65 ຄົນ ລວມ 4 ສັນຊາດ

ປກສ ແຂວງຄໍາມ່ວນ ລາຍງານວ່າ: ວັນທີ 20 ມິຖຸນາ 2026 ເວລາປະມານ 23:30 ນາທີ, ເຈົ້າໜ້າທີ່ພະແນກຕຳຫລວດເສດຖະກິດ, ຫ້ອງຕຳຫລວດ ປກສ ແຂວງຄຳມ່ວນ ໄດ້ສົມທົບກັບເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ເຂົ້າມ້າງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ ການສື່ສານ ຫລື ແກ້ງສະແກມເມີ ຢູ່ຮ້ານຄາຣາໂອເກະ ແຫ່ງໜຶ່ງ ຢູ່ບ້ານນາຄຳ, ເມືອງໜອງບົກ,...

ທາງລົດໄຟລາວ-ຈີນ ເປີດໃຫ້ບໍລິການຂົນສົ່ງພັດສະດຸດ້ວຍຕູ້ລົດໄຟຄວາມໄວທຳມະດາ

ວັນທີ 22 ມິຖຸນາ ນີ້, ຂະບວນລົດໄຟທຳມະດາຖ້ຽວ K12 ທີ່ໄດ້ເກາະຕູ້ລົດໄຟສະເພາະຂົນສົ່ງພັດສະດຸໃສ່ ໄດ້ຄ່ອຍໆແລ່ນອອກຈາກສະຖານີ ນະຄອນຫຼວງວຽງຈັນ. ພິທີເປີດໃຫ້ບໍລິການຂະບວນລົດໄຟດັ່ງກ່າວ ຖືເປັນຄັ້ງທຳອິດທີ່ທາງລົດໄຟລາວ-ຈີນ ໄດ້ນຳໃຊ້ຕູ້ລົດໄຟສະເພາະເພື່ອຂົນສົ່ງພັດສະດຸ ຊຶ່ງຈະຊ່ວຍເພີ່ມທະວີປະສິດທິພາບການໝູນວຽນການຂົນສົ່ງສິນຄ້າ ແລະ ຕອບສະໜອງຄວາມຕ້ອງການດ້ານການຂົນສົ່ງສິນຄ້າທີ່ນັບມື້ນັບຫຼາຍຂຶ້ນຂອງຕະຫຼາດ ໄດ້ຢ່າງມີປະສິດທິຜົນ. ອີງຕາມຂໍ້ມູນຈາກ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ໃຫ້ຮູ້ວ່າ: ເມື່ອກ່ອນການຂົນສົ່ງພັດສະດຸດ້ວຍລົດໄຟນັ້ນ ແມ່ນນຳໃຊ້ບ່ອນນັ່ງຫວ່າງຂອງລົດໄຟທຳມະດາຖ້ຽວ K12 ແລະ...

ເຈົ້າໜ້າທີ່ແຂວງຊຽງຂວາງ ຢຶດພາຫະນະ ແລະ ອຸປະກອນຂຸດຄົ້ນຄຳ ເຖື່ອນ ພ້ອມກັກຕົວແຮງໄດ້ 8 ຄົນ

ວັນທີ 20 ມິຖຸນາ 2026 ຄະນະສະເພາະກິດຂອງສູນກາງ ຮ່ວມກັບ ຄະນະສະເພາະກິດກອງບັນຊາການທະຫານ ແຂວງຊຽງຂວາງ ໄດ້ສົມທົບກັບກອງຮ້ອຍທະຫານຊາຍແດນ 222 ເຂົ້າກວດກາການດຳເນີນກິດຈະການຂອງ ບໍລິສັດ ຄຳດີ ຕັ້ງຢູ່ແຄມຫ້ວຍນ້ຳ ບ້ານສາມແຈ ເມືອງໝອກ ແຂວງຊຽງຂວາງ ເພື່ອຈັດຕັ້ງປະຕິບັດຕາມຄຳສັ່ງເລກທີ 06/ນຍ, ລົງວັນທີ 07 ພຶດສະພາ2025, ຄຳສັ່ງ ເລກທີ...

ພິທີເປີດ ຂະບວນການສົ່ງອອກ, ສົ່ງຜ່ານ ພືດ ຜະລິດຕະພັນພືດ ລະຫວ່າງ ສປປ ລາວ ແລະ ຣາຊາອານາຈັກກຳປູເຈຍ

ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນຍຸດທະສາດ ຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ແຜນວາລະແຫ່ງຊາດ ໃຫ້ສຳເລັດຜົນຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ ໂດຍສະເພາະ ແມ່ນການແກ້ໄຂບັນຫາທາງດ້ານເສດຖະກິດ ທີ່ຕິດພັນກັບຂະແໜງການກະສິກຳ ແລະ ສິ່ງແວດລ້ອມ. ສະນັ້ນ, ໃນຕອນບ່າຍວັນທີ 22 ມິຖຸນາ 2026 ທີ່ ທ່າບົກທ່ານາແລ້ງ, ນະຄອນຫຼວງວຽງຈັນ...

ຂ່າວລ່າສຸດ