ປກສ ແຂວງຄໍາມ່ວນ ລາຍງານວ່າ: ວັນທີ 20 ມິຖຸນາ 2026 ເວລາປະມານ 23:30 ນາທີ, ເຈົ້າໜ້າທີ່ພະແນກຕຳຫລວດເສດຖະກິດ, ຫ້ອງຕຳຫລວດ ປກສ ແຂວງຄຳມ່ວນ ໄດ້ສົມທົບກັບເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ເຂົ້າມ້າງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ ການສື່ສານ ຫລື ແກ້ງສະແກມເມີ ຢູ່ຮ້ານຄາຣາໂອເກະ ແຫ່ງໜຶ່ງ ຢູ່ບ້ານນາຄຳ, ເມືອງໜອງບົກ, ແຂວງຄຳມ່ວນ.

ຜ່ານການກວດຄົ້ນ ສາມາດຈັບຕົວເປົ້າໝາຍໄດ້ 65 ຄົນ ໃນນີ້:
– ສັນຊາດຈີນ 54 ຄົນ,
– ສັນຊາດມຽນມາ 7 ຄົນ, ຍິງ 3 ຄົນ,
– ສັນຊາດເອທິໂອເປຍ 3 ຄົນ
– ສັນຊາດຢູເຄຣນ 1 ຄົນ ເພດຍິງ.

ພ້ອມຢຶດເຄື່ອງຂອງກາງ ທີ່ນໍາໃຊ້ເຂົ້າໃນການກະທໍາຜິດ ປະກອບມີ: ອຸປະກອນເຕັກໂນໂລຊີ: ມີຄອມພິວເຕີ້ຕັ້ງໂຕະ 65 ໜ່ວຍ , ຄອມພິວເຕີ້ໂນດບຸກ 4 ໜ່ວຍ , ໂທລະສັບມືຖື 420 ໜ່ວຍ , ໂຕະ 26 ໜ່ວຍ ແລະ ຕັ່ງ 85 ໜ່ວຍ, ເງິນສົດສະກຸນຕ່າງໆ: ເງິນກີບ 20,873,000 ກີບ, ເງິນຢວນ 65,860 ຢວນ , ເງິນໂດລາ 725 ໂດລາ, ເງິນບາດ 10,100 ບາດ, ເງິນມຽນມາ 19,600 ຈາສ ແລະ ເງິນກຳປູເຈຍ 15,600 ປ່ຽວ. ພາຫະນະ ແລະ ອາວຸດ: ລົດກະບະ ໂຕໂຍຕ້າລີໂວ້ ສີປອນເງິນ 1 ຄັນ , ລົດຕູ້ 1 ຄັນ ແລະ ປືນສັ້ນ 1 ກະບອກ ພ້ອມລູກກະປືນ 5 ລູກ.

ປັດຈຸບັນ, ທາງເຈົ້າໜ້າທີ່ກ່ຽວຂ້ອງກຳລັງສືບຕໍ່ດຳເນີນການສືບສວນ-ສອບສວນ ຜູ້ຕ້ອງຫາທັງໝົດຢ່າງລະອຽດຈະແຈ້ງ, ພ້ອມທັງຂະຫຍາຍຜົນເກັບກຳຂໍ້ມູນ ເຈົ້າຂອງສະຖານທີ່ ທີ່ອຳນວຍຄວາມສະດວກໃຫ້ແກ່ກຸ່ມແກ້ງດັ່ງກ່າວ ເພື່ອນຳຕົວມາສືບສວນ-ສອບສວນ ແລະ ດຳເນີນຄະດີຕາມລະບຽບກົດໝາຍ.






