ໃນລະຫວ່າງກາງເດືອນ ມີຖຸນາ 2026, ກອງບັນຊາການ ປກສ ເມືອງຫົວເມືອງ ແຂວງຫົວພັນ ໄດ້ກັກຕົວຜູ້ເຄື່ອນໄຫວຄ້າ – ຂາຍຢາເສບຕິດ 4 ຄົນຄື:
1. ທ້າວ ເຢວ່າງ ອາຍຸ 29 ປີ ປະຊາຊົນ, ພ້ອມຂອງກາງຢາເສບຕິດປະເພດຢາບ້າຈຳນວນ 9 ເມັດ,

2. ທ້າວ ຊີຢີຢ່າງ ອາຍຸ 47 ປີ ປະຊາຊົນ, ພ້ອມດ້ວຍຂອງກາງຢາເສບຕິດປະເພດຢາບ້າຈຳນວນ 2.180 ເມັດ ແລະ ຢາຝິ່ນ 3 ຫໍ່ນ້ອຍ ທັງສອງແມ່ນຢູ່ບ້ານຫ້ວຍຫູ້, ເມືອງຫົວເມືອງ, ແຂວງຫົວພັນ.

3. ນາງ ສົມສັກ (ວາດ) ອາຍຸ 55 ປີ, ປະຊາຊົນ, ບ້ານປ່າ, ເມືອງຫົວເມືອງ, ແຂວງຫົວພັນ ພ້ອມຂອງກາງຢາເສບຕິດປະເພດຢາບ້າຈຳນວນ 672 ເມັດ.

4. ທ້າວ ຍົງຕົວ ອາຍຸ 46 ປີ ປະຊາຊົນ, ບ້ານອຸໄທ ເມືອງຫົວເມືອງ ແຂວງຫົວພັນ,ພ້ອມຂອງກາງຢາເສບຕິດປະເພດຢາບ້າຈຳນວນ 124 ເມັດ.

ຜ່ານການສອບສວນ ພວກກ່ຽວໄດ້ຮັບສາລະພາບວ່າ: ຢາເສບຕິດຈໍານວນດັ່ງກ່າວແມ່ນຂອງພວກກ່ຽວແທ້, ດັ່ງນັ້ນເຈົ້າໜ້າທີ່ ປກສ ເມືອງຫົວເມືອງຈື່ງໄດ້ສົ່ງຕົວພວກກ່ຽວໃຫ້ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຫົວພັນ ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.
ພາບ-ຂ່າວ ປກສ ເມືອງຫົວເມືອງ





