CATEGORY

ຂ່າວພາຍໃນ

ສະຫລຸບວຽກງານ ຫສນຍ, ຫ້ອງການກະຊວງ-ອົງການ ທຽບເທົ່າ ແລະ ຫ້ອງວ່າການທ້ອງຖິ່ນ

ກອງປະຊຸມສະຫລຸບວຽກງານ ໄລຍະ 5 ປີ (2021- 2025) ແລະ ທິດທາງແຜນການ 5 ປີ (2026-2030) ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ), ຫ້ອງການກະຊວງ-ອົງການທຽບເທົ່າ ແລະ ຫ້ອງວ່າການທ້ອງຖິ່ນ ໄຂຂຶ້ນໃນວັນທີ 22 ມິຖຸນາ 2026 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະ ທານຂອງ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມຊຸກຍູ້ ໂຄງການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ 2E ແລະ2W ທີ່ແຂວງອຸດົມໄຊ

ວັນທີ 21 ມິຖຸນາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະໄດ້ລົງຕິດຕາມ ແລະ ຊຸກຍູ້ໂຄງການກໍ່ສ້າງ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດ 2E (ແຕ່ເມືອງໄຊ ແຂວງ ອຸດົມໄຊ ຫາ ເມືອງຂວາ ແຂວງຜົ້ງສາລີ ມີລວງຍາວທັງໝົດ...

ຊົມເຊີຍເອື້ອຍອ້າຍມໍ7 ມອບເສື້ອໃຫ້ນ້ອງໆເຂດຫ່າງໄກສອກຫຼີກ ໂດຍສະເພາະ ມສ ເທດສະບານແຂວງ, ມສ ເມືອງໄຊ, ມສ ເມືອງຮຸນ ແລະ ມສ ເມືອງນາໝໍ້.

ໃນລະຫວ່າງວັນທີ 17-19 ມິຖຸນາ 2026 ທີ່ຜ່ານມາ, ເຊິ່ງເປັນໄລຍະການດຳເນີນບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ສົກຮຽນ 2025-2026. ໂດຍປະຕິບັດຕາມທິດຊີ້ນຳ ແລະ ຂໍ້ຫ້າມຂອງກະຊວງສຶກສາທິການ ແລະ ກິລາ ວາງອອກຢ່າງເຂັ້ມງວດ, ຄະນະຊີ້ນຳ ແລະ ຕິດຕາມລະດັບສູງຂອງແຂວງອຸດົມໄຊ ແລະ ຂັ້ນສູນກາງ ໄດ້ລົງຕິດຕາມ ແລະ ຊີ້ນຳການຈັດຕັ້ງປະຕິບັດຕົວຈິງ ຢູ່ບັນດາໂຮງຮຽນມັດທະຍົມສົມບູນ...

ປກສ ແຂວງຊຽງຂວາງ ຈັບຕົວເປົ້າໝາຍແກ້ງສະແກມເມີ 17 ຄົນ

ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງຊຽງຂວາງ ໄດ້ຈັດຕັ້ງປະຕິບັດມາດຕະການສະກັດກັ້ນ ແລະ ຕ້ານອາດຊະຍາກໍາທາງເທັກໂນໂລຢີ ໂດຍສາມາດເຂົ້າແກ້ໄຂ ແລະ ຈັບຕົວກຸ່ມແກ້ງທີ່ເຄື່ອນໄຫວສໍ້ໂກງຊັບທາງໂທລະຄົມ ແລະ ການສື່ສານ ( ແກ້ງສະແກມເມີ ) ຢູ່ທິ່ ບ້ານໂງຍ ເມືອງແປກ ແຂວງຊຽງຂວາງ ໃນວັນ 17 ມິຖຸນາ 2026 ຈຳນວນ 17...

ເຈົ້າໜ້າ ປກສ ເມືອງໄຊທານີ ມ້າງຄະດີຂົນສົ່ງຢາເສບຕິດ ປະເພດຢາບ້າ 10.478.000 ເມັດ, ຢາເຮໂຣອິນ 6,5 ກິໂລກຣາມ ແລະ ຢາໄອສ໌ 1.235 ກິໂລກຣາມ

+ໃນເວລາ 2:00 ໂມງ ຂອງວັນທີ 6 ມີຖຸນາ 2026, ເຈົ້າໜ້າທີ່ ປກສ ສະຖານີແກ້ໄຂສຸກເສີນ ສະພັງເມິກ (1191) ກອງບັນຊາການ ປກສ ເມືອງໄຊທານີ ໄດ້ເຄືື່ອນໄຫວຕິດຕາມເປົ້າໝາຍຂົນສົ່ງຢາເສບຕິດ, ຕົກມາຮອດເວລາ 5:00 ໂມງ ພົບເຫັນລົດໃຫຍ່ທີ່ມີທ່າທາງພິລຸດ 2 ຄັນຄື: ລົດໃຫຍ່ປະເພດລົດຈິບ ຍີ່ຫໍ້...

ເຈົ້າໜ້າທີ່ ກວດຄົ້ນບໍລິສັດພອນປະເສີດ ຣີສອດຈໍາກັດ ພົບອຸປະກອນຫລິ້ນພະນັນຜິດກົດໝາຍຫລາຍປະເພດ ແລະ ກັກຕົວນັກພະນັນ 161 ຄົນ

ໂຄສະນາອົບຮົມ ເມືອງເຊໂປນ ແຂວງສະຫວັນນະເຂດ ລາຍງານວ່າ: ວັນທີ 19 ມິຖຸນາ 2026 ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງເຊໂປນ ໄດ້ລົງສົມທົບຂອງເຈົ້າໜ້າທີ່ ປກສ ແຂວງສະຫວັນນະເຂດ, ເຈົ້າໜ້າທີ່ທະຫານແຂວງ, ທະຫານຊາຍແດນ 320, ປກສ ກຸ່ມບ້ານແດນສະຫວັນ ແລະ ອໍານາດການປົກຄອງບ້ານຫ້ວຍສານເຂົ້າຮ່ວມກວດຄົ້ນສະຖານທີ່ບໍລິສັດພອນປະເສີດ ຣີສອດຈໍາກັດ ຕັ້ງຢູ່ບ້ານຫ້ວຍສານ ເມືອງເຊໂປນ...

ເລີ່ມຖ່າຍທຳວິດີໂອພັດທະນາຄູຕອນໃໝ່ ເນັ້ນການຊ່ວຍເຫຼືອນັກຮຽນພິການໃຫ້ເຂົ້າເຖິງການສຶກສາຢ່າງເທົ່າທຽມ

ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ໄດ້ເລີ່ມຕົ້ນການຜະລິດວິດີໂອສຳລັບການພັດທະນາຄູ ຕອນທີ 29 (TDV 29) ໃນລະຫວ່າງວັນທີ 8-12 ມິຖຸນາ 2026 ນີ້. ເຊິ່ງວິດີໂອຕອນໃໝ່ນີ້ ຈະເປັນສື່ການຮຽນ-ການສອນເສີມ ໃຫ້ແກ່ຊຸດອຸປະກອນຊ່ວຍເຫຼືອຄູ...

ນາຍົກລັດຖະມົນຕີ ສໍາເລັດການເດີນທາງຢ້ຽມຢາມ ສະຫະພັນ ຣັດເຊຍ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ມີຄາອິນ ມີຊູສະຕິນ ນາຍົກລັດຖະ ມົນຕີ ແຫ່ງ ສະຫະພັນ ຣັດເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງຢ້ຽມຢາມ ສະຫະພັນ ຣັດເຊຍ ໃນວັນທີ...

ກວາດລ້າງກຸ່ມແກ້ງສະແກມເມີ ຢູ່ເມືອງທຸລະຄົມ

ໃນວັນທີ 15 ມິຖຸນາ 2026, ເຈົ້າໜ້າທີ່ວິຊາສະເພາະ ກອງບັນຊາການ ປກສ ແຂວງວຽງຈັນ ສົມທົບກັບເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງທຸລະຄົມ ເຂົ້້າກວດກາເປົ້າໝາຍຄົນຕ່າງປະເທດ ທີ່ເຂົ້າມາເຊົ່າຫ້ອງແຖວຂອງປະຊາຊົນ ເພື່ອເປັນບ່ອນເຄື່ອນໄຫວກໍ່ອາຊະຍາກຳທາງໂທລະຄົມ ແລະ ການສື່ສານ ( ສະແກມເມີ ) ຢູ່ເຂດບ້ານໂພນງາມນາຝ້າຍ ເມືອງທຸລະຄົມ ແຂວງວຽງຈັນ ພົບເຫັນເປົ້າໝາຍກຸ້ມແກ້ງສະແກມເມີ ທັງຄົນຕ່າງປະເທດ...

ເຈົ້າໜ້າທີ່ທຳລາຍປາມຶກແຊ່ ສານຟໍມາລີນ 620 ກິໂລກຣາມ

ເມື່ອມໍ່ໆມານີ້, ເຈົ້າໜ້າທີ່ພະແນກຕໍາຫຼວດສິ່ງແວດລ້ອມ ຮ່ວມກັບ ເຈົ້າໜ້າທີ່ຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ທຳລາຍປາມຶກມີສານຕົກຄ້າງ ແລະ ປົນເປື້ອນ 620 ກິໂລກຣາມ. ພັນໂທ ຈັນສະໝຸດ ຈັນທະລັງສອນ ຮອງຫົວໜ້າພະແນກຕຳຫຼວດສິ່ງແວດລ້ອມ ປກສ ນະຄອນຫຼວງວຽງຈັນ ລາຍງານວ່າ: ປາມຶກທີ່ນຳມາທຳລາຍຄັ້ງນີ້ ແມ່ນຢຶດໄດ້ຢູ່ບ້ານໂພນໄຮຄໍາ ເມືອງໄຊທານີ...

ຂ່າວລ່າສຸດ