ໃນລະຫວ່າງວັນທີ 17-19 ມິຖຸນາ 2026 ທີ່ຜ່ານມາ, ເຊິ່ງເປັນໄລຍະການດຳເນີນບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ສົກຮຽນ 2025-2026. ໂດຍປະຕິບັດຕາມທິດຊີ້ນຳ ແລະ ຂໍ້ຫ້າມຂອງກະຊວງສຶກສາທິການ ແລະ ກິລາ ວາງອອກຢ່າງເຂັ້ມງວດ, ຄະນະຊີ້ນຳ ແລະ ຕິດຕາມລະດັບສູງຂອງແຂວງອຸດົມໄຊ ແລະ ຂັ້ນສູນກາງ ໄດ້ລົງຕິດຕາມ ແລະ ຊີ້ນຳການຈັດຕັ້ງປະຕິບັດຕົວຈິງ ຢູ່ບັນດາໂຮງຮຽນມັດທະຍົມສົມບູນ (ມສ) ພາຍໃນແຂວງດັ່ງກ່າວຢ່າງໃກ້ຊິດ.

ໃນການລົງເຄື່ອນໄຫວຕິດຕາມການສອບເສັງໃນຄັ້ງນີ້, ຄະນະຊີ້ນຳໄດ້ເດີນທາງໄປຕິດຕາມ ແລະ ຊີ້ນຳວຽກງານຢູ່ຫຼາຍຈຸດສຳຄັນ ເຊັ່ນ: ມສ ເທດສະບານແຂວງອຸດົມໄຊ, ມສ ເມືອງໄຊ, ມສ ເມືອງຮຸນ ແລະ ມສ ເມືອງນາໝໍ້ ໂດຍມີຈຸດປະສົງຫຼັກໃນການຊຸກຍູ້ ແລະ ຕິດຕາມບັ້ນການສອບເສັງຈົບຊັ້ນ ມ.7 ໃຫ້ດຳເນີນໄປດ້ວຍດີ, ເນັ້ນໜັກໃຫ້ນັກຮຽນຫ້າມຂີດຂຽນ ຫຼື ເຊັນໃສ່ເສື້ອຂາວ ພາຍຫຼັງສຳເລັດການສອບເສັງ, ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ, ຮັກສາຮີດຄອງປະເພນີອັນດີງາມ ແລະ ຄຸນຄ່າຂອງຊຸດນັກຮຽນລາວ.

ໂຮງຮຽນແຫ່ງຕ່າງໆ ໄດ້ຮ່ວມກັນຈັດກິດຈະກຳຮັບບໍລິຈາກ ເສື້ອຂາວ ແລະ ສິ້ນນັກຮຽນ ທີ່ຍັງມີສະພາບດີ ຈາກນັກຮຽນທີ່ເສັງຈົບຊັ້ນ ເພື່ອນຳໄປມອບຕໍ່ ແລະ ແຈກຢາຍໃຫ້ແກ່ນ້ອງໆ ນັກຮຽນຜູ້ທີ່ຍັງຂາດເຂີນ ແລະ ມີເງື່ອນໄຂທຸກຍາກຢູ່ໃນເຂດຫ່າງໄກສອກຫຼີກ.
ຜ່ານການຕິດຕາມຕົວຈິງ, ໄດ້ສະແດງຄວາມຊົມເຊີຍຕໍ່ຜູ້ບໍລິຫານໂຮງຮຽນ, ພະນັກງານ, ຄູ-ອາຈານ ແລະ ບັນດານ້ອງນັກຮຽນໂຮງຮຽນມັດທະຍົມສົມບູນ ພາຍໃນແຂວງອຸດົມໄຊ ໂດຍສະເພາະແມ່ນ ມສ ເທດສະບານແຂວງ, ມສ ເມືອງໄຊ, ມສ ເມືອງຮຸນ ແລະ ມສ ເມືອງນາໝໍ້ ທີ່ສາມາດເຮັດໄດ້ດີ ແລະ ຈັດຕັ້ງປະຕິບັດໄດ້ຢ່າງເປັນຮູບປະທຳ.
ພິເສດ, ນ້ອງນັກຮຽນຈຳນວນຫຼາຍໄດ້ໃຫ້ຄວາມຮ່ວມມືເປັນຢ່າງດີ ໂດຍການນຳເອົາຊຸດນັກຮຽນມາຮ່ວມບໍລິຈາກດ້ວຍໃບໜ້າຍິ້ມແຍ້ມແຈ່ມໃສ ເພື່ອສົ່ງຕໍ່ໂອກາດທາງການສຶກສາໃຫ້ແກ່ໝູ່ເພື່ອນ ແລະ ນ້ອງໆ ຜູ້ທຸກຍາກ.
——-
ຂ່າວສຶກສາ, ວິທະຍາສາດ ແລະ ກິລາ





