ສະຫຼຸບຜົນການແຂ່ງຂັນ ທັບນາຄາ W.I.G NAGA ສູ້ໄດ້ອັນດັບທີ 8 ຈາກ 16 ທີມ

Must read

ຜົນການແຂ່ງຂັນ ບານເຕະລະດັບເຍົາວະຊົນໂລກ ໃນລາຍການ TAR U11 PROMISES 2026 ທີ່ປະເທດສະເປນ ແຕ່ວັນທີ 2-3 ພຶດສະພາ 2026. ຜ່ານມາທັບນາຄາ W.I.G NAGA ສູ້ໄດ້ອັນດັບທີ 8 ຈາກ 16 ທີມ.

W.I.G NAGA ຕົວແທນ 1 ດຽວຈາກ ສປປ ລາວ, ຢູ່ໃນກຸ່ມ A ເປັນສາຍແຂງ ລວມມີ 𝗪.𝗜.𝗚 𝗡𝗔𝗚𝗔, Soccer IQ Denver ຈາກສະຫະລັດອາເມລິກາ, BS Talent Academyf ຈາກໂປແລນ, U.D. Taradell ຈາກສະເປນ ແລະ FC Barcelona ແຊັ້ມເກົ່າ 4 ສະໄໝ ຈາກປະເທດສະເປນເຈົ້າພາບ.

ຜົນການແຂ່ງຂັນໃນຮອບແບ່ງກຸ່ມ W.I.G NAGA ລົງແຂ່ງ 4 ນັດ, ຊະນະ 3 ນັດ, ສະເໝີ 1 ນັັດຄື: ຊະນະ Soccer IQ Denver ຈາກປະເທດສະຫະລັດອາເມລິກ 3-1ປະຕູ; ຊະນະ BS Talent Academy ຈາກປະເທດໂປແລນ 9-0 ປະຕູ; ຊະນະ U.D.Taradell ຈາກສະເປນ 14-0ປະຕູ ແລະ ນັດສຸດທ້າຍ ສະເໝີ FC Barcelona ແຊ໋ມເກົ່າຈາກ ສະເປນ ເຈົ້າພາບ 1ປະຕູຕໍ່1. ເຮັດໃຫ້ W.I.G NAGA ແລະ FC Barcelona ມີ 10 ຄະແນນເທົ່າກັນ ແຕ່ FC Barcelona ມີປະຕູໄດ້ຫຼາຍກວ່າ W.I.G NAGA 2ປະຕູ (ລວມ27ປະຕູ) ເປັນທີ 1 ໃນສາຍ ສ່ວນ W.I.G NAGA ເປັນທີ 2 ໃນສາຍ(ລວມ 25).

ໃນຮອບ 16 ທີມ 𝗪.𝗜.𝗚 𝗡𝗔𝗚𝗔 ພົບກັບ ທີມ Toulouse FC ຈາກປະເທດຝຣັ່ງ ສາມາດເອົາຊະນະໄດ້ 1:01 ແລະ ເຂົ້າໃນຮອບ 8 ທີມ ໂດຍພົບ REAL BETIS ຈາກປະເທດສະເປນ.

ຜົນການແຂ່ງຂັນ ເສຍປະຕູ 0:2 ເຮັດໃຫ້ຜົນການແຂ່ງຂັນຂອງນ້ອງໆສູ້ໄດ້ສຸດໃນຮອບ 8 ທີມ ແລະ ຖືກຈັດອັນດັບທີ 8 ຂອງລາຍການແຂ່ງຂັນ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article