ໂຄສົກກະຊວງການຕ່າງປະເທດຂອງອີຣານເຜີຍວ່າ ສະຫະລັດອາເມລິກາໄດ້ຕອບຮັບຂໍ້ສະເໜີຫຼ້າສຸດຂອງພວກເຂົາຜ່ານທາງປາກີສຖານແລ້ວ ແລະ ຂະນະນີ້ເຕຫະຣານກຳລັງຢູ່ໃນລະຫວ່າງການພິຈາລະນາຄຳຕອບດັ່ງກ່າວ
ໃນວັນທີ 3 ພຶດສະພາ 2026 ທ່ານ ອິສມາອິລ ບາກາອີ ໂຄສົກກະຊວງການຕ່າງປະເທດຂອງອີຣານ ໄດ້ກ່າວວ່າ ສະຫະລັດອາເມລິກາໄດ້ສົ່ງຄຳຕອບຕໍ່ຂໍ້ສະເໜີຫຼ້າສຸດຂອງອີຣານຜ່ານປາກີສຖານ ເຊິ່ງທຳໜ້າທີ່ເປັນຕົວກາງ ແລະ ປັດຈຸບັນລັດຖະບານຂອງພວກເຂົາກຳລັງຢູ່ໃນລະຫວ່າງການທົບທວນຄຳຕອບຂອງວໍຊິງຕັນ
ໃນການສຳພາດຖ່າຍທອດສົດຜ່ານສະຖານີໂທລະທັດຂອງລັດ ໃນວັນອາທິດທີ່ຜ່ານມາ ທ່ານ ບາກາອີ ໄດ້ລະບຸວ່າ “ຂໍ້ສະເໜີ 14 ຂໍ້” ຂອງອີຣານນັ້ນ ບໍ່ໄດ້ລວມເຖິງປະເດັນດ້ານນິວເຄລຍ ແລະ “ໃນຂັ້ນຕອນນີ້ ເປົ້າໝາຍຫຼັກຂອງພວກເຮົາແມ່ນການຢຸດຕິສົງຄາມໃນພາກພື້ນ ລວມທັງໃນເລບານອນດ້ວຍ”
ນອກຈາກນີ້ ທ່ານ ບາກາອີ ຍັງໄດ້ກ່າວອີກວ່າ “ຂໍ້ກ່າວອ້າງກ່ຽວກັບການກວາດລ້າງລູກລະເບີດໃຕ້ນ້ຳໃນຊ່ອງແຄບຮໍໂມສໂດຍສະຫະລັດນັ້ນ ໂດຍພື້ນຖານແລ້ວບໍ່ໄດ້ເປັນສ່ວນໜຶ່ງໃນແຜນການຂອງພວກເຮົາ”
ຄວາມເຄື່ອນໄຫວຫຼ້າສຸດເກີດຂຶ້ນຫຼັງຈາກທີ່ ໂດນັລ ທຣຳ ໄດ້ໂພສຂໍ້ຄວາມຜ່ານ Truth Social ວ່າ ເຂົາອາດຈະບໍ່ຍອມຮັບຂໍ້ສະເໜີຂອງອີຣານ ເນື່ອງຈາກລາວມອງວ່າ ອີຣານຍັງຊົດໃຊ້ບໍ່ພຽງພໍ
“ຂ້ອຍຈະກວດສອບແຜນການທີ່ອີຣານຫາກໍ່ສົ່ງມາໃຫ້ພວກເຮົາໃນໄວໆນີ້ ແຕ່ຂ້ອຍນຶກບໍ່ອອກເລີຍວ່າມັນຈະເປັນທີ່ຍອມຮັບໄດ້ແນວໃດ ໃນເມື່ອພວກເຂົາຍັງບໍ່ໄດ້ຊົດໃຊ້ໃນລາຄາທີ່ສູງພຽງພໍກັບສິ່ງທີ່ພວກເຂົາໄດ້ກໍ່ຂຶ້ນຕໍ່ມະນຸດຊາດ ແລະ ໂລກໃບນີ້ ຕະຫຼອດໄລຍະເວລາ 47 ປີທີ່ຜ່ານມາ” ຂໍ້ຄວາມຂອງທ່ານ ທຣຳ ລະບຸ
ທີ່ມາ: cnn





