ສໍານັກຂ່າວອາມາຣິນຂອງໄທລາຍງານ ວັນທີ 3 ພຶດສະພາ 2026 ວ່າ: ເວລາປະມານ 18:00 ໂມງ ເຈົ້າໜ້າທີ່ທະຫານພານໄທ ໜ່ວຍສະເພາະກິດ 2108 ສາມາດສະກັດກັ້ນການລັກລອບຂົນສົ່ງຢາເສບຕິດຂ້າມຊາດລັອດໃຫຍ່ ຢູ່ບໍລິເວນແຄມແມ່ນ້ຳຂອງ ເຂດບ້ານພູສະວາດ ຕຳບົນໜອງເດີນ ອຳເພີບຸ່ງຄ້າ ຈັງຫວັດບຶງການ ປະເທດໄທ.

ໃນປະຕິບັດການຄັ້ງນີ້, ເຈົ້າໜ້າທີ່ກວດພົບເຮືອກາບລຳໜຶ່ງແລ່ນຂ້າມມາຈາກຝັ່ງ ສປປ ລາວ ເຂົ້າມາຈອດຢູ່ຝັ່ງໄທ. ໃນຂະນະທີ່ກຸ່ມຄົນດັ່ງກ່າວ ກຳລັງລຳລຽງເປົາຕ້ອງສົງໄສຂຶ້ນຝັ່ງ, ເຈົ້າໜ້າທີ່ຈຶ່ງໄດ້ສະແດງຕົວເຂົ້າກວດສອບ ເຮັດໃຫ້ກຸ່ມດັ່ງກ່າວຟ້າວແລ່ນຫລົບໜີໄປໄດ້. ແຕ່ເຈົ້າໜ້າທີ່ສາມາດໄລ່ນໍາ ແລະ ກັກຕົວຜູ້ຕ້ອງຫາໄດ້ 1 ຄົນ ຄື: ທ້າວ ຕ້ອມ ສະແສງບົງ ອາຍຸ 24 ປີ ສັນຊາດ ລາວ.

ຈາກການກວດສອບບໍລິເວນຈຸດເກີດເຫດ, ເຈົ້າໜ້າທີ່ພົບຂອງກາງເປັນຢາເສບຕິດໃຫ້ໂທດປະເພດ 1 (ຢາໄອສ໌) ຈຳນວນ 8 ເປົາ, ນ້ຳໜັກລວມທັງໝົດ 249 ກິໂລກຣາມ ທີ່ຊຸກເຊື່ອງໄວ້.

ເບື້ອງຕົ້ນ, ເຈົ້າໜ້າທີ່ໄດ້ນຳຕົວຜູ້ຕ້ອງຫາພ້ອມຂອງກາງໄປສອບສວນຢ່າງລະອຽດ. ສັນນິຖານວ່າ ຢາເສບຕິດຈຳນວນມະຫາສານນີ້ ເປັນຂອງເຄືອຂ່າຍຄ້າຢາເສບຕິດຂ້າມຊາດ ທີ່ອາໄສເວລາກາງຄືນ ແລະ ເສັ້ນທາງທຳມະຊາດຕາມແມ່ນ້ຳຂອງ ເພື່ອລັກລອບນຳຢາເສບຕິດເຂົ້າໄປກະຈາຍພາຍໃນຂອງປະເທດ.

ປັດຈຸບັນ, ຜູ້ຕ້ອງຫາໄດ້ຖືກສົ່ງມອບໃຫ້ພະນັກງານສອບສວນ ສພ. ບຸ່ງຄ້າ ເພື່ອດຳເນີນຄະດີຕາມກົດໝາຍຕໍ່ໄປ.






