ພະແນກອຸດສາຫະກຳ ແລະ ການຄ້າແຂວງເຊກອງ ອອກແຈ້ງການດ່ວນ ຄະນະກຳມະການປົກຄອງເມືອງລະມາມ ແລະ ປະຊາຊົນ 2 ບ້ານ ຄື: ບ້ານລະວີລໍາພັນ ແລະ ບ້ານລະວີຝັ່ງແດງ ທີ່ຢູ່ກ້ອງເຂື່ອນໄຟຟ້າຫ້ວຍລໍາພັນຕອນລຸ່ມຊາບວ່າໃນຊ່ວງວັນທີ 18-21/08/2026 ຄາດວ່າຈະມີຝົນຕົກຄ່ອຍ ຫາ ຕົກໜັກ ເຮັດໃຫ້ມີນໍ້າໄຫຼເຂົ້າອ່າງ ສະເລ່ຍ 100 m³/s -120 m³/s ເຊິ່ງ ເຮັດໃຫ້ລະດັບນໍ້າໃນອ່າງເພີ່ມຂຶ້ນ ແລະ ຄາດວ່າຈະເຕັມອ່າງໃນວັນທີ 20/8/2026.
ສະນັ້ນ, ບໍລິສັດ ຫ້ວຍລໍາພັນພາວເວີ້ ຈຳກັດ ຈະໄດ້ປ່ອຍນໍ້າຜ່ານທາງ Spillway ຂອງເຂື່ອນໄຟຟ້າຫ້ວຍລໍາ ພັນຕອນລຸ່ມລາຍລະອຽດດັ່ງນີ້:
ໃນຊ່ວງວັນທີ 20-22/8/2026 ແມ່ນອາດຈະໄດ້ປ່ອຍນໍ້າຜ່ານທາງປະຕູລະບາຍນໍ້າລົ້ນ Spillway ໃນກໍລະນີນໍ້າເຕັມອ່າງລົງສູ່ຄອງເດີມປະມານ 50-110 m³/s ຫຼືຫຼາຍກວ່ານັ້ນຕາມປະລິມານຂອງນໍ້າໄຫຼເຂົ້າ ອ່າງຕົວຈິ່ງໃນແຕ່ລະຊ້ວງເວລາ, ເພື່ອຮັກສານໍ້າໃນອ່າງບໍ່ໃຫ້ເກີນລະດັບນໍ້າເຕືອນໄພ.
ຖ້າຫາກໃນວັນທີ 20-22/08/2026 ລະດັບນໍ້າບໍ່ເຕັມອ່າງ EL: 189.00 masl ແມ່ນຈະໄດ້ເລື່ອນເວລາການປ່ອຍນໍ້າຜ່ານທາງປະຕູລະບາຍນໍ້າອອກໄປ, ແຈ້ງໃຫ້ອໍານາດການປົກຄອງບ້ານຕະຫຼອດຮອດພໍ່ແມ່ປະຊາຊົນໃນ 2 ບ້ານທີ່ຢູ່ກ້ອງເຂື່ອນຈົງມີສະຕິລະວັງ ທາງດ້ານການດໍາລົງຊີວິດ ແລະ ຊັບສິນທີ່ມີຄ່າ ແລະ ໃຫ້ຕິດຕາມລະດັບນໍ້າສາຍຫ້ວຍລໍາພັນຢ່າງໄກ້ສິດ, ທາງ ບໍລິສັດ ຫ້ວຍລໍາພັນພາວເວີ້ ຈຳກັດ ຈະໄດ້ປະຕິບັດຕາມຂັ້ນຕອນໃນການບໍລິຫານຈັດການນໍ້າຕາມຄູ່ມືການອອກແບບເພື່ອໃຫ້ ມີຄວາມປອດໄພ ຕໍ່ການດໍາລົງຊີວິດຂອງພໍ່ແມ່ປະຊາຊົນທີ່ຢູ່ກ້ອງເຂື່ອນ.
ດັ່ງນັ້ນ, ພະແນກອຸດສາຫະກຳ ແລະ ການຄ້າແຂວງເຊກອງ ຈຶ່ງໄດ້ອອກແຈ້ງການມາຍັງຄະນະກຳມະການ ປົກຄອງເມືອງລະມາມ, ອໍານາດການປົກຄອງບ້ານຕະຫຼອດຮອດພໍ່ແມ່ປະຊາຊົນໃນ 2 ບ້ານ ເພື່ອຊາບ.






