ຈຳປາສັກ: ເມືອງປາກເຊ ເພີ່ມການເຝົ້າລະວັງຢ່າງໃກ້ຊິດ ຫຼັງຈາກລະດັບນ້ຳເຊໂດນຢູ່ຈຸດຂົວປາກເຊ ໄດ້ເພີ່ມສູງຂຶ້ນຢ່າງໄວວາ ໃນວັນທີ 20 ສິງຫາ 2026 ນີ້. ສົ່ງຜົນໃຫ້ປະຊາຊົນທີ່ອາໄສຢູ່ລຽບຕາມແຄມຝັ່ງສາຍນ້ຳເຊໂດນ ແລະ ເຂດຕ່ຳ ເລີ່ມໄດ້ຮັບຜົນກະທົບ.

ສະພາບການຫຼ້າສຸດ:
- ລະດັບນ້ຳເພີ່ມສູງ: ນ້ຳເຊໂດນຍັງມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ຈາກຝົນຕົກຕິດຕໍ່ກັນໃນໄລຍະຜ່ານມາ.
- ເຂດພື້ນຕ່ຳຖືກຖ້ວມ: ປັດຈຸບັນ ເລີ່ມມີນ້ຳຍື້ງເຂົ້າຖ້ວມບາງຈຸດທີ່ເປັນເຂດພື້ນຕ່ຳ ໂດຍສະເພາະຢູ່ບໍລິເວນ ສົບເຊ ນະຄອນປາກເຊ.
- ແຈ້ງເຕືອນດ່ວນ: ເຈົ້າໜ້າທີ່ໄດ້ປະກາດເຕືອນໃຫ້ປະຊາຊົນທີ່ຢູ່ລຽບແຄມຝັ່ງນ້ຳເຊ ເຝົ້າລະວັງ ແລະ ຕຽມພ້ອມຮັບມືກັບສະພາບນ້ຳຖ້ວມຊູ.
ໃຫ້ຕິດຕາມການແຈ້ງເຕືອນລະດັບນ້ຳຈາກກຳລັງປະຈຳການ ແລະ ເຈົ້າໜ້າທີ່ທ້ອງຖິ່ນຢ່າງຕໍ່ເນື່ອງຕະຫຼອດ 24 ຊົ່ວໂມງ.


ພາບ: ໜັງສືພິມຈໍາປາໃໝ່





