ເກີດເຫດຍິງກັນໃນໂຮງຮຽນມັດທະຍົມລັດຈໍເຈຍຂອງສະຫະລັດຯ, ນັກຮຽນຊັ້ນ ມ.3 ຖືກຍິງໄດ້ຮັບບາດເຈັບ ຫຼັງມີປາກສຽງກັບໝູ່ໃນຫ້ອງນ້ຳ ກ່ອນນັກຮຽນຊາຍໄວ 14 ປີ ເຊິ່ງເປັນໝູ່ຮ່ວມຊັ້ນ ກໍ່ເຫດຍິງ ແລະ ຫຼົບໜີ ແຕ່ຖືກຕຳຫຼວດຈັບກຸມໄດ້ພາຍໃນເວລາປະມານ 1 ຊົ່ວໂມງ.
ເກີດເຫດຍິງກັນພາຍໃນໂຮງຮຽນ ທີ່ໂຮງຮຽນມັດທະຍົມ ວໍເນີ ໂຣບິນສ໌ (Warner Robins High School) ໃນເມືອງ ວໍເນີ ໂຣບິນສ໌ ລັດຈໍເຈຍ ສະຫະລັດຯ ເມື່ອຊ່ວງບ່າຍວັນພຸດທີ 12 ສິງຫາ ຕາມເວລາທ້ອງຖິ່ນ ສົ່ງຜົນໃຫ້ນັກຮຽນຊາຍຊັ້ນເກຣດ 9 ຫຼື ທຽບເທົ່າຊັ້ນມັດທະຍົມສຶກສາປີທີ 3 ຖືກຍິງໄດ້ຮັບບາດເຈັບ 1 ຄົນ ຂະນະທີ່ຜູ້ຕ້ອງສົງໄສເປັນນັກຮຽນຊາຍໄວ 14 ປີ ຖືກຕຳຫຼວດຄວບຄຸມໂຕໄດ້ແລ້ວ.

ແມັດຕ໌ ມອນຕັນ (Matt Moulton) ນາຍອຳເພີຮິວສຕັນເຄານ໌ຕີ (Houston County) ເປີດເຜີຍວ່າ ເຫດເກີດເມື່ອເວລາປະມານ 14:15 ໂມງ ພາຍໃນຫ້ອງນ້ຳຂອງໂຮງຮຽນ ໂດຍຂະນະນັ້ນມີກຸ່ມນັກຮຽນຢູ່ພາຍໃນ ແລະ ມີນັກຮຽນ 2 ຄົນເກີດການໂຕ້ຖຽງກັນ ກ່ອນບານປາຍເປັນການຜິດທ່ຽງຜິດກັນ.
ຈາກນັ້ນ ໜຶ່ງໃນນັກຮຽນໄດ້ຊັກປືນອອກມາ ແລະ ຍິງໝູ່ຮ່ວມຊັ້ນ ກ່ອນຫຼົບໜີອອກຈາກໂຮງຮຽນໄປທາງຕີນ.
ເຈົ້າໜ້າທີ່ຕຳຫຼວດປະຈຳໂຮງຮຽນເຂົ້າເຖິງໂຕນັກຮຽນທີ່ຖືກຍິງພາຍໃນເວລາບໍ່ເທົ່າໃດວິນາທີ ພ້ອມໃຊ້ສາຍລັດຫ້າມເລືອດຊ່ວຍເຫຼືອບາດກ້າວທຳອິດ ກ່ອນນຳໂຕສົ່ງໂຮງໝໍ ໂດຍຕຳຫຼວດລະບຸວ່າອາການບາດເຈັບ ບໍ່ເປັນອັນຕະລາຍເຖິງຊີວິດ.
ຕຳຫຼວດກວດສອບພາບຈາກກ້ອງວົງຈອນປິດ ແລະ ຕິດຕາມເສັ້ນທາງຫຼົບໜີ ຈົນສາມາດຈັບກຸມຜູ້ຕ້ອງສົງໄສໄດ້ເມື່ອເວລາປະມານ 15:20 ໂມງ ຫຼື ປະມານ 1 ຊົ່ວໂມງຫຼັງເກີດເຫດ ໃນຍ່ານ ຮັນຕິງຕັນ ຮິລສ໌ (Huntington Hills) ເຊິ່ງຢູ່ຝັ່ງກົງກັນຂ້າມໂຮງຮຽນ ແລະ ຫ່າງອອກໄປບໍ່ເຖິງ 800 ແມັດ.

ຕຳຫຼວດລະບຸວ່າ ຜູ້ຕ້ອງສົງໄສເປັນນັກຮຽນຊາຍໄວ 14 ປີ ຊັ້ນເກຣດ 9 ຫຼື ທຽບເທົ່າ ມ.3 ຂອງໂຮງຮຽນດຽວກັນ ສ່ວນຜູ້ບາດເຈັບກໍເປັນນັກຮຽນຊັ້ນດຽວກັນ.
ເຫດຍິງກັນໃນໂຮງຮຽນໃນສະຫະລັດຯ ຄັ້ງນີ້ເກີດຂຶ້ນພຽງປະມານ 1 ສັບປະດາຫຼັງເປີດພາກຮຽນໃໝ່ ແລະ ເຮັດໃຫ້ມີເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍຈຳນວນຫຼາຍເຂົ້າຄວບຄຸມພື້ນທີ່.
ດ້ານ ຣິຊາດ ໂຣເຈີສ໌ (Richard Rogers) ຜູ້ອຳນວຍການໂຮງຮຽນໃນຮິວສຕັນເຄານ໌ຕີ ປະກາດປິດໂຮງຮຽນ ວໍເນີ ໂຣບິນສ໌ ສຳລັບນັກຮຽນໃນວັນພະຫັດ ແລະ ວັນສຸກ ສ່ວນບຸກຄະລາກອນຈະພັກໃນວັນພະຫັດ ພ້ອມຈັດທີມໃຫ້ຄຳປຶກສາດ້ານວິກິດເພື່ອຊ່ວຍເຫຼືອນັກຮຽນ ແລະ ບຸກຄະລາກອນທີ່ໄດ້ຮັບຜົນກະທົບຈາກເຫດການ ໂດຍເຈົ້າໜ້າທີ່ຕຳຫຼວດຍັງຢູ່ລະຫວ່າງສືບສວນເພື່ອຫາສາເຫດ ແລະ ແຮງຈູງໃຈທີ່ແນ່ຊັດຂອງເຫດການຄັ້ງນີ້.
ຂ່າວຈາກ: AP





