ປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍ ເດີນທາງຢ້ຽມຢາມໝູ່ເກາະຄູຣິລ (Kuril Islands) ເປັນຄັ້ງທຳອິດຢ່າງເປັນທາງການ ໂດຍໄປຍັງເກາະອິຕູຣຸປ (Iturup) ໜຶ່ງໃນ 4 ເກາະທີ່ຍີ່ປຸ່ນອ້າງສິດ ແລະ ເອີ້ນວ່າ “ດິນແດນທາງເໜືອ” ສົ່ງຜົນໃຫ້ລັດຖະບານຍີ່ປຸ່ນອອກມາປະທ້ວງຢ່າງຮຸນແຮງ ລະບຸເປັນດິນແດນຂອງຍີ່ປຸ່ນໂດຍຊອບທຳ ທ່າມກາງຂໍ້ພິພາດເລື່ອງກຳມະສິດເໜືອໝູ່ເກາະທີ່ຍືດເຍື້ອມານານຫຼາຍທົດສະວັດ.
ປະທານາທິບໍດີ ວະລາດິເມຍ ປູຕິນ ຜູ້ນຳຣັດເຊຍ ເດີນທາງຢ້ຽມຢາມໝູ່ເກາະຄູຣິລ ທາງຕາເວັນອອກໄກຂອງຣັດເຊຍເປັນຄັ້ງທຳອິດໃນມື້ນີ້ (13 ສິງຫາ) ໂດຍການຢ້ຽມຢາມຄັ້ງນີ້ສ້າງຄວາມບໍ່ພໍໃຈຢ່າງຫຼາຍໃຫ້ແກ່ຍີ່ປຸ່ນ ເຊິ່ງອ້າງກຳມະສິດເໜືອໝູ່ເກາະດັ່ງກ່າວເຊັ່ນກັນ.
ສື່ທາງການຣັດເຊຍລາຍງານວ່າ ປູຕິນເດີນທາງໄປຍັງ ເກາະອິຕູຣຸປ ຫຼື ທີ່ຍີ່ປຸ່ນເອີ້ນວ່າ “ເອໂຕໂຣຟຸ” (Etorofu) ໜຶ່ງໃນ 4 ເກາະທາງຕອນໃຕ້ຂອງໝູ່ເກາະຄູຣິລທີ່ເປັນພື້ນທີ່ພິພາດລະຫວ່າງສອງປະເທດ ໂດຍລະຫວ່າງການຢ້ຽມຢາມ ຜູ້ນຳຣັດເຊຍໄດ້ຢ້ຽມຊົມໂຮງງານແປຮູບປາ, ຊີມໄຂ່ປາ ແລະ ລູກລົມກັບປະຊາຊົນໃນພື້ນທີ່.
ດ້ານກະຊວງການຕ່າງປະເທດຍີ່ປຸ່ນອອກຖະແຫຼງການປະທ້ວງຢ່າງຮຸນແຮງ ໂດຍທ່ານ ໂທຊິມິຕສຶ ໂມເຕກິ (Toshimitsu Motegi) ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ລະບຸວ່າ ໝູ່ເກາະທີ່ຍີ່ປຸ່ນເອີ້ນວ່າ “ດິນແດນທາງເໜືອ” ເປັນດິນແດນຂອງຍີ່ປຸ່ນໂດຍຊອບທຳ ທັງໃນແງ່ປະຫວັດສາດ ແລະ ຕາມກົດໝາຍລະຫວ່າງປະເທດ ພ້ອມຢ້ຳວ່າລັດຖະບານຍີ່ປຸ່ນຂໍປະທ້ວງຢ່າງຮຸນແຮງຕໍ່ການເດີນທາງຢ້ຽມຢາມຂອງປູຕິນ.
ຂໍ້ພິພາດເໜືອໝູ່ເກາະຄູຣິລເປັນບັນຫາສຳຄັນທີ່ເຮັດໃຫ້ຄວາມສຳພັນລະຫວ່າງຣັດເຊຍກັບຍີ່ປຸ່ນຕຶງເຄຣຽດມານານ ແລະ ເປັນໜຶ່ງໃນເຫດຜົນຫຼັກທີ່ທັງສອງປະເທດຍັງບໍ່ສາມາດລົງນາມສົນທິສັນຍາສັນຕິພາບເພື່ອຍຸຕິພາວະສົງຄາມຢ່າງເປັນທາງການ ຫຼັງສົງຄາມໂລກຄັ້ງທີ 2 ສິ້ນສຸດລົງ.
ໝູ່ເກາະຄູຣິລທອດໂຕເປັນແນວຍາວລະຫວ່າງຄາບສະໝຸດຄຳຊັດກາ (Kamchatka) ຂອງຣັດເຊຍກັບເກາະຮອກໄກໂດ (Hokkaido) ທາງຕອນເໜືອຂອງຍີ່ປຸ່ນ ໂດຍ 4 ເກາະທີ່ເປັນຂໍ້ພິພາດ ໄດ້ແກ່ ຄຸນາຊີຣ (Kunashir), ຮາໂບໄມ (Habomai), ຊິໂຄຕັນ (Shikotan) ແລະ ອິຕູຣຸປ ເຊິ່ງຣັດເຊຍເປັນຝ່າຍບໍລິຫານພື້ນທີ່ ຂະນະທີ່ຍີ່ປຸ່ນເອີ້ນຮວມວ່າ “ດິນແດນທາງເໜືອ”.
ອະດີດສະຫະພາບໂຊວຽດເຂົ້າຢຶດໝູ່ເກາະດັ່ງກ່າວໃນຊ່ວງສຸດທ້າຍຂອງສົງຄາມໂລກຄັ້ງທີ 2 ຫຼັງປະກາດສົງຄາມກັບຍີ່ປຸ່ນເມື່ອວັນທີ 8 ສິງຫາ 1945 ແລະ ຕໍ່ມາຂັບໄລ່ຊາວຍີ່ປຸ່ນລາວ 17,000 ຄົນອອກຈາກພື້ນທີ່. ປັດຈຸບັນມີຊາວຣັດເຊຍປະມານ 20,000 ຄົນອາໄສຢູ່ເທິງເກາະເຫຼົ່ານີ້ ທ່າມກາງສະພາບອາກາດທີ່ຮຸນແຮງ ຂະນະທີ່ພື້ນທີ່ມີທັງແຫຼ່ງແຮ່ ເຊັ່ນ ທອງຄຳ ແລະ ເງິນ ລວມເຖິງແຫຼ່ງປະມົງທີ່ອຸດົມສົມບູນ.
ໝູ່ເກາະຄູຣິລຍັງມີຄວາມສຳຄັນທາງຍຸດທະສາດຕໍ່ຣັດເຊຍ ໂດຍສະເພາະດ້ານການທະຫານ ເນື່ອງຈາກເປັນຈຸດຕັ້ງຖານທາງອາກາດ ແລະ ຖານທັບເຮືອ ແລະ ສາມາດຄວບຄຸມເສັ້ນທາງເດີນເຮືອໃນມະຫາສະໝຸດປາຊີຟິກໄດ້ ໂດຍເກາະອິຕູຣຸປຖືກໃຊ້ເປັນຖານທັບອາກາດສຳຄັນຂອງຣັດເຊຍໃນພູມິພາກ.
ກ່ອນໜ້ານີ້ ເມື່ອເດືອນທີ່ແລ້ວ ເຮືອຮົບຂອງຈີນ ແລະ ຣັດເຊຍໄດ້ແລ່ນຜ່ານຊ່ອງແຄບໃນໝູ່ເກາະຄູຣິລລະຫວ່າງການລາດຕາເວັນຮ່ວມກັນ ຂະນະທີ່ຣັດເຊຍເຄີຍຈັດການຊ້ອມຮົບໃກ້ໝູ່ເກາະແຫ່ງນີ້ເມື່ອປີທີ່ຜ່ານມາ ເຊິ່ງເຮັດໃຫ້ຍີ່ປຸ່ນອອກມາປະນາມເຊັ່ນກັນ.
ການຢ້ຽມຢາມຄັ້ງນີ້ເກີດຂຶ້ນຫຼັງປູຕິນເດີນທາງໄປຍັງເກາະຊາຮາລິນ (Sakhalin) ເຊິ່ງຢູ່ໃກ້ຄຽງ ແລະ ກອງທັບເຮືອຣັດເຊຍກຳລັງຈັດການຊ້ອມຮົບໃນພື້ນທີ່ ໂດຍປູຕິນຍັງເປັນປະທານການປະຊຸມວ່າດ້ວຍການເສີມສ້າງຄວາມໝັ້ນຄົງຕາມແນວຊາຍແດນດ້ານຕາເວັນອອກຂອງຣັດເຊຍ.
ປູຕິນບໍ່ແມ່ນຜູ້ນຳຣັດເຊຍຄົນທຳອິດທີ່ເດີນທາງຢ້ຽມຢາມພື້ນທີ່ພິພາດ ໂດຍໃນປີ 2010 ທ່ານ ດະມິຕຣີ ເມດເວເດຟ (Dmitry Medvedev) ເຊິ່ງຂະນະນັ້ນດຳລົງຕຳແໜ່ງປະທານາທິບໍດີຣັດເຊຍ ເປັນຜູ້ນຳຣັດເຊຍຄົນທຳອິດທີ່ເດີນທາງຢ້ຽມຢາມໝູ່ເກາະດັ່ງກ່າວ ແລະ ຕໍ່ມາໄດ້ເດີນທາງໄປຢ້ຽມຢາມອີກຫຼາຍຄັ້ງໃນຊ່ວງທີ່ດຳລົງຕຳແໜ່ງນາຍົກລັດຖະມົນຕີ.
ແມ້ຣັດເຊຍ ແລະ ຍີ່ປຸ່ນເຄີຍເປີດການເຈລະຈາເພື່ອແກ້ໄຂຂໍ້ພິພາດຫຼາຍຄັ້ງ ລວມເຖິງໃນປີ 1956 ຫຼັງທັງສອງປະເທດຟື້ນຟູຄວາມສຳພັນທາງການທູດ ແຕ່ຈົນເຖິງປັດຈຸບັນຍັງບໍ່ມີຂໍ້ຕົກລົງຂັ້ນສຸດທ້າຍກ່ຽວກັບສະຖານະຂອງໝູ່ເກາະທັງ 4 ແຫ່ງ.
ຄວາມສຳພັນລະຫວ່າງຣັດເຊຍກັບຍີ່ປຸ່ນຍິ່ງເສື່ອມຖອຍລົງຫຼັງຣັດເຊຍເປີດສາກຮຸກຮານຢູເຄຣນເຕັມຮູບແບບໃນປີ 2022 ຂະນະທີ່ໃນຊ່ວງດຽວກັນ ມົດສະກູ (Moscow) ກັບກະຊັບຄວາມສຳພັນກັບຈີນ ແລະ ເກົາຫຼີເໜືອຫຼາຍຂຶ້ນ ເຮັດໃຫ້ຂໍ້ພິພາດເລື່ອງໝູ່ເກາະຄູຣິລມີຄວາມອ່ອນໄຫວທາງຍຸດທະສາດ ແລະ ການເມືອງເພີ່ມຂຶ້ນອີກຄັ້ງ.
ທີ່ມາ: BBC





