ໃນວັນທີ 23 ມີຖຸນາ 2026, ເຈົ້າໜ້າທີ່ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີວ່າ: ມີຂະບວນການນາຍໜ້າຄົນລາວ ແລະ ຕ່າງປະເທດມາຕິດຕໍ່, ຊອກຫາ, ຂົນຂວາຍ ແລະ ຊັກຊວນເອົາຍິງສາວລາວ ໄປແຕ່ງດອງກັບຄົນຕ່າງປະເທດແບບບໍ່ຖືກຕ້ອງ ຢູ່ທີ່ບ້ານ ຢູ້ເປັຍ, ເມືອງ ຄຳ, ແຂວງ ຊຽງຂວາງ ແລະ ບ້ານ ໜອງເຂັງ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ ໂດຍວາງເງິນຄ່າດອງຈຳນວນ 170,000,000 – 210,000,000 ກີບ.
ຈາກນັ້ນ ເຈົ້າໜ້າທີ່ຈຶ່ງໄດ້ເກັບກໍາຂໍ້ມູນ ແລະ ເອກະສານ, ລົງຕິດຕາມ, ພິສູດຕາມຫຼັກການວິຊາສະເພາະ, ຈຶ່ງສາມາດຮູ້ໄດ້ວ່າ ພວກນາຍໜ້າໄດ້ມາເຊົ່າເຮືອນຢູ່ ບ້ານນາລ້ອມ, ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ໂດຍເອົາສະຖານທີ່ເຮືອນເຊົ່າດັ່ງກ່າວເປັນບ່ອນເບິ່ງຕົວຜູ້ຍິງ ແລະ ຜູ້ຊາຍ, ມາຮອດວັນທີ 22 ກໍລະກົດ 2026 ເຈົ້າໜ້າທີ່ກົມຕາໍຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸຸດໄດ້ລົງສົມທົບກັບອໍານາດການປົກຄອງບ້ານເຂົ້າກວດຄົ້ນ ຈຶ່ງສາມາດກັກຕົວເປົ້າໝາຍຈໍານວນ 04 ຄົນ, ຍິງ 02 ຄົນ, ຄົນຕ່າງປະເທດ 01 ຄົນ ມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ ແລະ ປັດຈຸບັນຍັງສືບຕໍ່ຂະຫຍາຍຜົນຊອກຫາກຸ່ມແກ້ງຂະບວນການທີ່ເອົາຕົວຫຼົບໜີ ເພື່ອນຳຕົວມາດຳເນີນຄະດີເຊັ່ນດຽວກັນ.
ຕໍ່ກັບບັນຫາດັ່ງກ່າວ, ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົົົົມໃຫຍ່ຕໍາຫຼວດ ກະຊວງປ້ອກັນຄວາມສະຫງົບ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນບັນດາເຜົ່າ, ບຸກຄົນໃດຫາກມີພຶດຕິກຳເປັນນາຍໜ້າ ແມ່ນໃຫ້ຢຸດເຊົາ ແລະ ຈົ່ງຊ່ວຍກັນມີສະຕິລະວັງຕົວປ້ອງກັນຕົນເອງ ແລະ ຄອບຄົວບໍ່ໃຫ້ຖືກຕົວະຍົວະຫຼອກລວງ, ບັງຄັບ, ຜູກມັດດ້ວຍໜີ້ສິນ ເຊິ່ງເປັນເລ່ລ່ຽມ ແລະ ວິທີການຂອງຂະບວນການຄ້າມະນຸດ ທີ່ມາຊັກຊວນໃຫ້ລູກຫຼານຂອງທ່ານໄປແຕ່ງດອງກັບຄົນຕ່າງປະເທດ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ. ໃນເມື່ອທ່ານພົບເຫັນ ຫຼື ສົງໄສເຫດການດັ່ງກ່າວໃຫ້ແຈ້ງຂໍ້ມູນມາຫາເຈົ້າໜ້າທີ່ບ່ອນທີ່ໃກ້ທີ່ສຸດ ຫຼື ແຈ້ງທາງເບີສາຍດ່ວນກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ 1300 ແລະ ເບີວັອດແອັບ 020 22881300.
ຂ່າວ: ຮທ ນ. ໂຕ່ນີ້ ຫຼ້າມີໄຊ
ກັກຕົວຂະບວນການນາຍໜ້າ ຄ້າມະນຸດ





