ສະຫລຸບວຽກງານ ຫສນຍ, ຫ້ອງການກະຊວງ-ອົງການ ທຽບເທົ່າ ແລະ ຫ້ອງວ່າການທ້ອງຖິ່ນ

Must read

ກອງປະຊຸມສະຫລຸບວຽກງານ ໄລຍະ 5 ປີ (2021- 2025) ແລະ ທິດທາງແຜນການ 5 ປີ (2026-2030) ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ), ຫ້ອງການກະຊວງ-ອົງການທຽບເທົ່າ ແລະ ຫ້ອງວ່າການທ້ອງຖິ່ນ ໄຂຂຶ້ນໃນວັນທີ 22 ມິຖຸນາ 2026 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະ ທານຂອງ ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ ຫົວໜ້າ ຫສນຍ, ມີທ່ານຮອງລັດຖະມົນຕີ, ຮອງຫົວໜ້າອົງການທຽບເທົ່າຂັ້ນສູນກາງ, ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຮອງປະທານສູນກາງແນວລາວສ້າງຊາດ, ຕາງ ໜ້າບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ອົງການກວດສອບແຫ່ງລັດ, ປະທານ-ຮອງປະທານຄະນະກຳມະ ການປົກຄອງນະຄອນຫລວງວຽງຈັນ ແລະ ບັນດາແຂວງ, ຫົວໜ້າຫ້ອງວ່າການ-ຫົວໜ້າຫ້ອງການ ກະຊວງ-ອົງການທຽບເທົ່າ, ນະຄອນຫລວງວຽງຈັນ ແລະ ບັນດາແຂວງ ໃນທົ່ວປະເທດ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນ ຫສນຍ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ມີຄວາມໝາຍສຳຄັນເປັນຢ່າງຍິ່ງ ເພາະວ່າ ຈະໄດ້ຮ່ວມກັນຕີລາຄາຢ່າງຮອບດ້ານ ຕໍ່ຜົນສຳ ເລັດ, ຂໍ້ຄົງຄ້າງ,ບົດຮຽນທີ່ຖອດຖອນໄດ້ ຈາກການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຫ້ອງວ່າການ ໃນໄລຍະ 5 ປີ ( 2021-2025 ) ໂດຍສະເພາະ ການຈັດຕັ້ງປະຕິບັດພາລະບົດບາດ-ໜ້າທີ່ ເປັນເສນາທິການ, ເປັນໃຈກາງປະສານງານ,ເປັນຜູ້ບໍລິການຮັບໃຊ້ໃຫ້ແກ່ລັດຖະບານ, ຄະນະນຳຂອງບັນດາກະຊວງ-ອົງການທຽບເທົ່າ, ການນຳຂອງນະ ຄອນຫລວງວຽງຈັນ ແລະ ບັນດາແຂວງ ເພື່ອສືບຕໍ່ຍົກຄຸນນະພາບຂອງວຽກງານໃຫ້ນັບມື້ສູງຂຶ້ນ.

ພ້ອມກັນນັ້ນ, ກອງປະຊຸມຍັງ ຈະໄດ້ຮັບຟັງການເຜີຍ ແຜ່ບັນດານິຕິກໍາ ທີ່ຕິດພັນກັບລັດຖະບານ ຊຸດທີ X ແລະ ບົດປະກອບຄໍາເຫັນຈາກບັນດາຂະແໜງການ ຈໍານວນໜຶ່ງ ເປັນຕົ້ນ: ເຜີຍ ແຜ່ຂໍ້ຕົກລົງ ວ່າດ້ວຍລະບຽບ ແລະ ກົນໄກການເຮັດວຽກຂອງລັດຖະບານ ຊຸດທີ X ສະບັບເລກທີ 29/ນຍ,ລົງວັນ ທີ 20 ເມສາ 2026, ຂໍ້ຕົກລົງ ວ່າດ້ວຍການແບ່ງວຽກ ລະ ຫວ່າງ ນາຍົກລັດຖະມົນຕີ ແລະ ຮອງນາຍົກລັດຖະມົນຕີ ສະບັບເລກທີ 28/ນຍ, ລົງວັນທີ 20 ເມສາ 2026,ຂໍ້ຕົກລົງແບ່ງຄວາມຮັບຜິດຊອບໃຫ້ກະຊວງ – ອົງການລັດທຽບເທົ່າກະຊວງ ລົງຊ່ວຍວຽກນະຄອນ ຫລວງວຽງຈັນ ແລະ ບັນດາແຂວງທົ່ວປະເທດ ສະບັບເລກທີ 27/ນຍ, ລົງວັນທີ 20 ເມສາ 2026; ຮ່າງແບບຟອມໂຄງຮ່າງລະບຽບການ ແລະ ກົນໄກການເຮັດວຽກ ຂອງບັນດາຂະແໜງການ/ຄະ ນະກຳມະ ການປົກຄອງນະຄອນຫລວງວຽງຈັນ ແລະ ແຂວງ;ຮ່າງແບບຟອມໂຄງຮ່າງບົດລາຍງານສະພາບພົ້ນເດັ່ນ ປະຈໍາເດືອນ ຂອງບັນ ດາຂະແໜງການ ແລະທ້ອງ ຖິ່ນ; ວຽກງານປະສານງານ ເພື່ອກະກຽມໃຫ້ແກ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ແລະ ກອງປະຊຸມກົມການເມືອງສູນກາງພັກ ຮ່ວມກັບ ຄະນະເລຂາທິການສູນກາງພັກ; ວຽກງານປະ ສານງານ ເພື່ອກະກຽມໃຫ້ແກ່ກອງປະຊຸມສະພາແຫ່ງ ຊາດ, ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ແລະ ກອງ ປະຊຸມຮ່ວມ ລະຫວ່າງ ຄະນະປະຈຳສະພາແຫ່ງຊາດ ກັບຄະນະລັດຖະບານ; ການເປັນເສນາທິການ ແລະ ປະສານງານ ໃນການກະກຽມໃຫ້ແກ່ການນໍາຂັ້ນສູງຂອງລາວ ໄປເຄື່ອນໄຫວວຽກງານຢູ່ຕ່າງປະ ເທດ ແລະ ການຕ້ອນຮັບການນຳຂັ້ນສູງຕ່າງປະເທດ; ການເປັນເສນາທິການ ແລະ ປະສານງານ ໃນການສ້າງແຜນພັດທະນາເສດຖະກິດ-ສັງ ຄົມ ແລະ ແຜນການລົງທຶນຂອງລັດ; ການປະສານງານ ໃນການແກ້ໄຂບັນຫາເຄັ່ງຮ້ອນທີ່ເກີດ ຂຶ້ນ ພາຍໃນແຂວງ; ການເປັນເສນາທິການ ແລະ ປະສານງານ ໃນວຽກງານກໍ່ສ້າງຮາກຖານການເມືອງ; ການເປັນເສນາທິການ ແລະ ປະສານວຽກງານ ໃນການປະຕິບັດດໍາລັດ 414/ລບ ກ່ຽວ ກັບນະໂຍບາຍພັດທະນາວຽກງານພັດ ທະນາເສດຖະກິດ- ສັງຄົມຂອງແຂວງ; ການເປັນເສນາທິ ການ ແລະ ປະສານວຽກງານ ໃນການແກ້ໄຂຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ;ການເປັນເສນາທິການ ແລະ ປະສານວຽກ ງານ ໃນການຈໍລະຈອນ ແລະ ແກ້ໄຂເອກະສານພາຍໃນແຂວງ ແລະ ວຽກງານພິທີການ ແລະ ການບໍລິການຮັບ ແຂກ ໃນເວລາການນໍາຂັ້ນສູງ ລົງຢ້ຽມຢາມແຂວງ.

ນອກນັ້ນ, ກອງປະຊຸມ ຍັງຈະໄດ້ຮັບຟັງການນຳສະເໜີບົດຮຽນ, ປະສົບການ ແລະ ຄວາມຊຳນານ ໃນການຈັດຕັ້ງປະຕິບັດວຽກງານຫ້ອງວ່າການ ຈາກອາດີດການນຳຂັ້ນສູງ. ກອງປະຊຸມຄັ້ງນີ້, ຈະໄດ້ດຳເນີນເປັນເວລາ 1 ວັນເຄິ່ງ.

ພິເສດ,ໃນຕອນທ້າຍຂອງການດໍາເນີນກອງປະຊຸມຄັ້ງນີ້ ຈະໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເພື່ອເປັນເຂັມຊີ້ທິດເຍືອງທາງ ໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຫ້ອງວ່າການ ໂດຍສະເພາະ ການເປັນເສນາທິການ, ເປັນໃຈກາງປະສານງານ ແລະ ບໍລິການຮັບໃຊ້ການນຳ ມີປະສິດທິພາບ ແລະ ປະສິດທິຜົນສູງ.

ໃນໂອກາດກ່າວໄຂກອງປະຊຸມ,ທ່ານປະທານກອງປະ ຊຸມ ໄດ້ຮຽກຮ້ອງມາຍັງບັນດາທ່ານ ທີ່ເຂົ້າຮ່ວມກອງປະ ຊຸມ ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນ ຢ່າງເລິກເຊິ່ງ,ແທດກັບສະພາບຄວາມເປັນຈິງ ຂອງແຕ່ລະບັນຫາ ດ້ວຍການສະເໜີທັດສະນະ ຢ່າງກົງໄປກົງມາ, ກະ ທັດຮັດ ແລະ ມີຈຸດສຸມ.

ຂ່າວ: ກົມປະຊາສຳພັນ ຫສນຍ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article