ຕຳຫຼວດໄດ້ຈັບກຸມຜູ້ກໍ່ເຫດໄວ້ໄດ້ທັງໝົດ ຫຼັງເກີດເຫດການຍິງທີ່ສ້າງຄວາມຕົກໃຈໃນໂຮງຮຽນມັດທະຍົມແຫ່ງໜຶ່ງໃນຟິລິບປິນ ໂດຍຜູ້ກໍ່ເຫດແມ່ນນັກຮຽນຊາຍ 2 ຄົນ ສົ່ງຜົນໃຫ້ເພື່ອນນັກຮຽນເສຍຊີວິດ 3 ຄົນ ແລະ ບາດເຈັບ 7 ຄົນ
ເຫດການເກີດຂຶ້ນໃນຊ່ວງສາຍວັນຈັນ ທີ່ໂຮງຮຽນມັດທະຍົມແຫ່ງຊາດຊານໂຮເຊ ໃນເມືອງຕາໂກລບັນ ໂດຍຜູ້ຕ້ອງສົງໄສທັງ 2 ຄົນ ມີອາຍຸ 14 ປີ ແລະ 15 ປີ
ຜູ້ກໍ່ເຫດຄົນໜຶ່ງຖືກຈັບກຸມໄດ້ພາຍໃນໂຮງຮຽນ ສ່ວນອີກຄົນໜຶ່ງໄດ້ຫຼົບໜີໄປຊ່ອນຕົວຢູ່ໃນບ້ານໃກ້ເຄີຍ ແຕ່ຕໍ່ມາຖືກຕຳຫຼວດຕາມຈັບໄດ້ ຫຼັງຊາວບ້ານແຈ້ງເບາະແສ
ພົນຈັດຕະວາ ເຈສັນ ຄາໂປຍ ຜູ້ບັງຄັບການຕຳຫຼວດພາກເຜີຍວ່າ ຜູ້ກໍ່ເຫດ ແລະ ຜູ້ເສຍຊີວິດທັງໝົດແມ່ນນັກຮຽນຂອງໂຮງຮຽນດຽວກັນ ໂດຍໂຮງຮຽນນີ້ມີນັກຮຽນຫຼາຍກວ່າ 1,500 ຄົນ
ເບື້ອງຕົ້ນ ເຈ້າໜ້າທີ່ກຳລັງສອບສວນສາເຫດຂອງການຍິງໃນຄັ້ງນີ້ ໂດຍຜູ້ຕ້ອງສົງໄສທັງ 2 ຄົນ ຊຶ່ງເປັນເພື່ອນສິດກັນ ໃຫ້ການເບື້ອງຕົ້ນວ່າ ພວກເຂົາຖືກກະທຳການກັ່ນແກ້ງ ຫຼື ຖືກບູລລີ້ ແຕ່ຕຳຫຼວດຍັງບໍ່ເປີດເຜີຍລາຍລະອຽດເພີ່ມ
ຕຳຫຼວດລະບຸວ່າ ທັງ 2 ຄົນບໍ່ມີປະຫວັດການກະທຳຄວາມຜິດມາກ່ອນ ໂດຍຜູ້ກໍ່ເຫດຄົນໜຶ່ງໃຊ້ປືນພົກ 9 ມມ ທີ່ໄດ້ມາຈາກປ້າຂອງຕົນ ຊຶ່ງເປັນຕຳຫຼວດ ແລະກຳລັງຖືກສອບສວນ ສ່ວນອີກຄົນໃຊ້ປືນລູກໂມ້ຂະໜາດ .38
ເຈ້າໜ້າທີ່ກ່າວວ່າ ຜູ້ກໍ່ເຫດສາມາດນຳອາວຸດເຂົ້າໂຮງຮຽນໄດ້ ເນື່ອງຈາກຈຸດເຂົ້າ-ອອກຫຼາຍຈຸດມີພະນັກງານຮັກສາຄວາມປອດໄພພຽງຄົນດຽວ
ຜູ້ກໍ່ເຫດໄດ້ບຸກເຂົ້າໄປໃນຫ້ອງຮຽນ 2 ຫ້ອງ ຫຼັງຈາກຍິງໃນຫ້ອງທຳອິດ ເຮັດໃຫ້ນັກຮຽນແຕກຕື່ນແລະວິ່ງຫນີ ກ່ອນທີ່ຈະໄລ່ຕາມຍິງໄປຍັງອີກຫ້ອງໜຶ່ງ
ຜູ້ເສຍຊີວິດ ແລະ ຜູ້ບາດເຈັບ ສ່ວນໃຫຍ່ແມ່ນນັກຮຽນຍິງ ໂດຍຕຳຫຼວດເກັບປອກກະສຸນໄດ້ຢ່າງນ້ອຍ 40 ປອກຈາກຈຸດເກີດເຫດ
ຄລິບວິດີໂອໃນໂລກອອນລາຍສະແດງໃຫ້ເຫັນນັກຮຽນຫຼາຍຄົນຫຼົບຢູ່ໃຕ້ໂຕະໃນຫ້ອງຮຽນ ພ້ອມສຽງຮ້ອງໄຫ້ ແລະ ສຽງປືນດັງຈາກພາຍນອກ ບາງຄົນໂທຫາແມ່ເພື່ອຂໍຊ່ວຍເຫຼືອ
ແມ່ນແມ່ນວ່າ ຟິລິບປິນມີບັນຫາອາວຸດປືນຜິດກົດໝາຍແຜ່ຫຼາຍ ເຮັດໃຫ້ອາຊະຍາກຳກ່ຽວກັບປືນເກີດຂຶ້ນເລື້ອຍໆ ແຕ່ເຫດການຍິງໃນໂຮງຮຽນຍັງຖືວ່າເກີດຂຶ້ນບໍ່ບໍ່ຫຼາຍ
ກ່ອນໜ້ານີ້ ໃນປີ 2022 ເຄີຍມີເຫດຊາຍຕິດອາວຸດບຸກຍິງໃນມະຫາວິທະຍາໄລໃນເຂດມະນິລາ ກ່ອນພິທີຮັບປະລິນຍາ ເຮັດໃຫ້ອະດີດນາຍົກເທດສະບານ ແລະ ອີກ 2 ຄົນເສຍຊີວິດ ໂດຍເກີດຈາກຄວາມຂັດແຍ້ງສ່ວນຕົວ ແລະຜູ້ກໍ່ເຫດຖືກຈັບໄດ້ໃນພາຍຫຼັງ





