ຢູເຄຣນສົ່ງໂດຣນກວ່າ 500 ລຳໂຈມຕີນະຄອນຫຼວງມອສໂກ ເກີດໄຟໄໝ້–ອົບພະຍົບປະຊາຊົນ

Must read

ຢູເຄຣນເປີດໂຈມຕີດ້ວຍໂດຣນຄັ້ງໃຫຍ່ຕໍ່ນະຄອນຫຼວງມອສໂກຂອງຣັດເຊຍ ສົ່ງຜົນໃຫ້ເກີດເຫດໄຟໄຫມ້ຫຼາຍຈຸດ ລວມທັງບໍລິເວນໂຮງກັ່ນນ້ຳມັນ ແລະ ເຮັດໃຫ້ສະໜາມບິນທີ່ມີຜູ້ໂດຍສານໜາແໜ້ນທີ່ສຸດຂອງຣັດເຊຍຕ້ອງອົບພະຍົບປະຊາຊົນ ສ່ວນຣັດເຊຍລະບຸວ່າສາມາດສະກັດໂດຣນໄດ້ກວ່າ 500 ລຳ

ກອງທັບຢູເຄຣນໄດ້ເປີດສະໜາມໂຈມຕີດ້ວຍອາກາດຍານໄຮ້ຄົນຂັບ ຫຼື ໂດຣນ ຄັ້ງໃຫຍ່ທີ່ສຸດໃນຮອບຫຼາຍປີ ພຸ່ງເປົ້າຖົ່ມນະຄອນຫຼວງມັອສກູ ນະຄອນຫຼວງຂອງຣັດເຊຍ ໃນວັນນີ້ (18 ມິຖຸນາ) ສົ່ງຜົນໃຫ້ເກີດໄຟໄຫມ້ຮຸນແຮງໃນຫຼາຍຈຸດ ແລະ ໂຄງລ່າງພື້ນຖານທາງຄົມມະນາຄົມຕ້ອງຢຸດຊະງັກຢ່າງໜັກ ກ່ອນໜ້ານີ້ພຽງບໍ່ເທົ່າໃດຊົ່ວໂມງທີ່ປະທານາທິບໍດີ ວລາດີເມຍ ປູຕິນ ມີກຳນົດການເປີດສະໜາມການປະຊຸມສຸດຍອດຜູ້ນຳອາຊຽນທີ່ເມືອງກາຊານ

ທ່ານ ເຊີເກ ໂຊບຍານິນ ຜູ້ວ່າການນະຄອນຫຼວງມັອສກູ ໄດ້ເປີດເຜີຍຜ່ານແອັບພລິເຄຊັນເທເລແກຣມ ວ່າ ກອງກຳລັງປ້ອງກັນໄພທາງອາກາດສາມາດຍິງສະກັດໂດຣນທີ່ມຸ່ງໜ້າສູ່ນະຄອນຫຼວງໄດ້ເຖິງ 180 ລຳ ສ່ວນກະຊວງປ້ອງກັນຊາດຣັດເຊຍລະບຸວ່າສາມາດສະກັດໂດຣນຂອງຢູເຄຣນທົ່ວປະເທດໄດ້ລວມກັນຫຼາຍກວ່າ 500 ລຳຕະຫຼອດທັງຄືນ ແນວໃດກໍຕາມ ມີໂດຣນບາງສ່ວນຫຼຸດລອດໄປໂຈມຕີ “ໂຮງກັ່ນນ້ຳມັນມັອສກູ” ຈົນເກີດໄຟໄຫມ້ ແລະ ພະນັກງານຕ້ອງສັ່ງປິດຖະຫນົນອ້ອມຂ້າງທັນທີ ນອກນັ້ນຍັງເກີດເຫດໂດຣນຕົກໃສ່ອາພາດເມັນໃນເຂດຊູຄອບສະກີ ແລະ ເສດຊາກໂດຣນຕົກໃສ່ອາຄານການຄ້າຈົນໄຟລຸກທົ່ວບໍລິເວນຊານເມືອງ

ການໂຈມຕີຄັ້ງນີ້ ສົ່ງຜົນໃຫ້ສະໜາມບິນເຊເຣເມຕີໂຍໂວ ຊຶ່ງເປັນສະໜາມບິນທີ່ໜາແໜ້ນທີ່ສຸດຂອງນະຄອນຫຼວງມັອສກູ ຕ້ອງປະກາດອພະຍົບຜູ້ໂດຍສານໄປຍັງພື້ນທີ່ປອດໄພຢ່າງເລັ່ງດ່ວນ ແລະ ຕ້ອງຈຳກັດທຸກໆການບິນເຂົ້າອອກຊົ່ວຄາວ ນັບເປັນການໂຈມຕີນະຄອນຫຼວງຂອງຣັດເຊຍຄັ້ງຮຸນແຮງທີ່ສຸດໃນຮອບຢ່າງໜ້ອຍ 2 ປີ

ການໂຈມຕີອັນດຸເດືອດເກີດຂຶ້ນໃນຊ່ວງເວລາທີ່ປະທານາທິບໍດີປູຕິນ ກຳລັງກຽມການຕ້ອນຮັບກຸ່ມຜູ້ນຳຈາກສະມາຄົມປະຊາຊາດຕ່າງໆ ໃນພູມິພາກອາຊີຕາເວັນອອກສ່ຽງໃຕ້ ຫຼື ອາຊຽນ ທີ່ເມືອງກາຊານ ຊຶ່ງຢູ່ຫ່າງຈາກມັອສກູໄປທາງຕາເວັນອອກປະມານ 700 ກິໂລແມັດ ໂດຍມີຜູ້ນຳລະດັບນາຍົກລັດຖະມົນຕີຈາກໄທ, ຫວຽດນາມ, ກຳປູເຈຍ, ລາວ, ມາເລເຊຍ ແລະ ສິງກະໂປ ລວມທັງປະທານາທິບໍດີ ເຟີດີນັນ ມາກອສ ຈູນິໂອ ຈາກຟິລິບປິນ ເດີນທາງເຂົ້າຮ່ວມການປະຊຸມ

ເຖິງແມ່ນເສດຖະກິດຂອງຣັດເຊຍຈະກຳລັງປະເຊີນກັບສະພາວະເງິນເຟີ້ສູງ ການຂາດແຄນແຮງງານ ແລະ ຕົ້ນທຶນການກູ້ຢືມທີ່ເພີ່ມຂຶ້ນຍ້ອນສົງຄາມທີ່ຍືດເຍື້ອມາແລ້ວກວ່າ 4 ປີ ແຕ່ປູຕິນຍັງປະຕິເສດຂໍ້ສະເໜີໃນການເຈລະຈາແບບປະເຊີນໜ້າກັບປະທານາທິບໍດີ ໂວໂລດີເມຍ ເຊເລັນສກີ ຂອງຢູເຄຣນ ໂດຍຢືນຢັນຄຳເກົ່າວ່າຣັດເຊຍຈະໃຊ້ກຳລັງທະຫານຍຶດຄອງເຂດດອນບາສທາງຕາເວັນອອກຂອງຢູເຄຣນໃຫ້ສຳເລັດ ທ່າມກາງແຮງກົດດັນຈາກປະທານາທິບໍດີ ໂດໂນລ ທຣັມ ຂອງສະຫະລັດ ທີ່ໄດ້ກ່າວໃນກອງປະຊຸມ G7 ທີ່ປະເທດຝຣັ່ງ ວ່າ ຣັດເຊຍຄວນ “ຍອມເຮັດຂໍ້ຕົກລົງ” ເພື່ອຢຸດສົງຄາມໄດ້ແລ້ວ

ໃນວັນດຽວກັນ ທາງການຣັດເຊຍໄດ້ອອກມາກ່າວຫາເພີ່ມເຕີມວ່າ ຢູເຄຣນໄດ້ຕັ້ງໃຈສົ່ງໂດຣນໂຈມຕີລົດເມຄັນໜຶ່ງໃນເຂດບຣິອານສກ໌ ຊຶ່ງມີຊາຍແດນຕິດກັບຢູເຄຣນ ໂດຍລົດເມຄັນດັ່ງກ່າວບັນທຸກທີມນັກບານເຕະເດັກນ້ອຍຊາວເບລາຣຸສຈຳນວນ 28 ຄົນ ຈາກຜູ້ໂດຍສານທັງໝົດ 44 ຄົນ ທີ່ກຳລັງເດີນທາງໄປພັກຜ່ອນທາງພາກໃຕ້ຂອງຣັດເຊຍ

ລາຍງານຈາກກະຊວງການຕ່າງປະເທດຣັດເຊຍລະບຸວ່າ ເຫດການດັ່ງກ່າວຖືເປັນ “ອາດຊະຍາກຳທີ່ໂຫດຮ້າຍ” ສົ່ງຜົນໃຫ້ຍິງຜູ້ດູແລເດັກເສຍຊີວິດ 1 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກ 8 ຄົນ ໃນຈຳນວນນີ້ເປັນເດັກ 6 ຄົນ ສ່ວນທ່ານ ອາແລັກຊານເດີ ໂລກາເຊັນໂກ ປະທານາທິບໍດີເບລາຣຸສ ໄດ້ສັ່ງການໃຫ້ສົ່ງເຮືອບິນດ່ວນໄປຮັບຕົວຜູ້ບາດເຈັບຊາວເບລາຣຸສກັບປະເທດທັນທີ ແລະ ຍື່ນຄຳຂາດຮຽກຮ້ອງຄຳອະທິບາຍຈາກຢູເຄຣນ

ແນວໃດກໍຕາມ ກອງທັບຢູເຄຣນໄດ້ອອກຖະແຫຼງການປະຕິເສດຂໍ້ກ່າວຫາດັ່ງກ່າວຢ່າງສິ້ນເຊີງ ໂດຍລະບຸວ່າເປັນ “ຂ່າວປອມ” ແລະ ຢືນຢັນວ່າກອງກຳລັງປ້ອງກັນຕົນເອງຂອງຢູເຄຣນບໍ່ໄດ້ມີການໃຊ້ໂດຣນໂຈມຕີເປົ້າໝາຍພົນລະເຮືອນໃນພື້ນທີ່ດັ່ງກ່າວແຕ່ຢ່າງໃດ ເນື່ອງຈາກທີ່ຜ່ານມາ ຢູເຄຣນຈະພຸ່ງເປົ້າໂຈມຕີສະເພາະໂຄງລ່າງພື້ນຖານທາງເສດຖະກິດ ແລະ ພະລັງງານຂອງຣັດເຊຍ ເພື່ອຕັດກຳລັງທໍ່ນ້ຳລ້ຽງສົງຄາມເທົ່ານັ້ນ ສົງຄາມຄັ້ງນີ້ຖືເປັນສະໜາມຮົບທີ່ນອງເລືອດທີ່ສຸດໃນເອີຣົບນັບແຕ່ສົງຄາມໂລກຄັ້ງທີ 2 ຊຶ່ງໄດ້ພາໃຫ້ປະຊາຊົນເສຍຊີວິດໄປແລ້ວຫຼາຍແສນຄົນ.

ຂ່າວຈາກ: AFP / Reuters

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article