ເປີດກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ຢ່າງເປັນທາງການ

Must read

ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ມີຖຸນານີ້ ທີ່ສະໂມສອນຫ້ອງວ່າການສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ມີບັນດາກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກຳມະການສົມບູນ ແລະ ສຳ ຮອງສູນກາງພັກ, ມີບັນດາສະຫາຍຮອງເລຂາພັກແຂວງ-ນະຄອນຫຼວງ, ກະຊວງ-ອົງການ ຜູ້ຊີ້ນໍາວຽກງານຈັດຕັ້ງ, ຫົວໜ້າຄະນະຈັດຕັ້ງແຂວງ-ນະຄອນຫຼວງ, ຫົວໜ້າກົມຈັດຕັ້ງ ກະຊວງ-ອົງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນວາລະກອງປະຊຸມ, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນລາຍງານການສະຫຼຸບຕີລາຄາວຽກງານຈັດຕັ້ງ ແລະ ການປົກຄອງ ໃນໄລຍະ 5 ປີຜ່ານມາ (2021-2025) ຊຶ່ງໄດ້ຍົກໃຫ້ເຫັນຜົນສໍາເລັດດ້ານດີທີ່ຕັ້ງໜ້າ, ດ້ານອ່ອນຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ແລະ ໄດ້ກໍານົດທິດທາງວຽກງານໃນ 5 ປີຕໍ່ໜ້າ ແນໃສ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອຍົກສູງຄວາມສາມາດນຳພາ, ລັກສະນະນໍາໜ້າຂອງພັກໃນເງື່ອນໄຂໃໝ່, ການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງຂອງວຽກງານພະນັກງານ ແລະ ການປົກຄອງ ສືບຕໍ່ນຳພາປະເທດຊາດກ້າວເດີນຕາມເສັ້ນທາງສູ່ຈຸດໝາຍສັງຄົມນິຍົມ ທີ່ພັກວາງໄວ້.

ໃນໄລຍະ 5 ປີ ຜ່ານມາ, ການຈັດຕັ້ງປະຕິບັດແນວທາງການຈັດຕັ້ງຂອງພັກ ຄຽງຄູ່ກັບການຈັດ ຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານປົກຄອງ, ການພັດທະນາເສດຖະ ກິດ, ວັດທະນະທຳ-ສັງຄົມ ເຫັນວ່າມີຜົນສຳເລັດເປັນແຕ່ລະໄລຍະ ໂດຍສະເພາະການປັບປຸງລະບົບການ ເມືອງ ໄດ້ສຸມໃສ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ທັງ 4 ດ້ານຄື: ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ ແລະ ດ້ານແບບແຜນນຳພາວິທີເຮັດວຽກ ມີບາດກ້າວດີຂຶ້ນ ສະແດງອອກຈຳນວນໜ່ວຍພັກ, ສະມາຊິກພັກໄດ້ເພີ່ມຂຶ້ນດ້ານຈຳນວນ ແລະ ຄຸນນະພາບ; ການຈັດຕັ້ງຮາກຖານພັກໄດ້ຂະຫຍາຍເຂົ້າສູ່ຂົງເຂດຕ່າງໆຫຼາຍກວ່າເກົ່າ, ສະແດງອອກປັດຈຸບັນທົ່ວປະເທດມີ 34 ອົງຄະນະພັກກະ ຊວງ-ອົງການ, 18 ອົງຄະນະພັກແຂວງ-ນະຄອນຫຼວງ, 148 ອົງຄະນະພັກເມືອງ-ນະຄອນ, (1 ອົງຄະນະພັກມະຫາວິທະຍາໄລແຫ່ງຊາດ ທຽບເທົ່າອົງຄະນະພັກເມືອງ); ມີຮາກຖານພັກທັງໝົດ 24,772 ຮາກຖານ ໃນນີ້ມີ 230 ອົງຄະນະພັກຮາກຖານຕາແສງ, ມີ 2,019 ຄະນະພັກຮາກຖານ, 9,954 ໜ່ວຍພັກຮາກຖານ ແລະ ມີ 12,569 ໜ່ວຍພັກຂຶ້ນກັບອົງຄະນະພັກຮາກຖານ (ທຽບໃສ່ປີ 2021 ເພີ່ມຂຶ້ນ 960 ການຈັດຕັ້ງຮາກຖານພັກ ເທົ່າກັບ 3.87%); ມີສະມາຊິກພັກທັງໝົດ 421,865 ສະຫາຍ ຍິງ 116,153 ສະຫາຍ (ທຽບໃສ່ ປີ 2021 ເພີ່ມຂຶ້ນ 40,657 ສະຫາຍ); ໄດ້ອອກບັດ-ມອບບັດສະມາຊິກພັກ ຈໍານວນ 314,216 ສະຫາຍ ຍິງ 76,6343 ສະຫາຍ ກວມ 74.48% ຂອງຈຳນວນສະມາຊິກພັກທັງໝົດ; ໄດ້ລຶບລ້າງບ້ານທີ່ບໍ່ມີສະມາຊິກພັກນໍາພາໄດ້ 100%. ໄດ້ມອບບັດສະມາຊິກພັກ ໃຫ້ບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ ແລະ ແຂວງ ຈໍານວນ 58,592 ສະຫາຍ ຍິງ 19,002 ສະຫາຍ. ຜ່ານການຕີລາຄາຄຸນນະພາບ ແລະ ຈັດແບ່ງປະເພດໃນ ປີ 2025 ໄດ້ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 60,795 ໜ່ວຍພັກ ກວມ 68.53% ຂອງໜ່ວຍພັກທັງໝົດ, ມີສະມາຊິກພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະເພດແຂງ 1,149,400 ສະຫາຍ ກວມ 71% ເດັ່ນກວ່າໝູ່ແມ່ນໃນເວລາດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຕາມຄໍາສັ່ງເລກທີ 411 ຂອງເລຂາທິການໃຫຍ່ສູນກາງພັກ ໄດ້ກາຍເປັນຂະບວນການປັບປຸງປົວແປງພັກຢ່າງເລິກເຊິ່ງ ໜັກແໜ້ນ; ພາຍຫຼັງກອງປະຊຸມໃຫຍ່ 3 ຂັ້ນຂອງພັກສໍາເລັດ, ດ້ານຄຸນນະພາບຂອງຄະນະພັກແຕ່ລະຂັ້ນໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າ, ບັນດາສະຫາຍຄະນະພັກແຕ່ລະຂັ້ນສ່ວນຫຼາຍແມ່ນນອນຢູ່ໃນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແລະ ຖືກຕ້ອງຕາມເງື່ອນໄຂ-ມາດຕະຖານທີ່ໄດ້ກຳນົດໄວ້ ຊຶ່ງມີລະດັບຄວາມຮູ້ທິດສະດີການເມືອງ, ວິຊາສະເພາະແຕ່ຊັ້ນສູງຂຶ້ນໄປ ກວມອັດຕາສ່ວນຫຼາຍ ແລະ ໄດ້ຜ່ານຂະບວນການວຽກງານຕົວຈິງ, ໂຄງປະກອບຄະນະພັກ ຮັບປະກັນໄດ້ທັງຮຸ່ນອາວຸໂສ, ຮຸ່ນກາງ ແລະ ຮຸ່ນໜຸ່ມ, ມີການຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ, ແຜນບຳລຸງ-ກໍ່ສ້າງນັບທັງໄລຍະສັ້ນ ແລະ ໄລຍະຍາວ, ກົງຈັກການຈັດຕັ້ງຢູ່ກະຊວງ-ອົງການ ແລະ ທ້ອງຖິ່ນ ໄດ້ຮັບການປັບປຸງໃຫ້ສອດຄ່ອງກັບກົນໄກການບໍລິຫານຄຸ້ມຄອງລັດຕາມທິດຄຸ້ມຄອງມະ ຫາພາກ.

ກອງປະຊຸມໃນມື້ທຳອິດນີ້ ນອກຈາກໄດ້ຜ່ານຮ່າງບົດສະຫຼຸບແລ້ວ ຍັງໄດ້ຜ່ານຮ່າງບົດລາຍງານສະພາບການສ້າງຕັ້ງຕາແສງ, ບົດລາຍງານຕີລາຄາການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ 5 ປີ 2021-2025 ແລະ ທິດທາງແຜນການ 2026-2030, ຮັບຟັງການປະກອບຄໍາເຫັນຈາກພາກສ່ວນຕ່າງໆ ແລະ ຈະສືບຕໍ່ດໍາເນີນໄປອີກໜຶ່ງວັນ ຈຶ່ງສຳເລັດ.

(ຂ່າວ: ພິດສະໄໝ ວິໄລຮັກ; ພາບ: ບານ ມູນປະເສີດ, ພູວອນ ອານຸວົງ)

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article