ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງ ແວດລ້ອມ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ທ່ານ ນາງ Oksana Nikolaevna ລັດຖະ ມົນຕີກະຊວງກະສິກໍາ ແຫ່ງ ສະຫະພັນຣັດເຊຍ ພ້ອມຄະນະ ຢູ່ນະຄອນຫລວງມົດສະກູ ໃນໂອກາດ ຕິດຕາມ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຄື່ອນໄຫວວຽກງານ ທາງລັດຖະການ ຢູ່ສະຫະ ພັນຣັດເຊຍ.
ການພົບປະໃນຄັ້ງນີ້, ຖືເປັນນິມິດໝາຍອັນດີ ແລະ ສຸດທີ່ມີຄວາມສໍາຄັນເປັນຢ່າງຍິ່ງ ເພື່ອເສີມສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ເພີ່ມທະວີການຮ່ວມມື ແລະ ແລກປ່ຽນບົດຮຽນໃນຂະແໜງກະສິກຳ ແລະ ສິ່ງແວດລ້ອມ, ການຄົ້ນຄວ້າ, ການສຶກສາ ແລະ ການລົງທຶນ ຊຶ່ງເປັນຂະແໜງ ການທີ່ມີບົດບາດສຳຄັນ ໃນການພັດທະນາເສດຖະກິດ-ສັງຄົມ, ສ້າງວຽກເຮັດງານທຳ ແລະ ເປີດໂອ ກາດການຮ່ວມມືຕົວຈິງລະຫວ່າງ ສອງກະຊວງ ໃນຕໍ່ໜ້າ.
ໃນໂອກາດດັ່ງກ່າວ, ທ່ານ ລິນຄຳ ດວງສະຫວັນ ໄດ້ຕີລາຄາສູງຕໍ່ຄວາມກ້າວໜ້າດ້ານເຕັກໂນໂລຊີກະສິກຳ ຂອງສະຫະພັນຣັດເຊຍ ດຍສະເພາະ ຄວາມກ້າວໜ້າດ້ານລະບົບຊົນລະປະທານ, ການປັບ ປຸງສະມັດຕະພາບພັນພືດ, ການຜະລິດຝຸ່ນ ແລະ ວິທະຍາສາດ ການສັດຕະວະແພດຂອງຣັດເຊຍ ຊຶ່ງສິ່ງເຫລົ່ານີ້ ຈະຊ່ວຍໃຫ້ ສປປ ລາວ ສາມາດຖອດຖອນບົດຮຽນຕົວຈິງ ເພື່ອນຳມາພັດທະນານະໂຍ ບາຍ ແລະ ຍົກລະດັບຂະແໜງກະສິກຳຂອງລາວ ໃຫ້ມີປະສິດທິພາບຍິ່ງຂຶ້ນ.
ສຳລັບ ທິດທາງການຮ່ວມມືໃນຕໍ່ໜ້າ ທັງສອງກະຊວງ ຈະສືບຕໍ່ຊຸກຍູ້ສະໜັບສະໜູນ ການຄ້າສິນຄ້າກະສິກຳ ໂດຍສະເພາະ ການສ້າງກົນໄກຮ່ວມມືດ້ານສຸຂານາໄມ ແລະ ສຸຂານາໄມພືດ (SPS) ເພື່ອຍົກລະດັບຄຸນນະພາບຜະລິດຕະພັນລາວ, ລວມທັງການສົ່ງເສີມການລົງທຶນດ້ານອຸດສາຫະກຳປຸງແຕ່ງ ເພື່ອເພີ່ມມູນຄ່າຜະລິດຕະພັນກະສິກຳ ໃຫ້ມີຄວາມຍືນຍົງ. ນອກນັ້ນ, ຣັດເຊຍ ຈະໃຫ້ການສະໜັບສະໜູນດ້ານເຕັກໂນໂລຊີ, ການຖ່າຍທອດຄວາມຮູ້ ຜ່ານການແລກປ່ຽນຜູ້ຊ່ຽວຊານ, ນັກຄົ້ນຄວ້າ, ນັກສຶກສາ ແລະ ມີຄວາມສົນໃຈໃນການຂະຫຍາຍການຮ່ວມມື ໄປສູ່ການຄົ້ນຄວ້າດ້ານການປັບປຸງພັນເຂົ້າ, ການພັດທະນາການລ້ຽງສັດ, ການປະມົງ ແລະ ການຄຸ້ມຄອງຊັບພະຍາກອນປ່າໄມ້ຢ່າງຮອບ ດ້ານ. ພ້ອມນີ້, ທັງສອງຝ່າຍຍັງເຫັນດີແຕ່ງຕັ້ງຈຸດປະສານງານຂອງກະຊວງ ເພື່ອເຮັດວຽກຮ່ວມກັນ ໃນການກະກຽມຮ່າງບົດບັນທຶກຄວາມເຂົ້າໃຈ (MoU) ເພື່ອເປັນຂອບການຮ່ວມມືໄລຍະຍາວ ຊຶ່ງຈະເປັນພື້ນຖານສຳຄັນ ໃນການສົ່ງເສີມການລົງທຶນ, ນະວັດຕະກຳ ແລະ ການພັດທະນາກະສິກຳ ທີ່ປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນທັງສອງປະ ເທດ.
ຂໍ້ມູນ-ພາບ: ຂ່າວສານກະສິກຳ ແລະ ສິງແວດລ້ອມ





