ຜົນບານອາເຈນຕິນາ ຊະນະ ແອລຈີເຣຍ – ເມສຊີ່ ຍິງແຮັດທຣິກຄັ້ງທຳອິດໃນບານໂລກ

Must read

ອາເຈນຕິນາ ແຊມເກົ່າ ເປີດສະໜາມຟຸດບານໂລກ 2026 ດ້ວຍການຖົ່ມ ແອລຈີເຣຍ 3-0 ໂດຍເກມນີ້ ລິໂອເນວ ເມສຊີ່ ໄດ້ຍິງແຮັດທຣິກຄັ້ງທຳອິດໃຫ້ຕົນເອງໃນຟຸດບານໂລກ ແລະ ສ້າງສະຖິຕິ 16 ປະຕູ ທຽບເທົ່າ ມີໂຣສລາຟ ໂຄເລເຊ ດາວຊາວໂວຕະຫຼອດການຂອງຟຸດບານໂລກ

ເກມກຸ່ມ J ນັດທຳອິດ ອາເຈນຕິນາ ພົບ ແອລຈີເຣຍ

ລິໂອເນວ ສະກາໂລນີ່ ກຸນຊືອາເຈນຕິນາ ແຊມເກົ່າ ເກມນີ້ໄດ້ ກອນຊາໂລ່ ມອນຕິແອລ ຜ່ານຄວາມຟິດລົງສະໜາມໃນແຖວປ້ອງກັນ ແຖວໜ້ານຳໂດຍ ລິໂອເນວ ເມສຊີ່ ກັບຕັນທີມທີ່ລົງແຂ່ງຟຸດບານໂລກເປັນຄັ້ງທີ 6 ຢືນຄູ່ກັບ ເລົາຕາໂຣ່ ມາຕິເນສ

ວລາດີເມຍ ແພັດໂກວິຊ ຫົວໜ້າຝຶກສອນແອລຈີເຣຍ ໄດ້ ຣາມີ ເບັນເຊໄບນີ່ ຜ່ານຄວາມຟິດ ແຖວກາງ ນາບິລ ເບັນຕາແລັບ ຄຸມຈັງຫວະຮ່ວມກັບ ອິບຣາຮິມ ມາຊາ ໂດຍມີ ອານີສ ຮັດຈ໌ສ ມູຊາ, ອາມີນ ກູອີຣີ, ຟາແຣສ ຊາອິບີ້ ເປັນສາມປະສານແຖວໜ້າ

ນາທີທີ 5 ລິໂອເນວ ເມສຊີ່ ຍິງດ້ວຍຕີນຊ້າຍຍັດເສົາແຮກເຂົ້າໄປ ແຕ່ຖືກຈັບລ້ຳໜ້າ

ນາທີທີ 8 ຟາແຣສ ຊາອິບີ້ ຍິງເຂົ້າໄປແຕ່ ແອລຈີເຣຍ ຍັງບໍ່ໄດ້ປະຕູຂຶ້ນນຳ ເພາະຖືກ VAR ຍຶດຄືນຍ້ອນລ້ຳໜ້າ

ນາທີທີ 17 ໂຣດຣິໂກ ເດປອລ ສົ່ງບານໃຫ້ ລິໂອເນວ ເມສຊີ່ ຍິງດ້ວຍຕີນຊ້າຍຕິດເສັ້ນກອບຫົວກະໂຫຼກ ບານໂຄ້ງ ລູກາ ຊີດານ ພະຍາຍາມປັດແລ້ວແຕ່ປັດບໍ່ໄດ້ ບານເຂົ້າໄປ ອາເຈນຕິນາ ຂຶ້ນນຳ 1-0 ນີ້ຄືປະຕູທີ 118 ໃນການລົງແຂ່ງໃຫ້ທີມ “ຟ້າ-ຂາວ” ຄົບ 200 ນັດ ຂອງ ເມສຊີ່ ນອກນັ້ນຍັງເປັນປະຕູທີ 14 ໃນຟຸດບານໂລກ ທີ່ລົງແຂ່ງມາແລ້ວ 6 ຄັ້ງ ແລະ ເປັນການຍິງປະຕູຄົບຮອບ 20 ປີ ຫຼັງຍິງປະຕູແຮກໃນຟຸດບານໂລກ 2006 ທີ່ລົງມາເປັນຕົວສຳຮອງໃນເກມຊະນະ ເຊີເບຍ ແລະ ມອນເຕເນໂກຣ 6-0

ເກມຜ່ານໜຶ່ງຊົ່ວໂມງ ອາເຈນຕິນາ ຫຼິ້ນດີກວ່າ ແຕ່ຍັງຍິງປະຕູເພີ່ມບໍ່ໄດ້ ສ່ວນ ແອລຈີເຣຍ ນັ້ນຖ້າໂອກາດເຄິ່ງສະຫາ

ນາທີທີ 41 ຟາແຣສ ຊາອິບີ້ ໄດ້ໂຫນ່ງແຕ່ບານຫຼຸດກອບອອກໄປແບບບໍ່ໄດ້ລຸ້ນ ໝົດເຄິ່ງທຳອິດ ອາເຈນຕິນາ ນຳ 1-0

ກັບມາເຄິ່ງສອງ ນາທີທີ 51 ລິໂອເນວ ເມສຊີ່ ຍິງດ້ວຍຕີນຊ້າຍ ແຕ່ບານຍັງຂ້າມຄານອອກໄປໄກ

ນາທີທີ 54 ລິໂອເນວ ເມສຊີ່ ສົ່ງບານໃຫ້ ເລົາຕາໂຣ່ ມາຕິເນສ ແຕ່ຍິງດ້ວຍຕີນຊ້າຍ ຖືກ ລູກາ ຊີດານ ປັດໄດ້

ນາທີທີ 60 ລິໂອເນວ ເມສຊີ່ ມາຮັບລູກຕໍ່ຈາກທີ່ ອາແລັກຊິສ ແມັກ ອານິສເຕີ ຍິງໄປຖືກ ລູກາ ຊີດານ ເຊບອອກມາບໍ່ດີ ບານເຂົ້າໄປ ອາເຈນຕິນາ ນຳ 2-0 ນີ້ຄືປະຕູທີ 119 ໃນນາມທີມຊາດຂອງ ເມສຊີ່ ແລະ ເປັນປະຕູທີ 15 ໃນຟຸດບານໂລກ ທີ່ລາວເຮັດໄດ້

ນາທີທີ 66 ລິໂອເນວ ເມສຊີ່ ຍັງເຮັດແຮັດທຣິກໃນເກມນີ້ບໍ່ໄດ້ ເມື່ອລູກຍິງຂອງດາວເຕະຈາກ ອິນເຕີ ໄມອາມີ ຖືກລູກາ ຊີດານ ປັດໜີໄປໄດ້

ນາທີທີ 76 ລິໂອເນວ ເມສຊີ່ ໄດ້ຍິງແຮັດທຣິກຄັ້ງທຳອິດໃຫ້ຕົນເອງໃນສຶກຟຸດບານໂລກ ອາເຈນຕິນາ ນຳ ແອລຈີເຣຍ 3-0 ນີ້ຄືປະຕູທີ 120 ໃນນາມທີມຊາດຟ້າຂາວ ແລະ ເປັນປະຕູທີ 16 ໃນຟຸດບານໂລກ 6 ຄັ້ງ ພ້ອມສ້າງສະຖິຕິທຽບເທົ່າ ມີໂຣສລາຟ ໂຄເລເຊ ດາວຊາວໂວຕະຫຼອດການຂອງເຢຍລະມັນ

ຊ່ວງເວລາທີ່ຍັງເຫຼືອ ແອລຈີເຣຍ ພະຍາຍາມຊອກປະຕູແກ້ໜ້າ ແຕ່ບໍ່ສຳເລັດ ໝົດເກມ ອາເຈນຕິນາ ຊະນະ 3-0 ເກັບ 3 ແຕ້ມແຮກສົມລາຄາແຊມເກົ່າ

ໂປຣແກຣມນັດຕໍ່ໄປ ອາເຈນຕິນາ ຈະພົບ ອອສເຕຣຍ ວັນທີ 22 ມິຖຸນາ ສ່ວນ ແອລຈີເຣຍ ພົບ ຈໍແດນ ໃນວັນທີ 23 ມິຖຸນາ

ລາຍຊື່ຜູ້ຫຼິ້ນ 11 ຄົນແຮກຂອງທັງສອງທີມ

ອາເຈນຕິນາ (4-4-2): ເອມີລີອາໂນ ມາຕິເນສ – ກອນຊາໂລ່ ມອນຕິແອລ, ກຣິສຕຽນ ໂຣແມໂຣ່, ລິຊານໂດຣ ມາຕິເນສ, ຟາກຸນໂດ ເມດິນ່າ – ໂຣດຣິໂກ ເດປອລ, ອາແລັກຊິສ ແມັກ ອານິສເຕີ, ເອັນໂຊ ເຟແນນເດສ, ຕິອາໂກ ອານມາດາ – ລິໂອເນວ ເມສຊີ່, ເລົາຕາໂຣ່ ມາຕິເນສ

ແອລຈີເຣຍ (4-3-3): ລູກາ ຊີດານ – ຣາຟິກ ເບວກາລີ, ໄອຊາ ມານດີ, ຣາມີ ເບັນເຊໄບນີ່, ຣາຢານ ໄອ-ນູຣີ – ຮິຊາມ ບູດາວີ, ນາບິລ ເບັນຕາແລັບ, ອິບຣາຮິມ ມາຊາ – ອານີສ ຮັດຈ໌ສ ມູຊາ, ອາມີນ ກູອີຣີ, ຟາແຣສ ຊາອິບີ້

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article