ເກີດເຫດເຮືອບິນຖິ້ມລະເບີດ B-52 ຂອງສະຫະລັດ ປະສົບອຸບັດເຫດຕົກຢ່າງບໍ່ຄາດຄິດ ເຮັດໃຫ້ມີຜູ້ເສຍຊີວິດ 8 ຄົນ

Must read

ເຈົ້າໜ້າທີ່ທະຫານກ່າວວ່າ: ເຮືອບິນຖິ້ມລະເບີດ B-52 ຕົກ ແລະ ເກີດໄຟລຸກໄໝ້ ເມື່ອວັນທີ 15 ມິຖຸນາ, ເຮັດໃຫ້ຜູ້ໂດຍສານ ແລະ ຈູດບິນເສຍຊີວິດທັງໝົດ 8 ຄົນ ຫຼັງຈາກບິນຂຶ້ນຈາກຖານທັບອາກາດສະຫະລັດ ໃນທະເລຊາຍ ໂມຮາວີ (Mojave) ທາງຕອນໃຕ້ ຂອງລັດແຄລິຟໍເນຍໄດ້ບໍ່ດົນ.

ພາບເຫດການເຮືອບິນຖິ້ມລະເບີດ B-52 ຂອງສະຫະລັດຕົກ ເມື່ອວັນທີ 15 ມິຖຸນາ, ວິດີໂອ: ຟັອກຊ໌ນິວສ໌ (Fox News)

ພາບຖ່າຍທາງອາກາດສະແດງໃຫ້ເຫັນວ່າ: ແທບຈະບໍ່ມີເສດຊາກໃດໆ ຫຼົງເຫຼືອຢູ່ເລີຍຈາກເຮືອບິນທີ່ຕົກ ເມື່ອເວລາປະມານ 11:20 ໂມງ ໃນລະຫວ່າງການທົດສອບບິນຕາມປົກກະຕິ ຢູ່ຖານທັບທາງຕອນເໜືອຂອງ ລອສແອນເຈລິສ (Los Angeles). ຄວັນໄຟສີດຳພວຍພຸ່ງຂຶ້ນມາຈາກພື້ນທີ່ທະເລຊາຍອັນກວ້າງໃຫຍ່ ໃກ້ກັບຈຸດທີ່ເຊື່ອກັນວ່າເປັນລັນເວ (Runway) ຂອງຖານທັບ, ພ້ອມທັງມີລົດກູ້ໄພຢູ່ໃກ້ໆ.

ຈຸດບິນປະກອບມີບຸກຄະລາກອນທາງທະຫານ, ພະນັກງານລັດຖະບານ ແລະ ຜູ້ຮັບເໝົາ ທີ່ຊ່ວຍໃນການທົດສອບ. ຫຼັງຈາກກວດສອບພາບວິດີໂອແລ້ວ, ພວກ ເຮົາສະຫຼຸບໄດ້ວ່ານັກບິນບໍ່ສາມາດຄວບຄຸມເຮືອບິນໄດ້ ແລະ ບໍ່ມີໃຜລອດຊີວິດ. ເຈົ້າໜ້າທີ່ກຳລັງແຈ້ງໃຫ້ຄອບຄົວຂອງຜູ້ເສຍຊີວິດຊາບ

ເຮືອບິນຖິ້ມລະເບີດ B-52 ສາມາດບັນທຸກຜູ້ໂດຍສານໄດ້ສູງສຸດ 8 ຄົນ, ລວມທັງຈູດບິນ 6 ຄົນ ແລະ ນັກບິນຜູ້ຊ່ວຍ 2 ຄົນ. ນີ້ອາດເປັນການສູນເສຍຄັ້ງໃຫຍ່ທີ່ສຸດຢູ່ຖານທັບອາກາດ ເອດເວີດສ໌ ນັບຕັ້ງແຕ່ເຫດການເຮືອບິນຖິ້ມລະເບີດ B-50D ຕົກເມື່ອປີ 1951 ເຊິ່ງຄ່າຊີວິດຜູ້ຄົນໄປ 8 ຄົນ”, ໄທເລີ ໂຣໂກເວຍ໌ (Tyler Rogoway) ບັນນາທິການເວັບໄຊທາງການທະຫານຂອງອາເມຣິກາ War Zone ກ່າວ.

ເຮືອບິນ B-52H ແຕ່ລະລຳຕິດຕັ້ງຕັ່ງດີດໂຕ 6 ຕັ່ງ, ປະກອບມີຕັ່ງຫັນຂຶ້ນດ້ານເທິງ 4 ຕັ່ງ ແລະ ຕັ່ງຫັນລົງດ້ານລຸ່ມ 2 ຕັ່ງ, ເຊິ່ງຕ້ອງໃຊ້ລະດັບຄວາມສູງຢ່າງໜ້ອຍປະມານ 120 ແມັດເໜືອພື້ນດິນ ຈຶ່ງຈະສາມາດໃຊ້ງານໄດ້ຢ່າງປອດໄພ. ສ່ວນຕັ່ງອີກ 2 ຕັ່ງທີ່ເຫຼືອແມ່ນບໍ່ສາມາດດີດໂຕອອກຈາກເຮືອບິນໄດ້ໃນກໍລະນີສຸກເສີນ.

ຖານທັບອາກາດ ເອດເວີດສ໌ ເປັນທີ່ຕັ້ງຂອງສູນທົດສອບກອງທັບອາກາດຂອງນາຊາ (NASA), ໂຮງຮຽນນັກບິນທົດສອບກອງທັບອາກາດ ແລະ ສູນວິໄຈການບິນອາມສະຕຣອງ (Armstrong). ສູນແຫ່ງນີ້ມີໜ້າທີ່ຮັບຜິດຊອບໃນການດຳເນີນການ ແລະ ສະໜັບສະໜູນງານວິໄຈ ແລະ ພັດທະນາດ້ານປະຕິບັດການບິນຂອງກອງທັບອາກາດສະຫະລັດ, ລວມທັງການທົດສອບ ແລະ ປະເມີນລະບົບການບິນ ແລະ ອະວະກາດ ຕັ້ງແຕ່ຂັ້ນຕອນແນວຄິດຈົນເຖິງການໃຊ້ງານຈິງ.

ນອກເໜືອຈາກພາລະກິດການຮົບແລ້ວ, ເຮືອບິນຖິ້ມລະເບີດ B-52H ຍັງຖືກນຳໃຊ້ໃນໂຄງການພັດທະນາອາວຸດຂອງກອງທັບອາກາດສະຫະລັດອີກຫຼາຍໂຄງການ, ລວມທັງການພັດທະນາຂີປະນາວຸດຄວາມໄວເໜືອສຽງ AGM-183A ນຳອີກ.

ພາບຕົ້ນແບບຂີປະນາວຸດ AGM-183A ເທິງເຮືອບິນຖິ້ມລະເບີດ B-52H ຢູ່ຖານທັບອາກາດ ເອດເວີດສ໌ (Edwards) ໃນເດືອນສິງຫາ 2020, ພາບຖ່າຍ: ກອງທັບອາກາດສະຫະລັດ

ເຮືອບິນຖິ້ມລະເບີດ B-52 ໄດ້ຮັບການພັດທະນາໂດຍສະຫະລັດອາເມຣິກາ ຕັ້ງແຕ່ທົດສະວັດ 1940, ບິນຂຶ້ນຄັ້ງທຳອິດໃນເດືອນເມສາ 1952 ແລະ ເຂົ້າປະຈຳການໃນກອງທັບອາກາດສະຫະລັດ ໃນເດືອນກຸມພາ 1955. ມີການຜະລິດເຮືອບິນ B-52 ທັງໝົດ 744 ລຳ, ປັດຈຸບັນກອງທັບອາກາດສະຫະລັດ ມີຝູງເຮືອບິນຖິ້ມລະເບີດ B-52H ຈຳນວນ 72-76 ລຳ ໃນຄັງແສງ.

ນອກຈາກນີ້, ໂບອິ້ງ (Boeing) ຍັງກຳລັງພັດທະນາລຸ້ນປັບປຸງໃໝ່ ຄື B-52J ເຊິ່ງປະກອບດ້ວຍເຮືອບິນ B-52H ທີ່ຕິດຕັ້ງເຄື່ອງຍົນ ໂຣນສ໌-ຣອຍສ໌ (Rolls-Royce) F130, ເຣດາ AN/APQ-188 ແບບ Active Electronically Scanned Array ແລະ ລະບົບນຳທາງກັບການສື່ສານໃໝ່. ໂຄງການນີ້ມີເປົ້າໝາຍເພື່ອໃຫ້ໝັ້ນໃຈເຖິງຂີດຄວາມສາມາດໃນການປະຕິບັດງານຂອງຝູງເຮືອບິນ B-52 ໄດ້ອີກຫຼາຍປີ, ໂດຍມີເປົ້າໝາຍທີ່ຈະໃຫ້ເຮືອບິນລຳທຳອິດພ້ອມໃຊ້ງານກ່ອນປີ 2030.

ຫຼັງເກີດເຫດ ເຈົ້າໜ້າທີ່ໜ່ວຍກູ້ໄພໄດ້ຮີບຮ້ອນເຂົ້າເຖິງພື້ນທີ່ເກີດເຫດໃນທັນທີ ເພື່ອຄວບຄຸມສະຖານະການ ແລະ ຢູ່ໃນລະຫວ່າງການດຳເນີນຂັ້ນຕອນແຈ້ງໃຫ້ຄອບຄົວຂອງຜູ້ເສຍຊີວິດຮູ້ ພ້ອມທັງເລັ່ງລວມຫຼັກຖານໃນບໍລິເວນດັ່ງກ່າວ ເພື່ອນຳໄປກວດສອບຫາສາເຫດທີ່ແທ້ຈິງຂອງການເກີດອຸປະຕິເຫດໃນຄັ້ງນີ້.

ທັງນີ້ ທາງການສະຫະລັດ ອາເມລິກາຄາດຄະເນວ່າ ການສືບສວນ-ສອບສວນຢ່າງລະອຽດ ຈະໃຊ້ເວລາປະມານ 6 ເດືອນ ຈຶ່ງຈະສາມາດເປີດເຜີຍລາຍລະອຽດ ແລະ ຜົນການກວດສອບຢ່າງເປັນທາງການອອກສູ່ສາທາລະນະຊົນໄດ້.

ຕາມລາຍງານຂອງ ຣອຍເຕີສ໌ (Reuters), ເຂດສົງຄາມ (War Zone)

ແຫຼ່ງຂໍ້ມູນ: https://baohatinh.vn/phao-dai-b-52-my-bat-ngo-roi-8-nguoi-thiet-mang-post312336.html

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article