ມີງານວິໄຈໃໝ່ເຕືອນ! “ບໍລິເວນນ້ຳເຢັນ” ໃນມະຫາສະໝຸດອັດລັງຕິກເໜືອ ອາດເປັນສັນຍານເຕືອນໄພແຫ້ງແລ້ງທົ່ວໂລກ.

“ພາບນີ້ຈຳລອງ “ກະແສນ້ຳເຢັນ” ຂອງມະຫາສະໝຸດອັດລັງຕິກເໜືອໃນປີ 2015 ເມື່ອທຽບກັບຄ່າສະເລ່ຍໃນຊ່ວງປີ 1951-1980 (ພາບ: NASA)”
ໃນມະຫາສະໝຸດອັດລັງຕິກເໜືອ ທາງຕອນໃຕ້ຂອງກຣີນແລນ (Greenland) ແລະ ໄອສ໌ແລນ (Iceland) ມີພື້ນທີ່ນ້ຳຂະໜາດໃຫຍ່ທີ່ສວນທາງກັບແນວໂນ້ມທົ່ວໄປຂອງໂລກ ເພາະໃນຂະນະທີ່ມະຫາສະໝຸດສ່ວນໃຫຍ່ກຳລັງອຸ່ນຂຶ້ນ ແຕ່ບໍລິເວນນີ້ກັບ ເຢັນລົງເກືອບ 1 ອົງສາເຊວຊຽດ ນັບຕັ້ງແຕ່ປີ 1900 ເປັນຕົ້ນມາ.
ນັກວິທະຍາສາດເອີ້ນປາກົດການນີ້ວ່າ “ບໍລິເວນນ້ຳເຢັນ” ຫຼື “ຂຸມນ້ຳອຸ່ນ”. ນັກວິໄຈໄດ້ຖົກຖຽງກັນມາເປັນເວລາດົນນານວ່າ ສາເຫດເກີດຈາກການປ່ຽນແປງຂອງລົມ, ເມກ ແລະ ການສູນເສຍຄວາມຮ້ອນຈາກຜິວນ້ຳທະເລ ຫຼື ວ່າເປັນສັນຍານຂອງການອ່ອນຕົວລົງຂອງລະບົບກະແສນ້ຳຫຼັກໃນມະຫາສະໝຸດກັນແທ້.
ງານວິໄຈຫຼ້າສຸດໄດ້ຊີ້ໃຫ້ເຫັນເຖິງຄວາມເປັນໄປໄດ້ໃນກໍລະນີທີສອງ ເຊິ່ງໜ້າສົນໃຈກວ່າ ໂດຍຜູ້ຊ່ຽວຊານເຊື່ອວ່າ ການຫຼຸດລົງຂອງອຸນຫະພູມໃນບໍລິເວນນີ້ ແມ່ນກ່ຽວຂ້ອງກັບການອ່ອນກຳລັງລົງຂອງ ລະບົບການໄຫຼວຽນຂອງກະແສນ້ຳໃນມະຫາສະໝຸດອັດລັງຕິກ (AMOC) ເຊິ່ງເປັນເຄືອຂ່າຍກະແສນ້ຳໃນມະຫາສະໝຸດທີ່ເຮັດໜ້າທີ່ປຽບຄືກັບ “ຂົວລຳລຽງ” ຂະໜາດໃຫຍ່ ໂດຍຈະນຳພານ້ຳອຸ່ນຈາກເຂດຮ້ອນໄປຍັງຊີກໂລກເໜືອ ເຊິ່ງນ້ຳຈະເຢັນຕົວລົງ, ຈົມລົງ ແລະ ໄຫຼກັບຄືນມາທາງໃຕ້.

(ໝາຍເຫດ: ພາບຈຳລອງໂດຍ NASA ສະແດງໃຫ້ເຫັນວ່າ ສີສົ້ມ ແລະ ສີເຫຼືອງຄືກະແສນ້ຳອຸ່ນ ສ່ວນສີຟ້າຄືກະແສນ້ຳເຢັນ)
ງານວິໄຈກ່ອນໜ້ານີ້ຫຼາຍສະບັບສະແດງໃຫ້ເຫັນວ່າ ກະແສນ້ຳ ມະຫາສະໝຸດອັດລັງຕິກ (Atlantic) – AMOC ອາດອ່ອນກຳລັງລົງເນື່ອງຈາກພາວະໂລກຮ້ອນ, ການລະລາຍຂອງນ້ຳກ້ອນ ແລະ ການໄຫຼເຂົ້າຂອງນ້ຳຈືດສູ່ມະຫາສະໝຸດທີ່ເພີ່ມຂຶ້ນ ເຊິ່ງສົ່ງຜົນກະທົບຕໍ່ຄວາມສົມດຸນລະຫວ່າງອຸນຫະພູມ ແລະ ຄວາມເຄັມຂອງນ້ຳທະເລ.
ຫາກກະແສນ້ຳ AMOC ອ່ອນກຳລັງລົງຢ່າງຮຸນແຮງ ຫຼື ລົ້ມສະຫຼາຍ ຜົນກະທົບຈະແຜ່ຂະຫຍາຍໄປທົ່ວໂລກ ນັກວິທະຍາສາດເຕືອນະວ່າສະຖານະການນນີ້ອາດເລັ່ງໃຫ້ລະດັນນ້ຳທະເລສູງຂຶ້ນບໍລິເວນແຄມຝັ່ງຕາເວັນຕົກຂອງສະຫະລັດອາເມລິກາ ເຮັດໃຫ້ລະດູຫນາວຈະເຢັນລົງ ແລະ ເກີດການປ່ຽນແປງຮູບແບບມໍລະສຸມໃນແອບຟຣິກາ ເຊິ່ງອາດຈະນຳໄປສູ້ຄວາມສ່ຽງຕໍໄພແລ້ງທີ່ຍາວນານ
ເພື່ອເຮັດຄວາມເຂົ້າໃຈກັບປາກົດການນີ້, ທີມວິໄຈໄດ້ຮວບຮວມຂໍ້ມູນອຸນຫະພູມຂອງມະຫາສະໝຸດຈາກເຄື່ອງມືວັດແທກ, ດາວທຽມ ແລະ ແບບຈຳລອງສະພາບພູມອາກາດ. ຜົນລັບສະແດງໃຫ້ເຫັນວ່າ ບໍລິເວນນ້ຳເຢັນບໍ່ໄດ້ປາກົດສະເພາະຢູ່ເທິງໜ້ານ້ຳເທົ່ານັ້ນ, ແຕ່ຍັງຂະຫຍາຍເລິກລົງໄປໃນມະຫາສະໝຸດ ເຊິ່ງເປັນບໍລິເວນທີ່ປັດໄຈຕ່າງໆ ເຊັ່ນ: ລົມ ແລະ ເມກ ມີຜົນກະທົບໜ້ອຍກວ່າ.
ຜູ້ຊ່ຽວຊານອິດສະຫຼະບາງທ່ານສະເໜີວ່າ ການສຶກສາຄັ້ງນີ້ແມ່ນການເພີ່ມຫຼັກຖານສະໜັບສະໜູນຄວາມເຊື່ອມໂຍງລະຫວ່າງ “ນ້ຳເຢັນ” ກັບການອ່ອນກຳລົງຂອງກະແສນ້ຳໃນມະຫາສະໝຸດອັດລັງຕິກ (AMOC). ຢ່າງໃດກໍຕາມ, ພວກເຂົາຍັງຕັ້ງຂໍ້ສັງເກດວ່າ ຂໍ້ມູນມະຫາສະໝຸດໃນໂລກແຫ່ງຄວາມເປັນຈິງແມ່ນຍັງມີຈຳກັດ ດັ່ງນັ້ນນີ້ຈຶ່ງຍັງບໍ່ທັນແມ່ນຂໍ້ສະຫຼຸບທີ່ແນ່ຊັດ.
ທີ່ມາຂອງຂໍ້ມູນ: ວີທີວີ (VTV)





