ລາຄານ້ຳມັນຮ່ວງ 4.8% ຕະຫຼາດຫຸ້ນຂຶ້ນທົ່ວໂລກ ຮັບຂໍ້ຕົກລົງສະຫະລັດ-ອີຣ່ານ

Must read

ລາຄານ້ຳມັນດິບໂລກຫຼຸດລົງອີກ 4.8% ສູ່ລະດັບໃກ້ 80 ໂດລາສະຫະລັດຕໍ່ບາເຣວ ຫຼັງສະຫະລັດ ແລະ ອີຣ່ານບັນລຸຂໍ້ຕົກລົງສະບັບໃໝ່ ຊຶ່ງຊ່ວຍຫນູນໃຫ້ຕະຫຼາດຫຸ້ນພຸ່ງທະຍານຂຶ້ນທົ່ວໂລກ.

ໃນວັນຈັນທີ 15 ມິ.ຖ. 2569 ຕະຫຼາດຫຸ້ນທົ່ວໂລກໄດ້ປັບຕົວເພີ່ມຂຶ້ນຢ່າງຄຶກຄັກ ຂະນະທີ່ລາຄານ້ຳມັນເລີ່ມອ່ອນຕົວລົງ ຫຼັງຈາກສະຫະລັດອາເມລິກາ ແລະ ອີຣ່ານໄດ້ບັນລຸຂໍ້ຕົກລົງເບື້ອງຕົ້ນໃນການຂະຫຍາຍເວລາຢຸດຍິງ ແລະ ກັບມາເປີດຊ່ອງແຄບຮໍໂມສຄືນໃໝ່ ເພື່ອໃຫ້ການຂົນສົ່ງນ້ຳມັນດິບທົ່ວໂລກສາມາດກັບຄືນສູ່ການດຳເນີນງານຕາມປົກກະຕິ.

ດັດຊະນີ S&P 500 ປັບຕົວບວກເພີ່ມຂຶ້ນ 1.7% ຈາກຄວາມຫວັງວ່າ ການປະກາດຂໍ້ຕົກລົງລະຫວ່າງອີຣ່ານ ແລະ ສະຫະລັດໃນຄັ້ງນີ້ ຈະໝາຍເຖິງການແກ້ໄຂບັນຫາໃນໄລຍະຍາວຕໍ່ຄວາມຂັດແຍ່ງທີ່ໄດ້ຊ້ຳເຕີມພາວະເງິນເຟີ້ໄປທົ່ວໂລກ. ດ້ານດັດຊະນີດາວໂຈນສ໌ພຸ່ງຂຶ້ນ 468 ຈຸດ ຫຼືຄິດເປັນ 0.9% ທຳສະຖິຕິສູງສຸດເປັນປະຫວັດການ ແລະ ດັດຊະນີແນສດາກຄອມໂພສິດທະຍານຂຶ້ນ 3.1%.

ຕະຫຼາດຫຸ້ນໄດ້ຮັບແຮງຫນູນຫຼັງຈາກລາຄານ້ຳມັນດິບ ເບຣນທ໌ ປັບຕົວຫຼຸດລົງ 4.8% ມາຢູ່ທີ່ລະດັບ 83.17 ໂດລາສະຫະລັດຕໍ່ບາເຣວ ຊຶ່ງເປັນລະດັບລາຄາດຽວກັນກັບຊ່ວງຕົ້ນເດືອນມີນາ. ເຖິງວ່າລາຄານີ້ຈະຍັງຄົງສູງກວ່າລະດັບເດີມປະມານ 70 ໂດລາສະຫະລັດກ່ອນເກີດສົງຄາມ ແຕ່ກໍ່ຖືວ່າຕ່ຳກວ່າລະດັບຫຼາຍກວ່າ 100 ໂດລາສະຫະລັດໃນໄລຍະຜ່ານໜ້ານີ້.

ທັງນີ້ ມີການຄາດຫວັງວ່າລາຄານ້ຳມັນທີ່ຫຼຸດລົງຈະຊ່ວຍຫຼຸດແຮງກົດດັນຕໍ່ພາກຄົວເຮືອນ ແລະ ພາກທຸລະກິດ ທີ່ຕ້ອງແບກຮັບພາລະຄ່າໃຊ້ຈ່າຍສູງຂຶ້ນໃນທຸກດ້ານ ນັບຕັ້ງແຕ່ຄ່າອາຫານ, ຄ່າເຊື້ອໄຟ ໄປຈົນເຖິງຄ່າປຸ໋ຍ ອັນເນື່ອງມາຈາກຜົນກະທົບຂອງສົງຄາມກັບອີຣ່ານ.

“ຂໍ້ຕົກລົງໃນການກັບມາເປີດຊ່ອງແຄບຮໍໂມສກຳລັງຈຸດຊົນວົນໃຫ້ເກີດການຟື້ນຕົວຢ່າງກວ້າງຂວາງໃນວໍລ ສະຕີດ ເພື່ອເລີ່ມຕົ້ນອາທິດນີ້” ບັນທຶກວິເຄາະຈາກ ໂຮເຊ ຕໍໂຣສ ແຫ່ງບໍລິສັດ ອິນເຕີແອກທີຟ ໂບຣເກີສ ລະບຸ.
“ບັນຍາກາດການລົງທຶນແບບເປີດຮັບຄວາມສ່ຽງ (Risk-on) ກຳລັງຄຶກຄັກຢ່າງຫຼວງຫຼາຍ… ເນື່ອງຈາກບັນດານັກເທຣດເຫັນວ່ານີ້ຄືການສົ່ງສັນຍານຢຸດຕິຄວາມຂັດແຍ່ງທາງທະຫານລະຫວ່າງສະຫະລັດ ແລະ ອີຣ່ານຢ່າງມີປະສິດທິພາບ” ທ່ານຕໍໂຣສລະບຸ.

ອນຶ່ງ ຂໍ້ຕົກລົງສັນຕິພາບດັ່ງກ່າວ ຊຶ່ງໃນຄວາມເປັນຈິງຄື “ບັນທຶກຄວາມເຂົ້າໃຈ” (MOU) ມີກຳນົດຈະລົງນາມຢ່າງເປັນທາງການໃນພິທີທີ່ຈະຈັດຂຶ້ນທີ່ປະເທດສະວິດເຊີແລນໃນວັນສຸກນີ້ ໂດຍມີເປົ້າໝາຍເພື່ອຢຸດຕິຄວາມຂັດແຍ່ງທີ່ຍືດເຍື້ອມາ 3 ເດືອນ ຊຶ່ງເຄີຍປຸກກະແສຄວາມຫວາດກົວເລື່ອງພາວະເງິນເຟີ້ພຸ່ງສູງເປັນໄລຍະເວລານານ.

ສຳລັບຕະຫຼາດຫຸ້ນໃນຕ່າງປະເທດ ດັດຊະນີຕ່າງໆ ປັບຕົວເພີ່ມຂຶ້ນທັງໃນອາຊີ ແລະ ຢູໂຣບ ໂດຍດັດຊະນີນິກເກອິ 225 ຂອງຍີ່ປຸ່ນພຸ່ງທະຍານຂຶ້ນເຖິງ 5% ນັບເປັນການປັບຕົວເພີ່ມຂຶ້ນສູງທີ່ສຸດໜຶ່ງໃນໂລກ ແລະ ປິດຕະຫຼາດທີ່ລະດັບສູງສຸດເປັນປະຫວັດການ.

ດ້ານດັດຊະນີ ຄອດສະປີ ຂອງເກົາຫຼີໃຕ້ພຸ່ງທະຍານຍິ່ງກວ່າ ໂດຍບວກຂຶ້ນເຖິງ 5.2% ຊຶ່ງສ່ວນໜຶ່ງເປັນຜົນມາຈາກແຮງເດີນໜ້າຂອງຫຸ້ນກຸ່ມທີ່ໄດ້ຮັບປະໂຫຍດຈາກກະແສ AI ເຊັ່ນ ຊຳຊຸງ ອີເລັກໂຕຣນິກສ໌.

ຢ່າງໃດກໍ່ຕາມ ດັດຊະນີ FTSE 100 ຂອງຕະຫຼາດຫຸ້ນລອນດອນກັບສວນທາງກັບຕະຫຼາດອື່ນໆ ໂດຍປັບຕົວຫຼຸດລົງ 0.4%.

ຂ່າວຈາກ: apnews

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article