ໂດຍປະຕິບັດຕາມອະນຸສັນຍາວ່າດ້ວຍການຄຸ້ມຄອງຊາຍແດນທາງບົກ ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ທີ່ໄດ້ລົງນາມ ໃນວັນທີ 16 ມີນາ 2016, ອີງຕາມບົດບັນທຶກວ່າດ້ວຍການລາດຕະເວນຮ່ວມສອງຝ່າຍ ລະຫວ່າງ ກອງບັນຊາການທະຫານແຂວງຄໍາມ່ວນ ສປປ ລາວ ແລະ ກອງບັນຊາການທະຫານຊາຍແດນ ແຂວງກວາງຈິ ສສ ຫວຽດນາມ ທີ່ໄດ້ລົງນາມ ໃນວັນທີ 29 ພຶດສະພາ 2026 ປະຕິບັດຕາມແຜນການລາດຕະເວນຮ່ວມ, ດັ່ງນັ້ນໃນວັນທີ 10 ມິຖຸນາ ຜ່ານມາ ສອງກອງບັນຊາການໄດ້ຮ່ວມກັນດໍາເນີນການລາດຕະເວນຢູ່ຂອບເຂດເສັ້ນຊາຍແດນ ຫຼັກໝາຍຊາຍແດນແຫ່ງຊາດ ເລກທີ 529, 528 ແລະ 527 ຊຶ່ງຝ່າຍລາວນໍາໂດຍ ສະຫາຍ ພັນເອກ ສີສົມພູ ແກ້ວບຸນລ້ອມ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຄໍາມ່ວນ ແລະ ສະຫາຍ ເດດສັກດາ ມະນີຄໍາ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ, ຝ່າຍຫວຽດນາມນໍາໂດຍ ສະຫາຍ ພັນເອກ ຈິ້ງ ແທງ ບິ່ງ ຫົວໜ້າການທະຫານກອງບັນຊາການທະຫານຊາຍແດນ ແຂວງກວາງຈິ ແລະ ສະຫາຍ ຮ່ວງ ນາມ ຮອງປະທານຄະນະກໍາມະການປະຊາຊົນແຂວງກວາງຈິ ໂດຍມີບັນດາສະຫາຍພະແນກການ, ຂະ ແໜງການທີ່ກ່ຽວຂ້ອງ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງຂອງທັງສອງແຂວງເຂົ້າຮ່ວມ.

ການລາດຕະເວນຮ່ວມໃນຄັ້ງນີ້, ໜ່ວຍລາດຕະເວນຮ່ວມທັງສອງຝ່າຍໄດ້ດໍາເນີນການລາດຕະເວນ ຂອບເຂດເສັ້ນຊາຍແດນ ຫຼັກໝາຍຊາຍແດນ ເລກທີ 529, 528 ແລະ 527 ແມ່ນຮັບປະກັນໄດ້ສະພາບເດີມ ບໍ່ມີຮ່ອງຮອຍການຍົກຍ້າຍ ຫຼື ເປ່ເພເສຍຫາຍ ສະພາບຄວາມໝັ້ນຄົງທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສະຫງົບປອດໄພທາງສັງຄົມຢູ່ລຽບຕາມຊາຍແດນ ແລະ ເຂດຊາຍແດນທັງສອງຝ່າຍ ແມ່ນມີສະຖຽນລະພາບໝັ້ນຄົງ ປະຊາຊົນສອງຝາກຊາຍແດນໄດ້ປະຕິບັດຕາມບັນດາຂໍ້ກໍານົດກົດໝາຍວ່າດ້ວຍຊາຍແດນຂອງສອງປະເທດ ລາວ-ຫວຽດນາມ ມີສະຕິໃນການປົກປັກຮັກສາຫຼັກໝາຍຊາຍແດນແຫ່ງຊາດ ໃນການຈັດຕັ້ງເຄື່ອນໄຫວລາດຕະເວນບໍ່ພົບເຫັນການເຄື່ອນໄຫວບຸກລຸກເນື້ອທີ່ດິນທໍາການຜະລິດ, ຕັ້ງພູມລໍາເນົາແບບຊະຊາຍ, ການຂຸດຄົ້ນເຄື່ອງປ່າຂອງດົງແບບຜິດກົດໝາຍ ແລະ ເຄື່ອນໄຫວລະເມີດລະບຽບຊາຍແດນໃນຂອບເຂດຄວາມຮັບຜິດຊອບ. ໃນໄລຍະການລາດຕະເວນກໍາລັງຂອງທັງສອງກົມກອງໄດ້ສະແດງໃຫ້ເຫັນເຖິງຄວາມສາມັກຄີການປະສານສົມທົບກັນຢ່າງກົມກຽວ ເຊີດຊູບົດບາດຄວາມຮັບຜິດຊອບ ຮັບປະກັນດ້ານເນື້ອຕາມແຜນການທີ່ໄດ້ກໍານົດຮ່ວມກັນ ຮັບປະກັນຄວາມປອດໄພຮອບດ້ານ ໜ່ວຍລາດຕະເວນໄດ້ດໍາເນີນບັນດາຂັ້ນຕອນຕາມຫຼັກການ ແລະ ຂະບວນການຢ່າງຖືກຕ້ອງ ພ້ອມທັງໄດ້ອະນາໄມອ້ອມຮອບບໍລິເວນຫຼັກໝາຍໃຫ້ມີຄວາມສະອາດ, ທັງນີ້ກໍເພື່ອເຮັດໃຫ້ຊາຍແດນກາຍ ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ເປັນຊາຍແດນແຫ່ງຄວາມສາມັກຄີປອງດອງ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຂອງປະຊາຊົນທັງສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ພາຍໃຕ້ການເຄົາລົບກົດລະບຽບ ແລະ ກົດໝາຍ ພ້ອມທັງຮີດຄອງປະເພນີອັນດີງາມ.

ພາຍຫຼັງສໍາເລັດການລາດຕະເວນຮ່ວມກັນ ຄະນະລາດຕະເວນທັງສອງຝ່າຍກໍໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບຖອດຖອນບົດຮຽນ ພ້ອມທັງລົງນາມເຊັນບົດບັນທຶກຮ່ວມກັນ ໂດຍແມ່ນ ສະຫາຍ ພັນເອກ ສີສົມພູ ແກ້ວບຸນລ້ອມ ແລະ ສະຫາຍ ພັນເອກ ຈິ້ງ ແທງ ບິ່ງ, ໂດຍມີຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ຂ່າວ-ພາບ: ຮ້ອຍໂທ ເກດມະນີ ສຸວັນນະລາດ





