ຈາກເຫດການທີ່ມີຄົນຮ້າຍໃຊ້ອາວຸດປືນຍິງກັນ ຢູ່ສະຖານບັນເທິງແຫ່ງໜຶ່ງ ເຂດບ້ານປາກທ້າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນຄືນວັນທີ 22 ເມສາ 2026 ທີ່ຜ່ານມາ ເວລາ 22:30 ໂມງ. ພາຍຫຼັງເກີດເຫດການດັ່ງກ່າວ ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບ ກອງບັນຊາການ ປກສ ມືອງສີໂຄດຕະບອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງກວດກາສະຖານທີ່ເກີດເຫດຕົວຈິງ ພົບເຫັນກະສອບລູກປືນຈໍານວນຫຼາຍ, ລົດໃຫຍ່ເສຍຫາຍ 9 ຄັນ, ພາຍຫຼັງລົງກວດກາສະຖານທີ່ຕົວຈິງ ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ກໍານົດເປົ້າໝາຍຜູ້ກໍ່ເຫດໃນຄັ້ງນີ້.

ຜ່ານການສືບສວນ ແລະ ຕິດຕາມ ຂອງເຈົ້າໜ້າທີ່ ມາໃນວັນທີ 23 ເມສາ 2026 ຈຶ່ງສາມາດກັກຕົວຜູ້ກໍ່ເຫດໄດ້ ຈໍານວນ 3 ຄົນ ຄື: ທ້າວ ເຈີງ ເຊິງເຫວີຍ ຫຼື ອາເຈີງ ອາຍຸ 37 ປີ, ເຊື້ອຊາດ-ສັນຊາດຈີນ (ນັກທຸລະກິດ), ທ້າວ ຈ່າງ ເລີຍເຈິງ ຫຼື ແມັກໂຄ ອາຍຸ 41 ປີ, ເຊື້ອຊາດ-ສັນຊາດຈີນ (ນັກທຸລະກິດ) ປັດຈຸບັນ ທັງສອງພັກເຊົາຢູ່ບ້ານສະພັງໝໍ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແລະ ທ້າວ ສູ ຢິງຄັງ ຫຼື ຄັງຄັງ ອາຍຸ 30 ປີ ເຊື້ອຊາດ-ສັນຊາດຈີນ ກໍາມະກອນ ພັກເຊົາຢູ່ໂຮງແຮມ ເຂດບ້ານໜອງສະໂນຄໍາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ພ້ອມທັງລົດໃຫຍ່ 1 ຄັນ ແລະ ໄດ້ກວດຄົ້ນສະຖານທີ່ພັກຂອງພວກກ່ຽວ ພົບເຫັນຂອງກາງປືນ 9 ກະບອກ. ໃນນີ້, ປືນຍາວ 5 ກະບອກ, ປືນສັ້ນ 4 ກະບອກ ພ້ອມລູກປືນ ເທົ່າກັບ 500 ລູກ ແລະ ຢາໄອສ໌ ຈໍານວນ 137 ຖົງນ້ອຍ, ເຈົ້າໜ້າທີ່ຈຶ່ງໄດ້ຢຶດຂອງກາງຈໍານວນດັ່ງກ່າວມາດໍາເນີນຄະດີຕາມລະບຽບກົດໝາຍ.

ປັດຈຸບັນ ພະແນກສືບສວນ-ສອບສວນ ຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ກຳລັງສືບຕໍ່ຂະຫຍາຍຜົນຫາຜູ້ຮ່ວມຂະບວນການມາດຳເນີນຄະດີຕາມຂະບວນການຂອງກົດໝາຍຕໍ່ໄປ.

ທີ່່ມາ: ຄວາມສະຫງົບ Lao Security News





