ທຣຳ ເຜີຍ ສົງຄາມອີຣ່ານ-ຢູເຄຣນ ອາດຈົບໃນເວລາໃກ້ຄຽງກັນ

Must read

ໂດນັລ ທຣຳ ກ່າວວ່າ ສົງຄາມອີຣ່ານ ແລະ ສົງຄາມໃນຢູເຄຣນ ອາດຈົບລົງໃນເວລາໃກ້ຄຽງກັນ ຫຼັງຈາກທີ່ລາວໄດ້ໂທລະສັບລົມກັບ ວາລາດີເມຍ ປູຕິນ ຜູ້ນຳລັດເຊຍ

ໃນວັນທີ 29 ເມສາ 2026 ໂດນັລ ທຣຳ ປະທານາທິບໍດີສະຫະລັດ ໄດ້ໃຫ້ສຳພາດກັບຜູ້ສື່ຂ່າວ CNN ທີ່ຫ້ອງການຮູບໄຂ່ (Oval Office) ໃນທຳນຽບຂາວ ວ່າ ສົງຄາມໃນອີຣ່ານ ແລະ ຢູເຄຣນ ອາດສິ້ນສຸດລົງໃນ “ກອບເວລາທີ່ໃກ້ຄຽງກັນ” ຫຼັງຈາກທີ່ລາວໄດ້ປຶກສາຫາລືທາງໂທລະສັບກັບ ວລາດີເມຍ ປູຕິນ ຜູ້ນຳລັດເຊຍ ເປັນເວລາກວ່າ 1.5 ຊົ່ວໂມງ

ເຄດລິນ ຄອລລິນສ໌ ຈາກ CNN ຖາມທ່ານທຣຳວ່າ ສົງຄາມໃດຈະຈົບກ່ອນ ເຊິ່ງຜູ້ນຳສະຫະລັດຕອບວ່າ “ສົງຄາມໃດຈະຈົບກ່ອນໜໍ? ບາງທີພວກມັນອາດຈົບລົງໃນກອບເວລາທີ່ໃກ້ຄຽງກັນກໍ່ໄດ້”

ທຣຳກ່າວວ່າ “ຜົມຄິດວ່າຢູເຄຣນແພ້ແລ້ວໃນທາງທະຫານ” ແຕ່ CNN ສັງເກດວ່າ ທ່ານທຣຳເບິ່ງຄືຈະເວົ້າຜິດ ໂດຍເຊື່ອວ່າລາວຕັ້ງໃຈຈະໝາຍເຖິງ ອີຣ່ານ ຫຼາຍກວ່າ ເນື່ອງຈາກທຣຳໄດ້ຂະຫຍາຍຄວາມຕໍ່ດ້ວຍເລື່ອງກອງທັບເຮືອຂອງອີຣ່ານ

“ທ່ານຈະບໍ່ຮູ້ເລື່ອງນີ້ເລີຍ ຖ້າຍັງຄອຍອ່ານຂ່າວປອມ ແຕ່ໃນທາງທະຫານນ່ະ ເບິ່ງສິ ມີເຮືອ 159 ລຳ — ຕອນນີ້ທຸກລຳຈົມລົງໃຕ້ນ້ຳໝົດແລ້ວ ເຊິ່ງນັບວ່າດີທີເດີຍ… ຕອນນີ້ມັນຍາກທີ່ພວກເຂົາຈະກັບມາມີກອງທັບເຮືອໄດ້ອີກ ທ່ານຄິດວ່າພວກເຂົາຈະໄປລອດບໍ ໃນເມື່ອບໍ່ມີທັງກອງທັບເຮືອ ກອງທັບອາກາດ ຫຼືແມ່ນແຕ່ລະບົບຕ້ານອາກາດ?”

ທຣຳລະບຸວ່າລາວໄດ້ລົມກັບປູຕິນກ່ຽວກັບເລື່ອງອີຣ່ານ “ໜ້ອຍໜຶ່ງ” ແຕ່ປະເດັນຫຼັກຂອງການສົນທະນາດັ່ງກ່າວແມ່ນເລື່ອງຢູເຄຣນ ໂດຍກ່າວທ້າຍວ່າ “ຜົມຄິດວ່າພວກເຮົາຈະຫາທາງອອກໄດ້ໃນເວລາອັນໄວ ຜົມຫວັງ ແລະ ຄິດວ່າພວກເຮົາຢາກເຫັນທາງອອກທີ່ເປັນຜົນດີຕໍ່ທຸກຝ່າຍ”

ທີ່ມາ: cnn

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article