ລາຍງານສະພາບອາກາດປະຈໍາວັນທີ 30 ເມສາ 2026

Must read

ມວນອາກາດເຢັນຈາກປະເທດຈີນທີ່ມີກຳລັງອ່ອນ ແຜ່ລົງມາປົກຄຸມພາກເໜືອ ແລະ ພາກກາງ. ເຖິງຈະມີອາກາດເຢັນແຜ່ລົງມາ ແຕ່ສະພາບອາກາດໂດຍທົ່ວໄປຍັງມີລັກສະນະ ຮ້ອນ ເນື່ອງຈາກກຳລັງຂອງຄວາມກົດດັນອາກາດເຢັນຍັງອ່ອນຢູ່. ພົບເຫັນການປະສົມປະສານລະຫວ່າງອາກາດຮ້ອນ ແລະ ຄວາມຊຸ່ມຊື່ນ ເຮັດໃຫ້ເກີດມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມ ແລະ ລົມພັດແຮງໃນບາງເຂດ.

– ເຂດທີ່ມີຄວາມສ່ຽງສູງ (70-80%)

ເຂດນີ້ຈະໄດ້ຮັບອິດທິພົນຈາກລົມມໍລະສຸມ ແລະ ແນວປະທະອາກາດ ເຮັດໃຫ້ມີໂອກາດເກີດຝົນຕົກຟ້າຄະນອງໃນລະດັບປານກາງຫາໜັກໃນເຂດ: ພາກໃຕ້: ແຂວງ ຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື. ສ່ວນທາງພາກກາງ: ແຂວງ ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ.

– ເຂດທີ່ມີຄວາມສ່ຽງປານກາງ (40-60%)

ເຂດນີ້ມັກຈະເກີດຝົນຕົກໃນລັກສະນະ “ຝົນໄລ່ຊ້າງ” ຫຼື ພາຍຸລະດູຮ້ອນໃນຊ່ວງບ່າຍຫາຄ່ຳໃນຂດ: ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ. ສ່ວນພາກເໜືອມີ: ແຂວງ ໄຊຍະບູລີ (ເຂດຕິດກັບຊາຍແດນໄທ) ແລະ ແຂວງຊຽງຂວາງ.

– ເຂດທີ່ມີຄວາມສ່ຽງຕ່ຳ ແຕ່ຕ້ອງລະວັງພາຍຸໝາກເຫັບ (20-30%)

ເຖິງວ່າໂອກາດຝົນຕົກຈະໜ້ອຍກວ່າພາກໃຕ້ ແຕ່ຖ້າຕົກຈະມີຄວາມຮຸນແຮງ ແລະ ອາດມີໝາກເຫັບໃນເຂດພາກເໜືອ: ແຂວງ ຜົ້ງສາລີ, ຫົວພັນ ແລະ ຫຼວງພະບາງ.

ມື້ນີ້ສະພາບອາກາດມີຄວາມຜັນຜວນສູງ (ອາກາດຮ້ອນແຕ່ມີຝົນຕົກ), ຄວນກຽມພ້ອມຮັບມືກັບສະພາບຝົນຟ້າຄະນອງ ແລະ ຕິດຕາມຂ່າວສານຢ່າງໃກ້ຊິດ.

ດັ່ງນັ້ນ, ຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article